spot_img
Homeຂ່າວພາຍ​ໃນແລກ­ປ່ຽນ​ໂພ­ຊະ​ນາ​ການ ນັບ​ແຕ່​ເລີ່ມ​ຕົ້ນ​ຂອງ​ຊີ­ວິດ

ແລກ­ປ່ຽນ​ໂພ­ຊະ​ນາ​ການ ນັບ​ແຕ່​ເລີ່ມ​ຕົ້ນ​ຂອງ​ຊີ­ວິດ

Published on

 

ເພື່ອ​ສົ່ງ­ເສີມ​ໃຫ້​ແມ່­ຍິງ​ຖື­ພາ, ເດັກນ້ອຍ​ເກີດ​ໃໝ່ ແລະ​ເດັກ­ນ້ອຍເຖິງ​ອາ­ຍຸ 5 ປີ ມີ​ສຸ­ຂະ­ພາບ​ທີ່​ດີ​ຫຼີກ­ເວັ້ນ​ຈາກ​ພາ­ວະຂາດ​ສານ​ອາ­ຫານ ແລະ​ພາ­ວະ​ນ້ຳ­ໜັກເກີນ ເພື່ອ​ຈັດ​ເວ­ທີ​ນຳ​ສະ­ເໜີ​ຂໍ້​ມູນ​ແລກປ່ຽນ​ຄວາມ​ຮູ້​ກ່ຽວ​ກັບ​ໂພ­ຊະ​ນາ​ການ​ໃຫ້ແພດ​ໝໍ, ຫ້ອງ­ການ​ອ້ອມ​ຂ້າງ​ທີ່​ເຮັດວຽກ​ກ່ຽວ​ກັບ​ໂພ­ຊະ​ນາ​ການ​ໄດ້​ຮັບ​ຮູ້ເພີ່ມ​ຕື່ມ, ມະ­ຫາ­ວິ­ທະ­ຍາ­ໄລວິ­ທະ­ຍາ­ສາດ ສຸ­ຂະ­ພາບ​ແຫ່ງ​ຊາດ​ລາວ​ຮ່ວມ​ກັບ​ເຄືອຂ່າຍ​ໂພ­ຊະ​ນາ​ການ ນັບ​ຕັ້ງ­ແຕ່​ເລີ່ມ​ຕົ້ນຂອງ​ຊີ­ວິດ​ແຫ່ງ​ປະ­ເທດ​ໄທ ໄດ້​ຈັດ​ກອງປະ­ຊຸມ​ກ່ຽວ​ກັບ​ໂພ­ຊະ​ນາ​ການນັບ​ຕັ້ງແຕ່​ໄລ­ຍະ​ເລີ່ມ​ຕົ້ນ​ຂອງ​ຊີ­ວິດ ຊຶ່ງ​ແມ່ນ​ສິ່ງຈຳ­ເປັນ​ສຳ­ລັບ​ການ​ພັດ­ທະ­ນາ​ຂອງ​ເດັກໃນ​ທ້ອງ, ເດັກ​ເກີດ​ໃໝ່ ແລະ​ເດັກ­ນ້ອຍ.

ກອງ​ປະ­ຊຸມ​ດັ່ງ­ກ່າວ​ໄດ້​ຈັດ​ຂຶ້ນ​ໃນວັນ​ທີ 26 ກຸມ­ພາ​ຜ່ານ​ມາ​ທີ່​ສູນ​ການ​ຄ້າŒລາວ​ໄອ​ເຕັກ, ນະ­ຄອນ­ຫຼວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ ຮອງ ສຈ. ດຣ ນາງ ສົມ​ຈິດ ບຸບ​ພາ ອະທິ​ການ​ບໍ­ດີ​ມະ­ຫາ­ວິ­ທະ­ຍາ­ໄລ​ວິ­ທະ­ຍາ ສາດ​ສຸ­ຂະ­ພາບ, ມີ​ສາ​ສະ​ດາ​ຈານ, ຊ່ຽວ­ຊານ​ທາງ​ດ້ານ​ໂພ­ຊະ​ນາ​ການ​ລາວ ແລະ​ໄທທີ່​ເຊື້ອ​ເຊີນ​ມາ​ໃຫ້​ຂໍ້​ມູນ, ນັກ​ສຶກ ສາ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ, ວິ­ທະ­ຍາ­ສາດສຸ­ຂະ­ພາບ ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໂອ­ກາດ​ນີ້ ທ່ານ ຮອງ ສຈ.ດຣ ນາງ ສົມ​ຈິດ ບຸບ­ຜາ ກ່າວ​ວ່າ: ໂພ­ຊະ​ນາ​ການນັບ​ແຕ່​ໄລ­ຍະ​ເລີ່ມ​ຕົ້ນ​ຂອງ​ຊີ­ວິດ​ແມ່ນ​ມີ ຄວາມ​ສຳ­ຄັນ ແລະ​ຈຳ­ເປັນ​ສຳ­ລັບ​ການພັດ­ທະ­ນາ​ຂອງ​ແມ່​ທີ່​ຖື­ພາ, ເດັກ­ນ້ອຍ​ໃນທ້ອງ, ເດັກ­ນ້ອຍ​ເກີດ​ໃໝ່​ຈົນ​ເຖິງ​ອາ­ຍຸ 5 ປີ, ດັ່ງ­ນັ້ນ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ, ໂຮງ­ໝໍ, ມະ­ຫາ­ວິ­ທະ­ຍາ­ໄລວິ­ທະ­ຍາ­ສາດສຸ­ຂະ­ພາບ ຈິ່ງ​ເຫັນ​ຄວາມ​ສຳ­ຄັນ ແລະ ຈັດ​ກອງ​ປະ­ຊຸມ​ນີ້​ຂຶ້ນ​ຮ່ວມ​ກັບ​ເຄືອ​ຂ່າຍໂພ­ຊະ​ນາ​ການ ນັບ​ຕັ້ງ­ແຕ່​ເລີ່ມ​ຕົ້ນ​ຂອງຊີ­ວິດ​ແຫ່ງ​ລາ­ຊະ​ອາ­ນາ­ຈັກ​ໄທ, ພ້ອມທັງ​ເຊື້ອ​ເຊີນ​ສາ​ສະ​ດາ​ຈານ, ຊ່ຽວ­ຊານທາງ​ດ້ານ​ໂພ­ຊະ​ນາ​ການ​ຈາກ​ໄທ ແລະ ລາວ​ມາ​ໃຫ້​ຂໍ້​ມູນ, ແລກ­ປ່ຽນ​ປະ­ສົບ​ການທີ່​ເປັນ​ປະ­ໂຫຍດ​ກອງ​ປະ­ຊຸມ​ຄັ້ງ​ນີ້​ຍັງເປັນ​ການ​ລວມ​ຕົວ​ກັນ​ຂອງ​ບັນ­ດາ​ຫ້ອງການ ແລະ​ໜ່ວຍ​ງານ​ອ້ອມ​ຂ້າງ​ທີ່​ເຄື່ອນໄຫວ​ວຽກ​ງານ​ໂພ­ຊະ​ນາ​ການ​ຂອງ​ລາວ ແລະ​ທີມ​ງານ​ໂພ­ຊະ​ນາ​ການ​ໄທ ເພື່ອ​ປຶກສາ​ຫາ­ລື​ກັນ​ໃນ​ການ​ວາງ​ແຜນ​ເຄື່ອນ​ໄຫວວຽກ​ງານ​ໂພ­ຊະ​ນາ​ການ​ຢູ່​ໃນ​ລາວ.

ທ່ານ​ອະ­ທິ­ການ​ບໍ­ດີ ມະ­ຫາ​ວິ­ທະ­ຍາໄລ ວິ­ທະ­ຍາ­ສາດສຸ­ຂະ­ພາບ ຍັງ​ໄດ້​ລະ­ບຸວ່າ: ດ້ວຍ​ເຫດ​ນີ້​ການ­ເຄື່ອນ­ໄຫວ​ວຽກງານ​ກ່ຽວ​ກັບ​ໂພ­ຊະ​ນາ​ການນັບ​ແຕ່​ໄລຍະ​ເລີ່ມ​ຕົ້ນ​ຂອງ​ຊີ­ວິດ​ຈິ່ງ​ຖື​ວ່າ​ເປັນ​ວຽກງານ​ໜຶ່ງ​ທີ່​ຄວນ​ໃຫ້​ຄວາມ​ສຳ­ຄັນ ແລະ ພ້ອມ​ກັນ​ໃຫ້­ການ​ຮ່ວມ​ມື​ບໍ່​ວ່າ​ຈະ​ເປັນໜ່ວຍ​ງານ​ສາ​ທາ­ນະ​ລະ​ສຸກ, ໜ່ວຍ​ງານແມ່ ແລະ​ເດັກ, ໜ່ວຍ​ງານ​ສິດ­ທິ ແລະ​ບົດບາດ​ຍິງŒຊາຍ ກໍ​ຄື​ໜ່ວຍ​ງານ​ອື່ນໆ​ທີ່ເຄື່ອນ​ໄຫວ​ວຽກ​ງານ​ດ້ານ​ໂພ­ຊະ​ນາການ​ເພື່ອ​ຫຼຸດ­ຜ່ອນ​ຕົວ​ເລກ​ອັດ­ຕາ​ການຂາດ​ສານ​ອາ­ຫານ, ເດັກ​ທີ່​ເກີດ​ມາ​ແບບບໍ່​ສົມ­ບູນ, ເດັກ­ນ້ອຍ​ທີ່​ມີ​ນ້ຳ­ໜັກ​ເກີນ​ຂະໜາດລວມ​ເຖິງ​ອັດ­ຕາ​ການ​ຕາຍ​ເດັກນ້ອຍ​ໃນ​ລາວ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ 16B ໄລຍະທາງ 8 ກິໂລແມັດ

ກຽມສ້ອມແປງເສັ້ນທາງ 16B ດ້ວຍງົບປະມານມູນຄ່າ 445.053,17 ໂດລາສະຫະລັດ ໃນວັນທີ 22 ເມສາ ນີ້ ທີ່ຫ້ອງປະຊຸມ ພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ໄດ້ມີພິທີມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ...

ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025.

ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025. ໃນຕອນເຊົ້າວັນທີ 21 ເມສາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ...

ແຈ້ງການສະພາບອາກາດປະຈຳວັນທີ 23 ເມສາ 025

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 23/04/2025 ຫາ ເວລາ 07 ໂມງ ຂອງວັນທີ 24/04/2025. ຄວາມກົດດັນຕໍ່າຂອງອາກາດຮ້ອນມີກໍາລັງປານກາງ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມ ຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່,...

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...