spot_img
Homeມູມໄອທີລາວຫຼຸດຮູບໂຕເຄື່ອງໂທລະສັບ Huawei P9 ແລະສະເປັກ

ຫຼຸດຮູບໂຕເຄື່ອງໂທລະສັບ Huawei P9 ແລະສະເປັກ

Published on

ໃນໄລຍະນີ້ເລີ່ມມີຂ່າວຫຼຸດກ່ຽວກັບສະມາດໂຟນເຮືອທຸງໂຕໃໝ່ຈາກບໍລິສັດ Huawei ອອກມາເລື້ອຍໆ ແລະຫຼ້າສຸດເອງກໍມີຮູບຫຼຸດກ່ຽວກັບໂຕເຄຶ່ອງຂອງ Huawei P9 ອອກມາເຊິ່ງລຸ້ນດັ່ງກ່າວນີ້ມຊື່ີລະຫັດວ່າ Eva. ສຳລັບ P9 ນັ້ນຄາດວ່າຈະມີ 3 ລຸ້ນດ້ວຍກັນຄືກັບ P8 ຄື: P9, P9 Lite ແລະ P9 Max (Plus)

image

ສຳລັບສະເປັກຂອງ P9 ນັ້ນຄາດວ່າຈະໃຊ້ຊິບປະມວນຜົນໂຕໃໝ່ຫຼ້າສຸດແບບ Kirin 950 ແລະຊິບປະມວນຜົນກຣາບຟິກ Mali-T880 MP4. RAM 3GB/4GB, ພື້ນທີ່ຈັດເກັບ 32GB ແລະແບັດເຕີຣີ 3900mAh. ສ່ວນໃນດ້ານຂອງ P9 Max ນັ້ນຈະໃຊ້ຊິບປະມວນຜົນ Kirin 955, RAM 4GB ແລະພື້ນທີ່ຈັດເກັບ 64GB.

image

ສຳລັບ P9 ນັ້ນໃຊ້ງານພອຣດ USB Type-C ໂຕໃໝ່. ກ້ອງຫຼັງເລນຄູ່ ຖືກຕ້ອງຕາມຂ່າວລືກ່ອນໜ້ານີ້ແລະຄາດວ່າໜ້າຈະມີຄວາມລະອຽດຢູ່ທີ່ 12 ລ້ານພິກເຊວ. ມີລະບົບສະແກນລາຍນິ້ວມືທີ່ດ້ານຫຼັງໂຕເຄື່ອງ

image

*ອັບເດດ: ຫຼ້າສຸດນີ້ທາງບໍລິສັດ Huawei ໄດ້ໂພສຮູບກ່ຽວກັັບງານທີ່ຈະຈັດຂຶ້ນໃນວັນທີ 9 ເດືອນມີນານີ້ ຢູ່ທີ່ເບີລິນ ປະເທດເຢຍລະມັັນ ແຕ່ບໍ່ຮູ້ວ່າຈະເປັນງານແນວໃດ ຄາດວ່າອາດຈະມີການເປີດໂຕສະມາດໂຟນ P9 ໃນງານນຳ (ເຫັນຮູບເບຍລະບໍ່ຄິດວ່າຈະເປັນງານໂທລະສັບເລີຍ 555)
<a href="http://www.laopost.com/wp-content/up
loads/2016/03/p9-header.jpg”>image

ອັບເດດ2: ສຳລັບງານ ວັນທີ 9 ມີນາ ບໍ່ແມ່ນງານເປີດໂຕສະມາດໂຟນລຸ້ນດັ່ງກ່າວແຕ່ຢ່າງໃດ ແຕ່ຈະໄປເປີດໂຕໃນງານທີ່ຈະຈັດຂຶ້ນໃນຊ່ວງກາງເດືອນເມສາ

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...