spot_img
Homeຂ່າວພາຍ​ໃນກຸມ­ພາ ທົ່ວ​ປະ­ເທດ​ມີ​ຜູ້​ເສຍ​ຊີ­ວິດ ຈາກ​ອຸ­ບັດ­ເຫດ​ຮ້ອຍ​ກວ່າ​ຄົນ

ກຸມ­ພາ ທົ່ວ​ປະ­ເທດ​ມີ​ຜູ້​ເສຍ​ຊີ­ວິດ ຈາກ​ອຸ­ບັດ­ເຫດ​ຮ້ອຍ​ກວ່າ​ຄົນ

Published on

ເຈົ້າ​ໜ້າ­ທີ່​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ​ກະ­ຊວງ​ປ້ອງ​ກັນຄວາມ​ສະ­ຫງົບ​ໃຫ້​ຮູ້​ວ່າ: ໃນ​ເດືອນ​ກຸມ­ພາ 2016 ທົ່ວ​ປະ­ເທດ ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ 486 ຄັ້ງ, ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ­ວິດ 103 ຄົນ, ທຽບ­ໃສ່​ເດືອນ​ມັງ­ກອນ​ຂອງ​ປີ​ດຽວ​ກັນ​ມີ​ອຸ­ບັດ­ເຫດເພີ່ມ​ຂຶ້ນ​ເກືອບ 50 ຄັ້ງ ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ເກີດ​ຂຶ້ນ                                                                                                                                   ຫຼາຍ​ທີ່​ສຸດ​ຈຳ­ນວນ 137 ຄັ້ງ, ມີ​ຜູ້​ເສຍ​ຊີ­ວິດ 27 ຄົນ, ຮອງ​ລົງ​ມາ​ແມ່ນ​ແຂວງ​ສະ­ຫວັນນະ​ເຂດ 64 ຄັ້ງ, ເສຍ​ຊີ­ວິດ 9 ຄົນ, ແຂວງ ຈຳ­ປາ​ສັກ 62 ຄັ້ງ, ເສຍ​ຊີ­ວິດ 10 ຄົນ ແລະ​ແຂວງ​ອຸ­ດົມ​ໄຊ 48 ຄັ້ງ ມີ​ຜູ້​ເສຍ​ຊີວິດ 5 ຄົນ ສະ­ເລ່ຍ​ມູນ​ຄ່າ​ເສຍ​ຫາຍ​ກວ່າ 10 ຕື້​ກວ່າ​ກີບ.

ເຈົ້າ​ໜ້າ­ທີ່​ກົມ​ຕຳ­ຫຼວດ​ຈະ­ລາ­ຈອນຍັງ​ໃຫ້​ຮູ້​ວ່າ: ອຸ­ບັດ­ເຫດໃນ​ເດືອນ​ດັ່ງ­ກ່າວ ແມ່ນ​ມີ​ຕົວ​ເລກ​ທີ່​ສູງ, ສາ­ເຫດ​ສ່ວນ​ໃຫຍ່ເກີດ​ຈາກ​ການ​ບໍ່​ປະ­ຕິ­ບັດ​ກົດ​ລະ­ບຽບ​ຈະລາ​ຈອນ, ຂັບ​ຂີ່​ລົດ​ໄວ, ດື່ມ​ສິ່ງ​ມຶນ­ເມົາ, ແຊງ​ບໍ່​ຮັບ­ປະ­ກັນ ແລະ​ອື່ນໆ ຊຶ່ງ​ກໍ​ໃຫ້ເກີດ​ອຸ­ບັດ­ເຫດ, ດັ່ງ​ວັນ​ທີ 21 ກຸມ­ພາ​ນີ້, ໄດ້​ເກີດ​ອຸ­ບັດ­ເຫດ​ຢ່າງ​ຮ້າຍ​ແຮງ​ມີ​ລົດໂດຍ­ສານ​ໝາຍ​ເລກ​ທະ­ບຽນ ບກ 6551 ກຳ­ແພງ​ນະ­ຄອນ ແລ່ນ​ມາ​ແຕ່​ຫຼວງ​ພະບາງ ເພື່ອ​ມຸ່ງ​ໜ້າ​ມາ​ນະ­ຄອນ​ຫຼວ​ງວ​ຽ​ຈັນ ແຕ່​ພໍ​ມາ​ຮອດ​ເຂດ​ບ້ານ​ທົ່ງ​ເມືອດ ເມືອງກາ­ສີ ໃນ​ເສັ້ນ­ທາງ​ຕັດ​ໃໝ່​ເມືອງ​ນານ-ກາ­ສີ, ຊຶ່ງ​ເປັນ​ທາງ​ຄົດ​ໂຄ້ງ​ບວກ​ໃສ່​ກັບສະ­ພາບ​ເຕັກ­ນິກ​ຂອງ​ລົດ​ບໍ່​ພ້ອມ ຈິ່ງ​ເຮັດ ໃຫ້​ເສຍ​ຫຼັກ​ພຸ້ງ​ໄປ​ຕຳ​ເອົາ​ລົດ​ຕູ້​ໝາຍ ເລກທະ­ບຽນ 5536 ຫຼວງ​ພະ​ບາງ ທີ່ແລ່ນ​ສວນ​ທາງ​ມາ​ຢ່າງ​ແຮງເຮັດ​ໃຫ້​ຄົນຂັບ ແລະ​ຜູ້­ໂດຍ­ສານ​ໃນ​ລົດ​ຕູ້​ເສຍ​ຊີ­ວິດ 5 ຄົນ, ນອກ­ຈາກ​ນີ້ ຍັງ​ມີ​ຜູ້­ໂດຍ­ສານ​ໃນລົດ­ເມໄດ້​ຮັບ​ບາດ­ເຈັບສາ­ຫັດ 9 ຄົນ, ສົມ­ຄວນ 6 ຄົນ ແລະ ບາດ­ເຈັບ​ເລັກ​ນ້ອຍ 9 ຄົນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...