spot_img
Homeຂ່າວພາຍ​ໃນການ​ເປີດ​ເສລີ​ນ່ານ​ຟ້າລາວ​ຈະ​ໄດ້​ສິດ­ທິ​ຫຼາຍ​ດ້ານ

ການ​ເປີດ​ເສລີ​ນ່ານ​ຟ້າລາວ​ຈະ​ໄດ້​ສິດ­ທິ​ຫຼາຍ​ດ້ານ

Published on

ການ​ເປີດ​ເສລີ​ນ່ານ​ຟ້າ ຈະ​ຊ່ວຍ ເຮັດ​ໃຫ້​ສາຍ​ການ­ບິນ​ຂອງ​ເຮົາ​ບໍ່​ໂດດ­ດ່ຽວ ແລະ​ຍັງ​ມີ​ການ​ພົວ­ພັນ​ຮ່ວມ​ມື​ກັບ​ບັນ­ດາປະ­ເທດ​ໃນ​ອາ​ຊຽນ​ເພີ່ມ​ຂຶ້ນ ພ້ອມ​ທັງ​ສາມາດ​ແລກ­ປ່ຽນ​ບົດ­ຮຽນ​ກັບ​ອະ­ນຸ​ພາກພື້ນ​ໄດ້​ດີ​ຍິ່ງ​ຂຶ້ນ, ການ​ພົວ­ພັນ​ຮ່ວມ​ມື​ທາງ​ດ້ານ​ເຕັກນິກ ແລະ​ຄວາມ​ປອດ​ໄພ​ທີ່​ເຫັນ​ວ່າ​ເປັນ​ວຽກ​ທີ່​ຈຳເປັນ ຊຶ່ງ​ຊ່ວຍ​ໃນ​ດ້ານ​ການ​ເພີ່ມ​ຂຶ້ນ​ທາງ​ດ້ານ​ຖ້ຽວ​ບິນ ແລະ​ຜູ້­ໂດຍ­ສານ​ຕະ­ຫຼອດ​ຮອດ​ລາຍ​ຮັບ​ທີ່​ຈະ​ເຂົ້າ​ມາ​ພາຍ​ໃນ​ປະ­ເທດ​ທີ່​ນັບ​ມື້​ຈະ​ເພີ່ມ​ຂຶ້ນ​ໃນ­ຕໍ່­ໜ້າ.

ທ່ານ ສົມ­ບູນ ດາວ​ສະ­ຫວັນ ຫົວ­ໜ້າ​ກອງ​ຄຸ້ມຄອງ​ສະ­ໜາມ​ບິນ​ໃຫ້​ສຳ­ພາດ​ວ່າ​ກອງ​ຄຸ້ມ​ຄອງ​ສະໜາມ​ບິນ ຊຶ່ງ​ແມ່ນ​ຜູ້​ຄຸ້ມ​ຄອງ ແລະ​ບໍ­ລິ­ການ​ສາຍ​ການບິນ​ທົ່ວ​ປະ­ເທດ ໂດຍ​ໄດ້​ຮັບ​ການ​ຊີ້​ນຳໆ​ພາ​ຂອງ​ກະຊວງ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງກໍ​ຄື​ກົມ​ການ­ບິນ​ພົນ​ລະ​ເຮືອນ​ເຮັດ​ໜ້າ­ທີ່ເພື່ອ​ຮັກ­ສາ​ຄວາມ​ປອດ​ໄພ​ໃຫ້​ດີ​ທີ່​ສຸດ ແລະ​ປອດ​ໄພ​ທີ່​ສຸດ​ໃນ​ການ​ຮັບ​ໃຊ້​ສັງ­ຄົມກໍ​ຄື​ຜູ້­ໂດຍ­ສານ, ປະ­ຈຸ​ບັນ​ພວກ​ເຮົາ​ມີ​ສະໜາມ​ບິນ​ທັງ​ໝົດ 12 ສະ­ໜາມ​ບິນ, ໃນ​ນີ້ ມີ 4 ສະ­ໜາມ​ບິນ​ສາ­ກົນ (ວັດ​ໄຕ, ຫຼວງພະ​ບາງ, ສະ­ຫວັນ​ນະ​ເຂດ ແລະ​ປາກ​ເຊ), ອີກ 8 ສະ­ໜາມ​ບິນ​ເປັນ​ສະ­ໜາມ​ບິນ​ພາຍໃນ (ຫຼວງ​ນ້ຳ​ທາ, ອຸ­ດົມ​ໄຊ, ຫ້ວຍ​ຊາຍ, ຊຽງ​ຂວາງ, ນາ​ທອງ, ບຸນ​ເໜືອ, ໄຊ​ຍະບູ​ລີ ແລະ​ອັດ​ຕະ​ປື) ແລະ​ມີ​ສາຍ​ການ­ບິນທີ່​ເຂົ້າ​ມາ​ຈອດ​ທັງ​ໝົດ 11 ບໍ­ລິ­ສັດ, ເຖິງຢ່າງ­ໃດ​ກໍ​ຕາມ ກົມ​ການ­ບິນ​ພົນ​ລະ​ເຮືອນຍາມ​ໃດ​ກໍ​ມີ​ການ​ພັດ­ທະ­ນາ​ໄປ​ເລື້ອຍໆ, ດັ່ງ­ນັ້ນ ການ​ບໍ­ລິ­ການ​ໃນ​ສະ­ໜາມ​ບິນ​ຈຳຕ້ອງ​ໄດ້​ພັດ­ທະ­ນາ​ໄປ​ຄວບ​ຄູ່​ກັນ ເພື່ອ​ເຮັດໃຫ້­ການ​ບໍ­ລິ­ການ​ສະ­ໜາມ​ບິນ​ມີ​ຄວາມປອດ​ໄພ.

ດັ່ງ​ທີ່​ຮູ້​ແລ້ວ​ວ່າ ສະ­ໜາມ​ບິນ​ແມ່ນ​ມີຄວາມ​ສຳ­ຄັນ​ທີ່​ສຸດ ຊຶ່ງ​ເປັນ​ພື້ນ­ຖານ​ໂຄງລ່າງ​ໃຫ້​ແກ່​ການ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງທາງ​ອາ­ກາດ, ສະ­ເພາະ​ສົກ​ປີ 2014Œ 2015 ກໍ​ສະ­ແດງ​ໃຫ້​ເຫັນ​ແລ້ວ​ວ່າ​ສາຍການ­ບິນ​ພາຍ​ໃນ​ປະ­ເທດ​ມີ​ຖ້ຽວ​ບິນ​ທັງ ໝົດ 24.895 ຖ້ຽວ ເພີ່ມ​ຂຶ້ນ 101,2% ແລະ​ສາຍ​ການ­ບິນ​ຕ່າງ­ປະ­ເທດ 25.578 ຖ້ຽວ ເພີ່ມ​ຂຶ້ນ 100,3%, ພ້ອມ​ນັ້ນ​ຍັງ ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້ 8,13 ຕື້​ກີບ ເທົ່າ​ກັບ 97% ຂອງ​ແຜນ­ການ ແລະ ເປັນ​ເງິນ​ໂດ​ລາ 5,75 ລ້ານ​ໂດ​ລາ​ລື່ນ ແຜນ­ການ 2,51 ລ້ານ​ໂດ​ລາ ເທົ່າ​ກັບ 178% ຂອງ​ແຜນ, ດັ່ງ­ນັ້ນ ການ​ເປີດນ່ານ​ຟ້າ​ເສລີ​ເທື່ອ​ນີ້​ຈິ່ງ​ເປັນ​ເງື່ອນ­ໄຂ​ອັນດີ​ທີ່​ຈະ​ເຮັດ​ໃຫ້​ຖ້ຽວ​ບິນ​ຂອງ​ບັນ­ດາ​ປະເທດ​ອ້ອມ​ຂ້າງ​ບິນ​ຜ່ານ​ປະ­ເທດ​ເຮົາ ນັບມື້​ເພີ່ມ​ຂຶ້ນ ແລະ​ສາຍ​ການ­ບິນ​ຂອງ​ລາວ ກໍ​ຈະ​ບິນ​ອອກ​ໄປ​ປະ­ເທດ​ອື່ນ​ໄດ້​ຫຼາຍ​ຕື່ມ, ສ່ວນ​ຜູ້­ໂດຍ­ສານ ຫຼື ນັກ​ທ່ອງ​ທ່ຽວ​ທີ່​ຈະເຂົ້າ​ມາ​ປະ­ເທດ​ເຮົາ​ກໍ​ນັບ​ມື້​ເພີ່ມ​ຫຼາຍ​ຂຶ້ນ ຊຶ່ງ​ມັນ​ຈະ​ຊ່ວຍ​ສ້າງ​ລາຍ​ຮັບ​ເພີ່ມ​ຈາກເມື່ອ​ກ່ອນ ໂດຍ​ສະ­ເພາະ​ແມ່ນ​ເກັບ​ຈາກການ­ບິນ​ຜ່ານ ແລະ​ການ​ລົງ​ຈອດ​ປະ­ເທດ.

ທ່ານ ສົມ­ບູນ ດາວ​ສະ­ຫວັນ ກ່າວ​ຕື່ມວ່າ: ເຖິງ​ຢ່າງ­ໃດ​ກໍ​ຕາມ​ການ​ເປີດ​ນ່ານຟ້າ​ເສລີ​ຈະ​ຊ່ວຍ​ເຮັດ​ໃຫ້​ສາຍ​ການ­ບິນຂອງ​ເຮົາ​ບໍ່​ໂດດ​ດຽວ, ແຕ່​ຍັງ​ມີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນ­ດາ​ປະ­ເທດ​ໃນ​ອາ​ຊຽນເພີ່ມ​ຂຶ້ນ, ສາ­ມາດ​ແລກ­ປ່ຽນ​ບົດ­ຮຽນ​ປະສົບ​ການ​ກັບ​ອະ­ນຸ​ພາກ​ພື້ນ​ໄດ້​ດີ, ສ່ວນການ​ພົວ­ພັນ​ຮ່ວມ​ມື​ທາງ​ດ້ານ​ເຕັກນິກ ແລະ​ຄວາມ​ປອດ​ໄພ​ຫຼາຍ​ຂຶ້ນ, ຄຽງ​ຄູ່​ກັນນັ້ນ ໃນ​ປະ­ຈຸ​ບັນ​ທາງ​ກອງ​ຄຸ້ມ​ຄອງ​ເອງ ກໍ​ຍັງ​ຈະ​ສືບ­ຕໍ່​ປັບ­ປຸງ​ລະ­ບົບ​ການ​ບໍ​ລິການ​ການ­ບິນ​ໃຫ້​ໄດ້​ມາດ­ຕະ­ຖານ ແລະ ມີ​ຄວາມ​ປອດ​ໄພ, ເອົາ­ໃຈ­ໃສ່​ພັດ­ທະ­ນາບຸກ​ຄະ­ລາ​ກອນ​ໃຫ້​ມີ​ຄຸນ​ນະ​ພາບ​ມີ​ຄວາມຮູ້ ແລະ​ປະ­ສົບ​ການ​ສູງ​ຂຶ້ນ​ກວ່າ​ເກົ່າ, ປັບປຸງ​ບັນ­ດາ​ນິ­ຕິ​ກຳ​ທີ່​ມີ​ແລ້ວ​ໃຫ້​ສົມ­ບູນ ແລະ​ມີ​ຄົບ​ຖ້ວນ​ຕາມ​ການ​ແນະ­ນຳ​ຂອງກົມ​ການ­ບິນ​ພົນ​ລະ​ເຮືອນ, ການ​ພົວ­ພັນຮ່ວມ​ມື​ກັບ​ຕ່າງ­ປະ­ເທດ​ທີ່​ມີ​ການ​ເຊັນ​ບັນທຶກ​ການ​ຮ່ວມ​ມື​ນຳ​ກັນ​ຕົ້ນ­ຕໍ​ແມ່ນ​ກຸ່ມ​ບໍ​ລິສັດ​ສະ­ໜາມ​ບິນ​ຫວຽດ­ນາມ ແລະ​ສະໜາມ​ບິນ​ແຫ່ງ​ປະ­ເທດ​ໄທ, ພ້ອມ​ທັງ​ສະໜາມ​ບິນ​ບັນ­ດາ​ປະ­ເທດ​ອາ​ຊຽນ​ຕາມການ​ເຫັນ​ດີ​ຂອງ​ກົມ​ການ­ບິນ​ພົນ​ລະ​ເຮືອນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...