spot_img
Homeຂ່າວພາຍ​ໃນກອງປະຊຸມສາກົນຄັ້ງທີ VI ກ່ຽວກັບຊັບພະຍາກອນນໍ້າ-ພະລັງງານໄຟຟ້າຈະໄຂຂຶ້ນຕົ້ນເດືອນມີນານີ້

ກອງປະຊຸມສາກົນຄັ້ງທີ VI ກ່ຽວກັບຊັບພະຍາກອນນໍ້າ-ພະລັງງານໄຟຟ້າຈະໄຂຂຶ້ນຕົ້ນເດືອນມີນານີ້

Published on

ຂປລ. ກະຊວງພະລັງງານ ແລະ ບໍ່ແຮ່ຮ່ວມກັບອົງການຈັດຕັ້ງສາກົນກ່ຽວກັບພະລັງງານ-ເຂື່ອນໄຟຟ້າ ( the International Journal on Hydropower and Dams)ຈະຈັດກອງປະຊຸມສາກົນຄັ້ງທີ VIແລະ ການວາງສະແດງຮູບພາບ-ຜະລິດຕະພັນກ່ຽວກັບຊັບພະຍາກອນນໍ້າ ແລະ ການພັດທະນາເຂື່ອນໄຟຟ້າໃນອາຊີຂຶ້ນຢ່າງເປັນທາງການໃນວັນທີ 1-3 ມີນາ 2016 ນີ້ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ.
ກອງປະຊຸມຄັ້ງນີ້ຄາດວ່າຈະມີບັນດາຄະນະຜູ້ແທນ, ນັກຄົ້ນຄວ້າ, ຜູ້ຊ່ຽວຊານ ແລະ ເຈົ້າທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ 700 ທ່ານ ເຊິ່ງຈະເປັນກາລະໂອກາດທີ່ດີໃຫ້ແກ່ຜູ້ເຂົ້າຮ່ວມທັງໝົດຈະສາມາດປຶກສາຫາລື, ແລກປ່ຽນຄວາມຄິດຄວາມເຫັນ ແລະ ບົດຮຽນຮ່ວມກັນກ່ຽວກັບພັດທະນາດ້ານວິທະຍາສາດ, ການຄົ້ນຄົ້ວ, ການພັດທະນາພະລັງງານໄຟຟ້າ, ຊັບພະຍາກອນນໍ້າ ແລະ ວຽກງານປິ່ນອອ້ມອື່ນໆເພື່ອຖອດຖອນບົດຮຽນ ແລະ ປະສົບການທີ່ເປັນປະໂຫຍດ ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມທັງພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ.
ແນວໃດກໍດີ ລັດຖະບານແຫ່ງ ສປປ ລາວໄດ້ຖືເອົາຂະແໜງພະລັງງານເປັນບູລິມະສິດໜຶ່ງສໍາຄັນໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມ, ຍົກສູງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໃນນັ້ນ ສປປ ລາວມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ມີແຫລ່ງນ້ຳທຳມະຊາດຫລວງຫລາຍ ເຊິ່ງສາມາດພັດທະນາພະລັງງານໄຟຟ້າສະໜອງໃຫ້ແກ່ການຊົມໃຊ້ຢູ່ພາຍໃນປະເທດ ແລະ ສົ່ງອອກໄຟຟ້າເປັນສິນຄ້າ ແນ່ໃສ່ສ້າງແຫລ່ງລາຍຮັບເພີ່ມຂຶ້ນໃຫ້ແກ່ງົບປະມານແຫ່ງຊາດເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃຫ້ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ມີພື້ນຖານເຕັກນິກເພື່ອຫັນເປັນອຸດສາຫະກໍາ ແລະ ທັນສະໄໝໃນສະເພາະໜ້າ ແລະ ຍາວນານ ໂດຍສະເພາະພະລັງງານໄຟຟ້ານໍ້າຕົກທີ່ມີທ່າແຮງໃນກໍ່ສ້າງເຂື່ອນໄຟຟ້າທີ່ມີກຳລັງຕິດຕັ້ງໄດ້ຫລາຍກວ່າ 26.000 ເມກາວັດ ປັດຈຸບັນ ມີໂຄງການໄຟຟ້າທັງພະລັງງານຄວາມຮ້ອນ 1 ແຫ່ງ ແລະ ພະລັງນ້ຳ 38 ແຫ່ງ ມີກຳລັງຕິດຕັ້ງ 6.264 ເມກາວັດ ມີກຳລັງການຜະລິດ 33.300 ລ້ານກິໂລວັດໂມງ/ປີ ເມື່ອທຽບໃສ່ກ່ອນນີ້ໃນປີ 1975 ມີພຽງ 32,8 ເມກາວັດ ເພີ່ມຂຶ້ນ 200 ເທົ່າຕົວ ປັດຈຸບັນ ກໍສາມາດສະໜອງໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ແລ້ວເກືອບ 90% ຂອງຄອບຄົວໃນທົ່ວປະເທດ ທຽບໃສ່ປີ 1975 ມີ 3,3%.

ຂ່າວ: ຂປລ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...