spot_img
HomeBaby-ແມ່ແລະເດັກເສີມສ້າງລະບົບສະໝອງ ແລະ ໄຂສັນຫລັງໃຫ້ລູກນ້ອຍຕັ້ງແຕ່ຢູ່ໃນທ້ອງ

ເສີມສ້າງລະບົບສະໝອງ ແລະ ໄຂສັນຫລັງໃຫ້ລູກນ້ອຍຕັ້ງແຕ່ຢູ່ໃນທ້ອງ

Published on

 ພັດທະນາການຂອງລູກນ້ອຍໃນທ້ອງຈະມີການເຕີບໃຫຍ່ ແລະ ມີການປ່ຽນແປງຢູ່ສະເໝີ ວັນນີ້ພວກເຮົາມີເຄັດລັບໃນການດູແລຕົນເອງຂອງແມ່ຖືພາ ແລະ ການໃຊ້ຊີວິດປະຈຳວັນເລື່ອງອາຫານການກິນລວມທັງສຸຂະພາບຂອງແມ່ທີ່ຊ່ວຍໃຫ້ມີການເສີມສ້າງລະບົບສະໝອງ ແລະ ໄຂສັນຫຼັງໃຫ້ລູກນ້ອຍຕັ້ງແຕ່ຢູ່ໃນທ້ອງມາຝາກ ເຮົາມາເບິ່ງກັນເລີຍວ່າອາຫານທີ່ແມ່ຖືພາຄວນກິນນັ້ນມີຫຍັງແນ່!

 ໂປຣຕິນ ແລະ ແຄລຊ້ຽມ ໂປຣຕິນຊັ້ນດີໄດ້ແກ່ ໄຂ່ຂາວມື້ລະ 2-3 ໜ່ວຍ ເນື້ອຕ່າງໆ ໂດຍສະເພາະປາທະເລເຊິ່ງມີສານ DHA ທີ່ເສີມສ້າງສະໝອງ ແລະ ໄຂສັນຫຼັງຂອງລູກ, ສ່ວນຊີ້ນໝູກໍ່ມີວິຕາມິນບີຫຼາຍຊ່ວຍບຳລຸງລະບົບປະສາດ, ນົມກໍ່ມີທັງໂປຣຕິນ ແລະ ແຄລຊ້ຽມສູງ ຊ່ວຍທັງກະດູກ ແລະ ແຂ້ວ.

ໂຟເລດ ຜັກຂຽນວມີໂຟເລດປະລິມານຫຼາຍ ຊ່ວຍປ້ອງກັນຄວາມເປັນພິການຂອງລະບົບປະສາດໄດ້.

 

ຄວນດື່ມນ້ຳເປັນປົກກະຕິ, ນອນລັບໃຫ້ພຽງພໍ, ອອກກຳລັງກາຍເປັນປະຈຳ, ບໍ່ຄວນຄິດຫຼາຍ ແລະ ເຮັດຈິດໃຈໃຫ້ມີຄວາມເບີກບານ, ມີຄວາມຢູ່ຕະຫຼອດ ເພາະລູກເກີດມາຈະໄດ້ອາລົມດີ ແລະ ມີສຸຂະພາບແຂງແຮງສົມບູນ.

ສິ່ງສຳຄັນທີ່ຄວນປະຕິບັດໃນເວລາຖືພາ: ງົດດື່ມເຄື່ອງມຶນເມົາປະເພດເຫຼົ້າເບຍ…, ກາເຟ, ນ້ຳອັດລົມ, ຫຼີກລ້ຽງຄັວນຢາສູບ, ງົດສູບຢາ ປະເພດຢາສູບ, ຢາເສບຕິດທຸກປະເພດ, ງົດທ່ຽວເດິກ, ນອນເດິກ ແລະ ອື່ນໆ ທີ່ເຫັນວ່າເປັນອັນຕະລາຍຕໍ່ລູກນ້ອຍໃນທ້ອງ.

 

ໂດຍ: ປອັກເລັກ.

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...