spot_img
Homeຂ່າວການພັດທະນາໂຄງການວຽງຈັນທົດລອງ 2016 ໄດ້ຮັບການຕອບຮັບເປັນຢ່າງດີ ຈາກສັງຄົມ!

ໂຄງການວຽງຈັນທົດລອງ 2016 ໄດ້ຮັບການຕອບຮັບເປັນຢ່າງດີ ຈາກສັງຄົມ!

Published on

ໂຄງການ​ທົດ​ລອງ​ເພື່ອ​ຟື້ນ​ຟູເຂດ​ຕົວ​ເມືອງ​ປະຫວັດສາດ (ວຽງ​ຈັນ​ທົດ​ລອງ 2016) ໄດ້​ຈັດຂຶ້ນ​ວັນ​ທີ 26 ກຸມພາ 2016 ຢູ່ວັດ​ອົງ​ຕື້ ມີ​ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ທ່ານ ​ດຣ. ສັນຕິ​ສຸກ ສິມ​ມາລາ​ວົງ ຫົວໜ້າຫ້ອງການ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ທ່ານ ຣຽວ​ຕາ​ໂຣະ ຊູ​ຊຸ​ກິ ຫົວໜ້າ​ກົງ​ສູນ​ຍີ່ປຸ່ນ ປະຈຳລາວ ທ່ານ ຢູ​ຊຸ​ເກະ ມູ​ຣາ​ຄາ​ມິ ຫົວໜ້າ​ອົງການ​ໄຈ​ກາ ປະຈຳລາວ ພ້ອມ​ດ້ວຍ​ບັນດາ​ຜູ້​ໃຫ້ການອຸປະຖຳ ແລະ ແຂກ​ຖືກ​ເຊີນ​ເຂົ້າຮ່ວມ.

ທ່ານ ແກ້ວ​ພິລາ​ວັນ ອາ​ໄພລາດ ໄດ້​ກ່າວ​ວ່າ: ວຽງ​ຈັນ​ທົດລອງ 2016 ຈັດ​ຂຶ້ນ​ປີ​ນີ້​ເປັນ​ປີ​ທີ 2 ພາຍຫຼັງ​ໄດ້​ຮັບ​ຜົນສຳເລັດ ແລະ ສຽງ​ຕອບ​ຮັບ​ທີ່​ດີ​ຈາກ​ຫຼາຍ​ຝ່າຍ ໃນ​ການ​ຈັດ​ງານ ຄັ້ງ​ທີ 1 ໃນ​ປີ 2015 ການ​ຈັດ​ງານ​ຄັ້ງ​ນີ້ ຈະ​ຊ່ວຍ​ສົ່ງເສີມ ແລະ ສ້າງ​ຈິດ​ສຳນຶກ​ຂອງປະຊາຊົນ ນະຄອນຫຼວງ​ວຽງ​ຈັນ ກໍ່​ຄື​ບັນດາ​ເຈົ້າ​ຂອງ​ຮ້ານ ຜູ້​ປະກອບ​ການ ນັກທຸລະກິດ ແລະ ປະຊາ​ຊົນ​ທີ່​ອາໄສ​ຢູ່​ເຂດ​ອະນຸ​ຮັກ​ປະຫວັດ​ສາດ ໄດ້​ຮັບ​ຮູ້ ເຊື່ອມ​ຊຶມ ແລະ ເຂົ້າໃຈ​ການ​ປົກ​ປັກ​ຮັກສາເຂດ​ດັ່ງກ່າວ​ ໃຫ້​ມີ​ຄວາມ​ເປັນ​ເອກະ​ລັກ ແລະ ວັດທະນະທຳ​ອັນເກົ່າ​ແກ່ ໄປ​ພ້ອມໆ​ກັບ​ການ​ປັບປຸງ ສົ່ງເສີມ ແລະ ສ້າງ​ຄວາມດຶງ​ດູດ​ດ້ານ​ການທ່ອງທ່ຽວ.

ທ່ານ ​ຮສ.​ດຣ. ສຸ​ກັນ ຈິດ​ປັນຍາ ຫົວໜ້າ​ພາກ​ວິຊາ​ສະພາບ​ແວດລ້ອມ​ຜັງເມືອງ ຄະນະ​ສະ​ຖາ​ປັດຕະ​ຍະ​ກຳ​ສາດ ມະຫາ​ວິທະຍາໄລ​ແຫ່ງ​ຊາດ ຄະນະ​ຊີ້​ນຳ​ການຈັດ​ງານ​ວຽງ​ຈັນ​ທົດ​ລອງ 2016 ກໍ່​ໄດ້​ກ່າວ​ວ່າ: ການ​ຈັດ​ງານ​ວຽງຈັນ​ທົດ​ລອງ 2016 ເຫັນ​ວ່າ​ມີ​ບັນຍາ​ກາດ​ຄຶກຄື້ນ ແລະ ໄດ້​ຮັບການ​ຕອບ​ຮັບ​ເປັນ​ຢ່າງ​ດີ​ກວ່າ​ຄັ້ງຜ່ານ​ມາ ແລະ ງານ​ຄັ້ງ​ນີ້ ​ຈັດ​ຂຶ້ນໃນ​ວັນ​ທີ 26 27 ແລະ 28 ກຸມພາ 2016 ເຫັນ​ວ່າ​ນັກ​ທ່ອງທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະເທດ​ໄດ້​ເຂົ້າ​ມາ​ທ່ຽວ​ຊົມ​ເພີ່ມ​ຂຶ້ນເປັນ​ຈຳນວນ​ຫຼວງຫຼາຍ ນອກຈາກ​ກິດຈະກຳ​ຫຼັກ ເປັນຕົ້ນ ການສະແດງ​ສິລະ​ປະ​ພື້ນເມືອງສາທິດ ​ການ​ເຮັດ​ເຄື່ອງ​ຫັດຖະກຳແສງ​ສະຫວ່າງ​ໃນ​ຍາມ​ກາງຄືນ ວາງສະແດງ​ສິນຄ້າ ຮູບ​ຖ່າຍ-ຮູບແຕ້ມ ນຳ​ທ່ຽວ​ຊົມ​ຕົວ​ເມືອງປະຫວັດສາດ ແລະ ກິດຈະກຳອື່ນໆ​ທີ່​ໜ້າ​ສົນໃຈ​ອື່ນໆ​ແລ້ວ ປີ​ນີ້ ຍັງ​ມີ​ກອງ​ລະຄອນ​ລຳ ກອງ​ລະຄອນ​ຕຸກກະຕາ​ສູນ​ກາງມາ​ຮ່ວມສະແດງ ມີ​ການວາງສະແດງແຜນທີ່​ຮູບ​ປະຫວັດສາດ​ຂອງ​ຕົວເມືອງ ສອນ​ແຕ້ມ​ຮູບ ແລະ ກິດຈະ​ກຳ​ອື່ນໆ ນອກ​ນີ້ ປະຊາຊົນທ້ອງຖິ່ນ ບັນດາ​ຮ້ານ​ຕ່າງໆ​ກໍ່​ໄດ້ໃຫ້ການ​ຮ່ວມ​ມື ແລະ ອຳນວຍຄວາມ​ສະດວກ​ເປັນ​ຢ່າງ​ດີ ພ້ອມທັງ​ສະເໜີ​ໃຫ້​ພວກ​ເຮົາ​ຈັດ​ງານລັກສະນະ​ແບບ​ນີ້​ໃຫ້​ຖີ່​ຂຶ້ນ​ ກວ່າເກົ່າ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...