spot_img
Homeຂ່າວພາຍ​ໃນມະຫະກຳກິລາວິທະຍາໄລລາວ ຄັ້ງທີ 1 (ເລີ່ມ 5 - 15 ມີນາ 2016ນີ້)

ມະຫະກຳກິລາວິທະຍາໄລລາວ ຄັ້ງທີ 1 (ເລີ່ມ 5 – 15 ມີນາ 2016ນີ້)

Published on

ມະຫະກຳກິລາວິທະຍາໄລລາວ ຄັ້ງທີ 1 ຈະຈັດຂຶ້ນໃນລະຫວ່າງວັນທີ 5 – 15 ມີນາ 2016 ເຊິ່ງແມ່ນມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າພາບ ມີ 9 ພາກສ່ວນເຂົ້າຮ່ວມ ແລະ ແຂ່ງຂັນໃນ 11 ປະເພດກີລາ.

ພິທີຖະແຫຼງຂ່າວ ກຽມຈັດມະຫະກຳກິລາວິທະຍາໄລລາວ ຄັ້ງທີ 1 ໄດ້ມີຂຶ້ນໃນທ້າຍອາທິດຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ ( ມຊ ) ໂດຍການເຂົ້າຮ່ວມຂອງ ທ່ານ ສຈ. ດຣ. ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍຕົວແທນຜູ້ຊຸກຍູ້ງານ, ຕາງໜ້າຈາກທຸລະກິດ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ຮສ. ດຣ. ສົມສີ ຍໍພັນໄຊ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ທັງເປັນຮອງປະທານຈັດງານໄດ້ກ່າວວ່າ: ການຈັດງານຄັ້ງນີ້ເພື່ອເປັນການເສີມຂະຫຍາຍວຽກງານກິລາກາຍະກຳ ເຂົ້າສູ່ມວນຊົນຖັນແຖວນັກສຶກສາ ຫັນໄປສູ່ການຫຼິ້ນກິລາຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ, ເປັນການເຄື່ອນໄຫວດ້ານວັດທະນະທຳ – ສັງຄົມ, ສ້າງນຳໃຈສາມັກຄີ, ມີລະບຽບວິໄນຂອງຊາວໜຸ່ມ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ເປັນການຍົກລະດັບທາງດ້ານເຕັກນີກ, ວິທີການຫຼິ້ນກິລາປະເພດຕ່າງໆໃຫ້ກ້າວສູ່ລະດັບສູງເປັນກ້າວໆ ແລະ ທຽບທັນກັບສາກົນ, ເປັນການຮັດແໜ້ນຄວາມສາມັກຄີພາຍໃນລະຫວ່າງບັນດານັກສຶກສາມະຫາວິທະຍາໄລ ແລະ ວິທະຍາໄລສູນກາງ, ທ້ອງຖິ່ນໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງ ແລະ ເປັນການພັດທະນາ ແລະ ຍົກລະດັບຢ່າງຮອບດ້ານໃນການກະກຽມຄວາມພ້ອມ ເພື່ອເປັນເຈົ້າພາບຈັດງານແຂ່ງຂັນນາໆຊາດ ແລະ ເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.

ທ່ານໄດ້ກ່າວຕື່ມອີກວ່າ: ງານຄັ້ງນີ້ ມີ 9 ພາກສ່ວນເຂົ້າຮ່ວມຄື: ມະຫາວິທະຍາໄລແຫ່ງຊາດ ເຈົ້າພາບ, ມະຫາວິທະຍາໄລສຸຂະພາບ, ມະຫາວິທະຍາໄລຈຳປາສັກ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລສຸພານຸວົງ, ວິທະຍາຄານປ້ອງກັນຊາດ, ວິທະຍາຄານປ້ອງກັນຄວາມສະຫງົບ, ສະຖາບັນພາກລັດ ( ວິທະຍາໄລພາກລັດ ແລະ ສະຖາບັນການສຶກສາພາກເອກະຊົນລະດັບວິທະຍາໄລ ).
ສ່ວນປະເພດກິລາ ມີ 11 ປະເພດໄດ້ແກ່: ກິລາ ແລ່ນລານ, ບານເຕະ, ຟຸດຊໍ, ບານສົ່ງໃນຮົ່ມ, ບານສົ່ງຫາດຊາຍ, ກະຕໍ້ຫວາຍ, ເປຕັງ, ເທຄວັນໂດ, ປິ່ງປ່ອງ, ດອກປີກໄກ່ ແລະ ກິລາ ບານບ້ວງ ເຊິ່ງໄດ້ຮັບງົບປະມານຈາກລັດຖະບານ ສົກປີ 2015 – 2016 ປະມານ 20 ຕື້ກີບ.
ໃນພິທີຍັງມີການປະກາດລາຍຊື່ຜູ້ອຸປະຖໍາມອບເງິນຈາກພາກສ່ວນຂອງລັດ, ລັດວິສາຫະກິດ, ພາກທຸລະກິດ ຫຼາຍກວ່າ 600 ລ້ານກີບ.

 

ຂໍ້ມູນຈາກ  ຂ່ານສານກີລາລາວຕ່າງປະເທດ ຄວາມເຄື່ອນໄຫວເຈາະເລິກ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...