spot_img
Homeຂ່າວຕ່າງປະເທດເງິນໂດລ່າ ຂອງ ສຫລ ແມ່ນພິມດ້ວຍ ກຳມະວິທີ ທີ່ພິເສດ ທີ່ສຸດ

ເງິນໂດລ່າ ຂອງ ສຫລ ແມ່ນພິມດ້ວຍ ກຳມະວິທີ ທີ່ພິເສດ ທີ່ສຸດ

Published on

ເງິນໂດ​ລ່າ​ອາ​ເມຣິກັນ ​ເປັນ​ເງິນຕາ​ສະກຸນ​ນຶ່ງ ທີ່​ມີ​ຄົນ​ນິຍົມໃຊ້​ກັນຫຼາຍຢູ່​ໃນ​ທົ່ວ​ໂລກ. ສະ​ນັ້ນ ມັນ​ຈຶ່ງ​ເປັນ​ການ​ສຳຄັນຫຼາຍ ທີ່​ຈ​ະຕ້ອງ​ຮັບປະກັນໃຫ້ ເງິນໂດ​ລ່າ​ອາ​ເມຣິກັນ ​ເປັນ​ເງິນ​ທີ່​ມີ​ລັກສະນະ​ທີ່ໂດດ​ເດັ່ນ ​ແລະ​ໜ້າ​ເຊື່ອ​ຖື. ນັ້ນ​ຄື​ພາລະ​ໜ້າ​ທີ່​ຂອງ​ທະບວງ​ກົມນຶ່ງ​ຂອງ​ລັດຖະບານ​ສະຫະລັດ ທີ່​ໄດ້​ພິມ ​ທະ​ນາ​ບັດອາ​ເມຣິກັນ ມາ​ໄດ້​ດົນກວ່າ 150 ປີ​ແລ້ວ.
Julie Taboh ​ ຜູ້​ສື່ຂ່າວ​ວີ​ໂອ​ເອ ໄດ້​ໄປ​ຢ້ຽມຢາມ​ຕຶກ​ສູນ​ກາງ​ພິມ​ເງິນ​ໂດ​ລ່າທີ່​ນະຄອນຫຼວງ​ວໍ​ຊິ​ງຕັນ ​ເພື່ອ​ໄປ​ເບິ່ງ​ໃຫ້​ເຫັນດ້ວຍ​ຕົນ​ເອງວ່າ ​ເງິນ​ໂດ​ລ່າສະຫະລັດນັ້ນ ພິມ​ກັນ​ຢ່າງໃດ. ​ດາຣາ ມີ​ລາຍລະອຽດ​ ມາສະ​ເໜີ​ທ່ານ.

ກົມແກະສະຫຼັກ​ແລະ​ພິມ​ເງິນຂອງ​ສະຫະລັດ ພິມ​ທະ​ນາ​ບັດ​ອອກ​ມາ ​ຫຼາຍ​ລ້ານໂດ​ລ່າ ​ໃນ​ແຕ່ລະມື້ ຢູ່ໂຮງພິມ​ ​ທີ່ລັດ​ເທັກ​ຊັສ ແລະ​ນະຄອນຫຼວງວໍ​ຊິງຕັນ​ ຊຶ່ງເປັນ​ແຫຼ່ງພິມ​ເງິນ​ທີ່​ໃຫຍ່​ທີ່​ສຸດແຫ່ງ​ນຶ່ງ ໃນ​ໂລກ.

ກົມ​ພິມ​ເງິນ​ຂອງ​ສະຫະລັດ ​ໄດ້ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1862 ພາຍ​ໃຕ້​ລັດຖະບານ​ຂອງ​ປະທາ ນາທິບໍດີ Abraham Lincoln ​ໃນ​ລະຫວ່າງ​ສົງຄາມ​ກາງ​ເມືອງ.

ທ່ານ Larry Felix ຜູ້​ອຳນວຍ​ການ​ກົມພິມ​ເງິນ ​ເວົ້າ​ວ່າ ກໍາ   ມະວິທີ​ໃນ​ການ​ພິມ​ທະ​ນາ​ບັດ​ຕັ້ງ​ແຕ່​ເລີ່​ມຕົ້ນ ຈົນເຖິງ​ຂັ້ນສໍາ​   ເລັດ​ສົມບູນ​ນັ້ນ ນັບ​ວ່າເປັນ​ຂັ້ນ​ຕອນ​ທີ່ສະ​ລັບຊັບຊ້ອນ​ທີ່ສຸດ.

ທ່ານ ​Felix ​ເວົ້າ​ວ່າ: “​ມັນເບິ່ງ​ຄື​ມີ​ນໍ້າ​   ໝຶກຢູ່​ໜ້າເຈ້ຍ ​ແລະ​ມັນ​ກໍແມ່ນ​ນໍ້າ​   ໝຶກຢູ່​ໜ້າເຈ້ຍ ​ແຕ່​ວ່າ​ ມັນ​ກໍມີ​ຫຼາຍໆ​ລະບົບ​ພິ​ເສດ ທີ່​ປາກົດ​ຢູ່​ໃນ​ໃບ​ທະ​ນາ​ບັດ ນັ້ນ.”

ຂັ້ນ​ທໍາ   ອິດຂອງ​ການ​ພິມ​ເງິນ ​ເລີ່​ມຕົ້ນ​ດ້ວຍ​ການ​ສອດ​ສີ​ຮອງພື້ນ​ກ່ອນ. ຕໍ່​ຈາກ​ນັ້ນ ກະດາດ​ພິມຈະ​ຖືກເອົາ​ປະ​ກົບ​ໃສ່ແຜ່ນແກະສະຫຼັກ​ເປັນ​ໃບ​ໂດລ່າ​ຕ່າງໆ ທີ່ມີນໍ້າ   ມຶກ​ຕິດໄວ້​ແລ້ວ.

ກໍາ  ມະວິທີໃຊ້​ແມ່ພິມແກະ​ສະ​ລັກ​ຕິດ​ໝຶກ​ແບບນີ້ ທີ່ເອີ້ນວ່າ intaglio ນັ້ນ ​ເຮັດ​ໃຫ້​ທະນາ​ບັດ​ຂອງ​ສະຫະລັດ ມີ​ລັກສະນະ​ພິ​ເສດ.

ທ່ານ Felix ​ເວົ້າ​ວ່າ​: “ສະຫະລັດ ​ໃຊ້ແມ່ພິມ​ແກະ​ສະ​ລັກ ເກືອບ​ວ່າ​ຫຼາຍ​ກວ່າ​ປະ​ເທດອື່ນ​ໃດ ​ເພາະວ່າ​ເຮົາ​ໃຊ້​ແທ່ນ​ພິມ ທັງດ້ານ​ໜ້າແລະ​ດ້ານ​ຫຼັງ​ຂອງ​ເງິນ.”

ຫຼັງ​ຈາກ​ນັ້ນ ກໍໃສ່​ເລກ​ລໍາດັບ ​ແລະກາ​ປະ​ທັບ ​ຂອງເງິນ​ແຕ່ລະ​ໃບ.

ທ່ານ Felix ​ເວົ້າ​ອີກ​ວ່າ​: “ພວກເຮົາສອດລັກສະນະພິ​ເສດ​ເຫຼົ່າ​ນີ້ໃສ່ໃນ​ໃບທະ​ນາ​ບັດ ​ກໍເພື່ອ​ຊ່ວຍ​ບັນດາຜູ້​ໃຊ້​ເງິນທັງຫຼາຍ ​ຄືເຮັດໃຫ້​ແນ່​ໃຈ​ວ່າ ພວກ​ເຂົາ​ເຈົ້າສາມາດບອກ​ໄດ້​ວ່າ ​ເງິນ​ໃບ​ນັ້ນປອມຫຼື​ບໍ່​ປອມ? ພວກເຮົາ​ຈະຄອຍ​ ຕິດຕາມ​ເບິ່ງໄພ​ຂົ່ມຂູ່​ຕໍ່ທະ​ນາ​ບັດ ໃນ​ແງ່​ຂອງ​ເທັກ​ໂນ​ໂລ​ຈີ່ດິຈິ​ຕອລຢູ່​ສະ​ເໝີ ແລະ​ພວກ​ເຮົາ​ກໍ​ຄາດ​ການເຖິງ​ໄພ​ຂົ່ມຂູ່​ເຫຼົ່າ​ນັ້ນ ​ແລະ​ກໍ​ອອກ​ແບບ​ ລັກສະນະພິ​ເສດ​ເຫຼົ່າ​ນັ້ນ​ໃສ່​ໃນ​ໃບ​ທະ​ນາ​ບັດ ​ເພື່ອ​ປ້ອງ​ກັນການ​ປອມແປງ.”
ທ່ານ ​ນາງ Rosie Rios ​ເປັນ Treasurer ​ຫຼື ນາຍຄັງ ກໍ​ຄືເຈົ້າ​ໜ້າ​ທີ່​ກະຊວງ​ການ​ເງິນສະຫະລັດ ທີ່​ຮັບຜິດຊອບ​ການ​ອອກ​ທະ​ນາ​ບັດ​ ການ​ພິມ​ເງິນ ​ແລະ​ການ​ຫລໍ່ເງິນ​ຫຼຽນ​ທັງໝົດ​ຂອງ​ສະຫະລັດ ທັງ​ເປັນ​ຜູ້​ເຊັນ​ໃບ​ທະ​ນາ​ບັດ ຮ່ວມກັບ​ ລັດຖະມົນ​ຕີ​ກະຊວງ​ການ​ເງິນ ຫຼື Secretary of the Treasury.

ທ່ານ​ນາງ ຣີ​ໂອສ ​ເວົ້າ​ວ່າ: “​ເງິນທະ​ນາ​ບັດຂອງສະຫະລັດ ​ແມ່ນ​ມີ​ເອກ​ກະ​ລັກ​ພິ​ເສດ​ທີ່​ສຸດ ຍ້ອນ​ຫຼາຍໆ​ເຫດຜົນ​ດ້ວຍ​ກັນ.”

ທ່ານນາງ ຣີ​ໂອສ ມີໜ້າ​ທີ່​ກໍາ  ກັບຊີ້ນໍາ   ກົມແກະສະຫຼັກແລະພິມ​ເງິນ ​ແລະກົມ​ຫຼໍ່ຫຼຽນເງິນຂອງສະຫະລັດໂດຍ​ກົງ ຊຶ່ງ​ເປັນສອງ​ກົມຕ່າງ​ກັນ ທີ່ຢູ່​ພາຍ​ໃຕ້​ກະຊວງ​ການ​ເງິນ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...