ເທສະການອາຫານລາວໜຶ່ງໃນເວທີສົ່ງເສີມຫົວໜ່ວຍທຸລະກິດຂອງແມ່ຍິງທີ່ປະກອບສ່ວນອັນສຳຄັນໃນການ ອະນຸຮັກ ແລະສົ່ງເສີມວັດທະນະທຳອັນດີງາມ ທີ່ໄດ້ຈັດຂຶ້ນໃນທ້າຍເດືອນມັງກອນຜ່ານມານັ້ນແມ່ນສາມາດບັນລຸຍອດຂາຍໄດ້ 2 ຕື້ກວ່າກີບ, ຂະນະທີ່ບັນຍາກາດການເຂົ້າຮ່ວມທ່ຽວຊົມຈັບຈ່າຍຊື້ຂອງພໍ່ແມ່ປະຊາຊົນແມ່ນຄຶກຄື້ນກວ່າທຸກປີຜ່ານມາ.
ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ກ່າວໃຫ້ຮູ້ໃນພິທີຮັບສະມາຊິກໃໝ່ ແລະສະຫຼຸບການຈັດງານເທສະການອາຫານລາວ ເມື່ອວັນທີ 29 ກຸມພາ ທີ່ຮ້ານອາຫານຄົວລາວຮູ້ວ່າ: ງານເທສະການອາຫານລາວຄັ້ງທີ 11 ທີ່ຈັດຕັ້ງຂຶ້ນໃນ ລະຫວ່າງວັນທີ 28-30 ມັງກອນ 2016, ຢູ່ເດີ່ນສວນເຈົ້າອານຸວົງ, ນະຄອນຫຼວງວຽງຈັນ ເພື່ອເປັນການສືບຕໍ່ຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດຂອງແມ່ຍິງນັບທັງການຜະລິດ, ການປູກພືດກະສິກຳ, ລ້ຽງສັດ, ປຸງແຕ່ງ, ທຸລະກິດຮ້ານອາຫານຢູ່ໃນນະຄອນຫຼວງວຽງຈັນ ແລະ ທ້ອງຖິ່ນຕ່າງແຂວງໃຫ້ມີໂອກາດມາວາງສະແດງ ແລະຂາຍຜະລິດຕະພັນຂອງຕົນ ຊຶ່ງມີຮ້ານວາງສະແດງຜະລິດຕະພັນ ແລະ ຂາຍສິນຄ້າໄດ້ທັງໝົດ 160 ບຸດນັ້ນ ແມ່ນສາມາດສ້າງລາຍຮັບຈາກການຂາຍສິນ ຄ້າທັງໝົດ 2,41 ຕື້ກີບ ໂດຍງາຍປີນີ້ຖ້າທຽບໃສ່ແຕ່ລະປີຜ່ານມາແມ່ນດີຂຶ້ນຕາມລຳດັບ, ມີມວນຊົນເຂົ້າມາທ່ຽວຊົມ ແລະ ຊື້ສິນຄ້າຢ່າງບໍ່ຂາດສາຍ.
ເຖິງຢ່າງໃດກໍດີ ທັງໝົດນີ້ ກໍຍ້ອນໄດ້ຮັບການຊີ້ນຳໆພາຢ່າງຮອບດ້ານຈາກປະທານຄະນະບໍລິຫານງານສະມາຄົມນັກທຸລະກິດແມ່ຍິງ, ການຮ່ວມມືຈາກການນຳສູນກາງສະຫະພັນແມ່ຍິງຢ່າງໃກ້ຊິດ, ການແບ່ງງານ, ການຂົນຂວາຍທຶນ, ການຈັດງານຖະແຫຼງຂ່າວຕາມເວລາທີ່ເໝາະສົມ ແລະປະທານຈັດງານໄດ້ເອົາໃຈໃສ່ຕິດຕາມ ແລະກວດກາວຽກງານຂອງແຕ່ລະອະນຸກຳມະການ.
ນອກຈາກການສະຫຼຸບຜົນການຈັດງານເທສະການອາຫານແລ້ວພາຍໃນຍັງໄດ້ຈັດພິທີຕ້ອນຮັບສະມາຊິກໃໝ່ຈຳນວນ 14 ທ່ານ, ໂດຍມາຮອດປະຈຸບັນ ສະມາຄົມນັກທຸລະກິດແມ່ຍິງລາວມີສະ ມາຊິກທັງໝົດ 114 ທ່ານ ຊຶ່ງໃຫ້ກຽດມອບໃບຢັ້ງຢືນຮັບສະມາຊິກໃໝ່ໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ພາຍໃຕ້ການເປັນປະທານຂອງທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງພ້ອມດ້ວຍບັນດາສະມາຊິກເກົ່າ ແລະໃໝ່ເຂົ້າຮ່ວມ.