Homeຂ່າວເຫດການກອງປະຊຸມສາກົນ ​ຊັບ​ພະຍາກອນ​ນ້ຳ ແລະ ການ​ພັດທະນາ​ໄຟຟ້າ​ ໄຂຂຶ້ນຢູ່ນະຄອນຫລວງວຽງຈັນ

ກອງປະຊຸມສາກົນ ​ຊັບ​ພະຍາກອນ​ນ້ຳ ແລະ ການ​ພັດທະນາ​ໄຟຟ້າ​ ໄຂຂຶ້ນຢູ່ນະຄອນຫລວງວຽງຈັນ

Published on

ກະຊວງ​ພະລັງງານ ແລະ ບໍ່​ແຮ່ ຮ່ວມ​ກັບ​ອົງການ​ສາກົນ ດ້ານ​ເຂື່ອນ​ໄຟຟ້າ​ນ້ຳຕົກ (the International Journal on Hydropower Dams) ຈັດ​ກອງ​ປະຊຸມ​ສາກົນ ຄັ້ງ​ທີ VI ກ່ຽວ​ກັບ​ຊັບ​ພະຍາກອນ​ນ້ຳ ແລະ ການ​ພັດທະນາ​ໄຟຟ້າ​ພະລັງງານ​ນ້ຳ​ໃນ​ອາຊີ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 1 ມີນາ​ນີ້ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະທານ​ຂອງ​ທ່ານ ​ດຣ. ຄຳ​ມະນີ ອິນ​ທິ​ລາດ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ພ້ອມ​ບັນດາ​ຄະນະ​ຜູ້​ແທນ ນັກ​ຄົ້ນຄວ້າ ຜູ້​ຊ່ຽວຊານ​ພະນັກງານ-ລັດຖະກອນ ນັກທຸລະກິດ​ພາຍ​ໃນ ແລະ ຕ່າງປະເທດ​ຫຼາຍ​ກວ່າ 700 ທ່ານ ຈາກ 45 ປະເທດ ກອງ​ປະຊຸມ​ຄັ້ງ​ນີ້ ​ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ເປັນ​ຄັ້ງ​ທຳ​ອິດ ແລະ ຈະ​ດຳເນີນ​ໄປ​ເປັນ​ເວລາ 3 ວັນ ພາຍ​ໃນ​ງານ​ຈະ​ມີ​ການວາງສະແດງ​ຮູບ​ພາບ ຜະລິດ​ຕະ​ພັນ​ຕ່າງໆ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາການ​ກໍ່ສ້າງ ແລະ ດຳເນີນ​ງານ​ເຂື່ອນ​ໄຟຟ້າ​ນ້ຳຕົກ 90 ກວ່າ​ພາກສ່ວນ.

ຈຸດປະສົງ​ກອງ​ປະຊຸມ​ດັ່ງກ່າວ ​ເພື່ອ​ເຜີຍແຜ່​ຜົນ​ການ​ຄົ້ນຄວ້າ-ວິໄຈ ການ​ພັດທະນາການເຄື່ອນໄຫວ​ທຸລະ​ກິດ​ກ່ຽວ​ກັບໄຟ​ຟ້າ​ນ້ຳຕົກ ເນັ້ນ​ໃສ່​ໃນ​ເຂດ​ອາຊີ ພ້ອມ​ນີ້ ກໍ່​ຈະ​ມີ​ກອງ​ປະຊຸມ​ປິ່ນ​ອ້ອມ​ຫຼາຍ​ກວ່າ 20 ກອງ​ປະຊຸມ ແລະ ມີ​ການ​ນຳ​ສະເໜີ​ຫົວ​ບົດຈາກ​ຊ່ຽວຊານ​ພາຍ​ໃນ ແລະ ຕ່າງປະເທດ​ກວ່າ 100 ຫົວ​ບົດ ກ່ຽວ​ກັບ​ຜົນ​ການ​ຄົ້ນ​ຄວ້າ ການ​ພັດທະນາການເຄື່ອນໄຫວ​ທຸລະ​ກິດ ແລະ ຄຸ້ມ​ຄອງ​ບໍລິຫານ​ຂອງ​ພາກ​ລັດ ແລະ ​ເອກະ​ຊົນຂອງ​ຂະແໜງ​ພະລັງງານ​ໄຟຟ້າ ນອກ​ນັ້ນ ຄະນະ​ຜູ້​ແທນ​ຈະ​ຢ້ຽມຢາມ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ໄຊ​ຍະ​ບູ​ລີ ທີ່​ແຂວງ​ໄຊ​ຍະ​ບູ​ລີ ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳ​ງຽບ 1 ທີ່ແຂວງ​ບໍ​ລິ​ຄຳ​ໄຊ ແລະ ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ ຄະນະ​ຜູ້​ແທນ​ຈະ​ໄດ້​ປຶກສາ​ຫາລື​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ແລະ ບົດຮຽນ​ຮ່ວມ​ກັນ ກ່ຽວ​ກັບ​ການ​ພັດທະນາ​ດ້ານ​ວິທະຍາສາດ ການ​ຄົ້ນຄວ້າ ການ​ພັດທະນາ​ພະລັງງານ​ໄຟຟ້າ ຊັບພະຍາກອນນ້ຳ ວຽກ​ງານ​ປິ່ນ​ອ້ອມ​ອື່ນໆ ເພື່ອ​ຖອດ​ຖອນ​ບົດຮຽນ​ທີ່​ເປັນ​ປະໂຫຍດ ເຊິ່ງ​ຈະ​ເປັນ​ການ​ປະກອບສ່ວນ​ສຳຄັນ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ພາຍ​ໃນ ແລະ ຕ່າງປະເທດ ຢ່າງ​ກວ້າງຂວາງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...