spot_img
Homeຂ່າວຕ່າງປະເທດທ່ານນາງ ຄລິນຕັນ ຍາດໄດ້ໄຊຊະນະ ຈາກທ່ານ ແຊນເດີສ໌ ໃນການ ເລືອກຕັ້ງຂັ້ນຕົ້ນ ຂອງພັກ ໃນລັດ South Carolina

ທ່ານນາງ ຄລິນຕັນ ຍາດໄດ້ໄຊຊະນະ ຈາກທ່ານ ແຊນເດີສ໌ ໃນການ ເລືອກຕັ້ງຂັ້ນຕົ້ນ ຂອງພັກ ໃນລັດ South Carolina

Published on

ທ່ານນາງ ຄລິນຕັນ ຍາດໄດ້ໄຊຊະນະ ຈາກທ່ານ ແຊນເດີສ໌ ໃນການ ເລືອກຕັ້ງຂັ້ນຕົ້ນ ຂອງພັກ ໃນລັດ South Carolina

 

ທ່ານນາງ Hillary Clinton ໄດ້ຮັບໄຊຊະນະ ຢ່າງງ່າຍດາຍໃນການເລືອກຕັ້ງປະທານາທິບໍດີ ຂັ້ນຕົ້ນ ຂອງພັກເດໂມແຄຣັດໃນລັດ South Carolina ທີ່ໄດ້ສ້າງຖານະອັນໜຽວແໜ້ນ ເປັນຜູ້ນຳໜ້າ ແລະ ໄດ້ຜາບແພ້ ທ່ານ Bernie Sanders ຄູ່ແຂ່ງທີ່ສຳຄັນ ກ່ອນໜ້າ ການແຂ່ງຂັນເພື່ອຈະຖືກສະເໜີຊື່ ທີ່ສຳຄັນທີ່ສຸດ ສຳລັບ Super Tuesday ຫຼື ວັນອັງຄານສຸດຍອດ.

ທ່ານນາງຄລິນຕັນ ໄດ້ຮັບໄຊຊະນະຈາກການສະໜັບສະໜູນ ເກືອບ 3 ສ່ວນ 4 ຈາກພວກເດໂມແຄຣັດ ຜູ້ທີ່ໄດ້ໄປໃຊ້ສິດອອກສຽງໃນລັດທຳອິດຂອງພາກໃຕ້ ໃນລະຫວ່າງລະດູການເລືອກຕັ້ງ

ຜູ້ສະໝັກ ລົງແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ໂອ້ລົມກັບບັນດາຜູ້ສະໜັບສະໜູນ ຫຼັງຈາກທີ່ໄດ້ຮັບໄຊຊະນະ ການເລືອກຕັ້ງຂັ້ນຕົ້ນ ໃນລັດ South Carolina ຂອງພັກເດໂມແຄຣັດ ທີ່ເມືອງ Columbia, ວັນທີ 27 ກຸມພາ 2016. (W. Gallo/VOA)

​ຜົນການເລືອກຕັ້ງ ແມ່ນບໍ່ເຄີຍມີ ການສົງໄສໃດໆເລີຍ ມີແຕ່ພຽງຄຳຖາມດຽວ ກໍແມ່ນວ່າທ່ານ ແຊນເດີສ໌ ສະມາຊິກສະພາສູງ ຈາກລັດ Vermont ຂອງສະຫະລັດ ຈະສາມາດເຮັດໃຫ້ຄວາມແຕກຕ່າງເຂົ້າໄກ້ກັນໄດ້ ຫຼືບໍ່ ສຳລັບຄະແນນສຽງ ເກືອບ 30 ເປີເຊັນ ທີ່ຕົນຢູ່ຫ່າງໄກ ໃນອັນທີ່ເປັນການຢັ່ງຫາງສຽງຄວາມຄິດເຫັນ ເມື່ອບໍ່ນານມານີ້.

ກຸ່ມໂຄສະນາຫາສຽງຂອງທ່ານ Sanders ໄດ້ເປີດເຜີຍ ຢ່າງວ່ອງໄວ ໃນຖະແຫລງການສະບັບໜຶ່ງ ຈາກ ທ່ານ Sanders ຜູ້ສະໝັກ ທີ່ສະແດງຄວາມຍິນດີ ຕໍ່ໄຊຊະນະຂອງທ່ານນາງ ຄລິນຕັນ.

ສ່ວນທ່ານນາງ ຄລິນຕັນ ກໍໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜູນ ທີ່ກຳລັງຮ້ອງເຊຍ ໃນຄ່ຳຄືນການເຕົ້າໂຮມຊຸມນຸມ ຢູ່ທີ່ນັ້ນ ວ່າ “ມື້ອື່ນ ການໂຄສະນາຫາສຽງນີ້ ຈະໄປທົ່ວປະເທດ.”

ທ່ານນາງ ຄລິນຕັນ ອະດີດລັດຖະມົນຕີຕ່າງປະເທດ ແລະເປັນພັນລະຍາອະດີດ ປະທານາທິບໍດີ ບັດນີ້ຈະ ໄດ້ຮັບໄຊຊະນະ ຫຼື ຈາວກັນ ໃນ 3 ຄັ້ງ ຂອງການແຂ່ງຂັນເລືອກຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດ 4 ຄັ້ງທຳອິດຜ່ານມາ ແລະ ໄດ້ເປັນຜູ້ນຳໜ້າ ໃນການຢັ່ງ ຫາງສຽງຄວາມຄິດເຫັນ ຢູ່ຫຼາຍໆລັດ ທີ່ມີກຳນົດຈະລົງຄະແນນສຽງ ໃນວັນອັງຄານມື້ນີ້.

ໃນຂະນະທີ່ ໂອ້ລົມກັບບັນດານັກຂ່າວ ຢູ່ທີ່ສະໜາມບິນ ລັດ Minnesota ນັ້ນ ທ່ານ ແຊນເດີສ໌ ໄດ້ເວົ້າວ່າ “ໃນວົງການເມືອງແລ້ວ ຄ່ຳຄືນໃດໜຶ່ງ ບາງຄັ້ງ ທ່ານຈະຊະນະບາງຄັ້ງ ທ່ານຈະເສຍໄຊ. ໃນຄ່ຳຄືນນີ້ ພວກເຮົາເສຍໄຊ.”  ກ່ອນທີ່ຈະກ່າວຖະແຫລງຕໍ່ການເຕົ້າໂຮມຊຸມນຸມ ໃນເມືອງ Rochester ໃນລັດ Minnesotaບ່ອນທີ່ບັນດາຜູ້ມີສິດອອກສຽງ ຈະຕັດສິນໃຈ ລະຫວ່າງ ສອງວັນອັງຄານ ຈະມາເຖິງນີ້ ທ່ານ ແຊນເດີສ໌ ຈະກ່າວເຖິງ ການແຂ່ງຂັນ 11 ຄັ້ງ ໃນ 3 ມື້ ທີ່ຜ່ານມາດັ່ງນີ້: “ພວກເຮົາ ຕັ້ງໃຈທີ່ຈະໄດ້ຮັບໄຊຊະນະ ເປັນຈຳນວນຫຼາຍ.”

ທ່ານ Jim Guth ອາຈານ ລັດຖະສາດ ຢູ່ທີ່ມະຫາວິທະຍາໄລ Furman ທີ່ເມືອງ Greenville ຂອງລັດ South Carolina ກ່າວວ່າ ໄຊຊະນະ ໃນລັດ South Carolina ເປັນທີ່ໜ້າສັງເກດໄດ້ວ່າ ມັນປາກົດວ່າ ຄວາມນິຍົມຊົມຊອບ ສຳລັບທ່ານນາງ ຄລິນຕັນ ຍັງຄົງແຂງແກ່ນຢູ່ ໃນບັນດາຝຸງຊົນກຸ່ມນ້ອຍ.

 

ຂໍ້ມູນຈາກ http://lao.voanews.com/

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)