spot_img
Homeຂ່າວການສຶກສາສຳເລັດການສອບເສັງນັກຮຽນເກັ່ງທົ່ວປະເທດ

ສຳເລັດການສອບເສັງນັກຮຽນເກັ່ງທົ່ວປະເທດ

Published on

20140425180310

 

ພິທີ​ສະຫຼຸບ​ຜົນ​ການ​ສອບເສັງ​ນັກຮຽນ​ເກັ່ງ​ທົ່ວ​ປະເທດ ຈັດ​ຂຶ້ນ​ໃນ​ວັນ​ທີ 25 ເມສາ 2014 ສະເພາະ​ຊັ້ນ​ປະຖົມ ປ5 ແມ່ນ​ເພດ​ຍິງ​ຄອງ​ຊະນະ​ເລີດ​ທຸກ​ວິຊາ ວິຊາ​ຄະນິດສາດ ແມ່ນ​ນາງ ກິ່ງ ຫງຽນ​ຍີ່ ຈາກ​ປະຖົມ​ສຶກ​ສາ​ສົມບູນ​ສີ​ມຸງຄຸນ ເມືອງ​ໄຊ​ຍະ​ບູ​ລີ ແຂວງ​ໄຊ​ຍະ​ບູ​ລີ ວິຊາ​ພາສາ​ລາວ ນາງ ຄຳ​ຮ້າວ ສໍ​ພາບ​ມີ​ໄຊ ປະຖົມ​ປາດ​ຖະ​ໜາ ເມືອງ​ໄຊ​ເຊດ​ຖາ ແລະ ວິຊາ​ໂລກ​ອ້ອມ​ຕົວ ນາງ ປານີ​ພອນ ວົງ​ມາລາ ໂຮງຮຽນ​ໂສກ​ປ່າ​ຫຼວງ ເມືອງ​ສີ​ສັດຕະ​ນາກ ນະຄອນຫຼວງ​ວຽງ​ຈັນ.

ສ່ວນ​ຊັ້ນ​ມັດທະຍົມ​ສຶກ​ສາ ຂັ້ນ ມ4 ອັນ​ດັບ​ທີ 1 ວິຊາ​ພາສາ​ລາວ-ວັນນະຄະດີ ນາງ ທິບ​ພະ​ສອນ ພິລາ​ພັນ​ເດດ ວິຊາ​ຄະນິດສາດ ນາງ ສຸ​ນິດ​ຕາ ພິມ​ມະ​ສອນ ທັງ​ສອງ​ຈາກ ​ມສ ພອນ​ສະຫວັນ-ຊົນເຜົ່າ​ກຽມ​ມະຫາວິທະຍາໄລ ວິຊາ​ຟິ​ຊິກ​ສາດ ທ້າວ ອຸດົມ​ສຸກ ໄຊ​ດວງ​ຕາ ມັດທະຍົມ​ຕົ້ນ​ມິດຕະພາບ ແຂວງ​ໄຊ​ຍະ​ບູ​ລີ ແລະ ວິຊາ​ເຄ​ມີ​ສາດ ທ້າວ ຈິດ​ຕະ​ພອນ ບົວ​ເຂີ​ເຮີ ​ມສ ແຂວງ ແຂວງ​ອຸດົມ​ໄຊ.

ສະເພາະ​ຂັ້ນ ມ7 ອັນ​ດັບ​ທີ 1 ວິຊາ​ພາສາ​ລາວ-ວັນນະຄະດີ ນາງ ມຸກ​ທິດາ ແສງ​ສິ​ຣິ​ຈັນ ​ມສ ລາວ-ຫວຽດນາມ ວິຊາ​ຟີ​ຊິກ​ສາດ ທ້າວ ສຸກ​ຊະນະ ລາດ​ຕະກຸນ ​ມສ ວຽງ​ຈັນ ແລະ ວິຊາ​ເຄ​ມີ​ສາດ ທ້າວ ນະ​ຕິ​ທອນ ຄຳ​ພາ​ພົງສາ ​ມສ ວຽງ​ຈັນ ທັງ​ສາມ​ຈາກ​ນະຄອນຫຼວງ​ວຽງ​ຈັນ ສ່ວນ​ວິຊາ​ຄະນິດສາດ​ໃນ​ປີ​ນີ້ ແມ່ນ​ແຂວງ​ຈຳປາ​ສັກ ເອົາ​ໄປ​ຄອງ ທ້າວ ນຸດ​ສະກາ ຍິມ​ມະ​ວົງ ໂຮງຮຽນ​ພອນ​ສະຫວັນ.

ພິທີ​ສະຫຼຸບ​ຜົນ​ການ​ແຂ່ງຂັນ ຈັດ​ຂຶ້ນ​ທີ່​ມະຫາວິທະຍາໄລ​ແຫ່ງ​ຊາດ ໂດຍ​ມີ​ທ່ານ ລີ​ຕູ້ ບົວ​ປາວ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ພ້ອມ​ດ້ວຍ​ບັນດາ​ທ່ານ​ຜູ້ຕາງໜ້າ​ຈາກ​ຫ້າງ​ຮ້ານ​ບໍລິສັດ ທີ່​ໃຫ້ການ​ສະໜັບສະໜູນ ບັນດາ​ແຂກ​ຖືກ​ເຊີນ ພະນັກງານ​ຄູ-ອາຈານ ຜູ້​ປົກຄອງ​ຍາດ​ມິດ​ສະຫາຍ​ຂອງ​ນ້ອງ​ນັກຮຽນ ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້ ຮ່ວມ​ສະແດງ​ຄວາມ​ຍິນ​ດີ​ນຳ.

ທີ່ມາ http://www.vientianemai.net/teen/khao/1/11656

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...