spot_img
Homeຂ່າວການສຶກສາລາວ-ອົດສະຕຣາລີ-ອີຢູ ຫາລືການປັບປຸງ ແລະ ຂະຫຍາຍໂອກາດເຂົ້າຮຽນຢູ່ລາວ

ລາວ-ອົດສະຕຣາລີ-ອີຢູ ຫາລືການປັບປຸງ ແລະ ຂະຫຍາຍໂອກາດເຂົ້າຮຽນຢູ່ລາວ

Published on

ກອງປະຊຸມຄະນະຮັບຜິດຊອບ ການຄຸ້ມຄອງແຜນງານ ການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດ ການເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ ຜ່ານມານີ້ ທີ່ໂຮງແຮມເມີກຽວ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມເປັນປະທານໃນກອງປະຊຸມດັ່ງກ່າວມີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮັກສາການລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ, ມີເອກອັກຄະລັດຖະ ທູດອົດສະຕຣາລີ, ອຸປະທູດສະຫະພາບເອີຣົບ ປະຈຳລາວ ພ້ອມດ້ວຍແຂກຖືກເຊີນຈາກ ແຂວງເປົ້າໝາຍຂອງແຜນງານດັ່ງກ່າວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດຄູ່ຮ່ວມພັດທະນາເຂົ້າຮ່ວມ.

ກອງປະຊຸມຂອງຄະນະຮັບຜິດຊອບ ການຄຸ້ມຄອງແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການ ເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານຢູ່ ສປປ ລາວ ຫຼື ເອີ້ນວ່າ: ແຜນງານບິກວາ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ, ກອງປະຊຸມດັ່ງກ່າວໄດ້ມີ ການປຶກສາຫາລື ແລະ ຮັບ ເອົາບັນດາເອກະສານສຳຄັນຕ່າງໆເຊັ່ນ: ແຜນປະຈຳປີ ແລະ ບົດລາຍງານຄວາມ ຄືບໜ້າຂອງການຈັດຕັ້ງ ປະຕິບັດແຜນງານປະຈຳ 6 ເດືອນໃນໄລຍະຜ່ານມາ; ປຶກສາຫາລື ແລະ ຮັບຮອງ ເອົາຂໍ້ສະເໜີດ້ານຍຸດທະສາດ ເພື່ອແກ້ໄຂບັນຫາຮີບດ່ວນທີ່ ອາດຈະສົ່ງຜົນຕໍ່ການຈັດຕັ້ງ ປະຕິບັດແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານຢູ່ ສປປ ລາວ, ພ້ອມກັນນີ້ ກອງ ປະຊຸມຍັງໄດ້ປຶກສາຫາລື ແລະ ຮັບຮອງເອົາຂໍ້ສະເໜີແນະນຳຕ່າງໆ ພ້ອມເອກະສານການລາຍງານ ຂອງແຜນງານທີ່ນຳສະເໜີ ເຂົ້າໃນວາລະການປຶກສາຫາລືຂອງຄະນະຮັບຜິດຊອບ ການຄຸ້ມຄອງແຜນງານ ດັ່ງກ່າວ, ກອງປະຊຸມຍັງໄດ້ມີການປຶກສາຫາລື ແລະ ຮັບຮອງກ່ຽວກັບ ສະພາບການຈັດຕັ້ງປະຕິບັດ, ການຄຸ້ມຄອງ ດ້ານວິຊາການ ແລະ ການຕິດຕາມທາງດ້ານການເງິນ ຂອງແຜນງານດັ່ງກ່າວ ທີ່ກຳລັງດຳເນີນຢູ່ໃນປະຈຸບັນ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...