spot_img
Homeຂ່າວພາຍ​ໃນມອບ-ຮັບ​ໝ້າ​ທີ່ຫົວ​ໝ້າ​ຫ້ອ​ງວ່າ​ການ​ປົກຄອງແຂວງ​ຫົວພັນ

ມອບ-ຮັບ​ໝ້າ​ທີ່ຫົວ​ໝ້າ​ຫ້ອ​ງວ່າ​ການ​ປົກຄອງແຂວງ​ຫົວພັນ

Published on

ວັນ​ທີ 1 ມີ­ນາ 2016 ນີ້, ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ​ຫົວ­ພັນໄດ້​ຈັດ​ພິ­ທີ​ມອບ-ຮັບ​ຫົວ­ໜ້າ​ຫ້ອງ​ວ່າການ​ປົກ­ຄອງ​ແຂວງ​ລະ­ວ່າງ​ຜູ້​ເກົ່າແລະຜູ້​ໃໝ່ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານນາງແພງກັນ­ຍາ​ພິມກຳ­ມະ­ການ​ປະຈຳ​ພັກ​ແຂວງ, ຮອງ​ເລ­ຂາ​ພັກ​ແຂວງ, ຮອງ​ເຈົ້າ­ແຂວງໆ​ຫົວ­ພັນ, ມີ​ບັນ­ດາ​ທ່ານການ​ນຳ​ຂັ້ນ​ແຂວງ, ຫົວ­ໜ້າ​ຫ້ອງ­ການ​ທີ່​ກ່ຽວ­ຂ້ອງ​ອ້ອມ​ຂ້າງ​ແຂວງ​ພ້ອມ​ດ້ວຍພະ­ນັກ­ງານ​ວິ­ຊາ​ການຢູ່​ພາຍ​ໃນ​ຫ້ອງ​ວ່າ­ການ​ເຂົ້າ​ຮ່ວມ​ເປັນສັກ­ຂີ​ພິ­ຍານ.

ໂດຍ​ປະ­ຕິ­ບັດ​ຕາມ​ຂໍ້​ຕົກ­ລົງ​ເລກ​ທີ 167 ລົງ​ວັນ​ທີ 19 ກຸມ­ພາ 2016 ຂອງທ່ານ​ເຈົ້າ­ແຂວງ​ຫົວ­ພັນ​ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຜູ້​ຮັກ­ສາ​ການ​ຫົວ­ໜ້າ​ຫ້ອງ​ວ່າ­ການປົກຄອງ​ແຂວງ, ມະ­ຕິ​ຕົກ­ລົງ​ເລກ​ທີ 94 ລົງວັນ​ທີ 26 ກຸມ­ພາ 2016 ຂອງ​ຄະ­ນະ​ປະ­ຈຳ​ພັກ​ແຂວງ​ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງ­ຕັ້ງ​ຜູ້​ຮັກ­ສາ​ເລ­ຂາ​ຄະ­ນະ​ພັກ​ຮາກຖານ​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ, ຄຳສັ່ງ​ເລກ​ທີ 08 ລົງ​ວັນ​ທີ 19 ກຸມ­ພາ 2016 ຂອງ​ທ່ານ​ເຈົ້າ­ແຂວງ​ວ່າ​ດ້ວຍການ​ຍົກ­ຍ້າຍ​ພະ­ນັກ­ງານ​ໄປ​ຮັບ​ໜ້າ­ທີ່​ຢູ່ບ່ອນ​ໃໝ່ແລະ​ຄຳ​ສັ່ງ​ເລກ​ທີ 56 ລົງ​ວັນທີ 19 ກຸມ­ພາ 2016 ຂອງ​ຄະ­ນະ​ປະ­ຈຳພັກ​ແຂວງ​ວ່າ​ດ້ວຍ​ການ​ຍົກ­ຍ້າຍ​ພະ­ນັກງານ​ໄປ​ຮັບ​ໜ້າ­ທີ່​ໃໝ່ດັ່ງ­ນັ້ນ​ຈິ່ງ​ຈັດ​ພິ­ທີມອບ-ຮັບ​ລະ­ຫວ່າງ​ທ່ານພູ​ວົງສີ​ສົມຮັກກຳ­ມະ­ການ​ພັກ​ແຂວງ, ຫົວ­ໜ້າ​ຫ້ອງວ່າ­ການ​ປົກ­ຄອງ​ແຂວງ​ຜູ້​ເກົ່າ​ໄດ້​ຖືກ​ການສັບ​ຊ້ອນ​ໄປ​ຮັບ​ໜ້າ­ທີ່​ໃໝ່​ໄປ​ເປັນ​ຫົວໜ້າ​ພະ​ແນກ​ແຜນ­ການແລະ​ການ​ລົງ­ທຶນແຂວງແລະ​ໄດ້​ຜັດ­ປ່ຽນ​ເອົາ​ທ່ານວົງເພັດບຸນ​ມະ­ນີມາ​ຮັບ​ຕຳ­ແໜ່ງ​ເປັນ​ຮັກ­ສາ​ການ​ຫົວ­ໜ້າ​ຫ້ອງ​ວ່າ­ການ​ປົກ­ຄອງແຂວງ​ຜູ້​ໃໝ່.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)