spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຊ່າງໜ້າສົງສານເດັກນ້ອຍຕາດຳໆ ແມ່ທີ່ໃຈບາບ ເກີດລູກແລ້ວຖິ້ມ

ຊ່າງໜ້າສົງສານເດັກນ້ອຍຕາດຳໆ ແມ່ທີ່ໃຈບາບ ເກີດລູກແລ້ວຖິ້ມ

Published on

33

ປະກົດການຫຍໍ້ທໍ້ໃນສັງຄົມລາວປັດຈຸບັນມີໃຫ້ເຫັນກັນຫຼາຍຂຶ້ນ ຄືກັນກັບເຫດການທີ່ຈະກ່າວຕໍ່ໄປນີ້ ໃນຕອນເຊົ້າຂອງມື້ ວັນທີ 25/02/2016 ສ່ວນເວລານັ້ນບໍ່ຮູ້ວ່າຈັກໂມງ ຊາວບ້ານ ນ້ານ ປາກຕອນ ເມືອງ ສັງທອງ ນະຄອນຫຼວງວຽງຈັນ ໄດ້ພົບເດັກນ້ອຍຄົນໜຶ່ງຖືກຖິ້ມໄວ້ຢູ່ຂ້າງໂຮງຮຽນປະຖົມສົມບູນ ບ້ານ ປາກຕອນ           (ບໍ່ຮູ້ເພດ)ເດັກຫໍ່ດ້ວຍຜ້າແພຂົນສີແດງຕົນຕົວເຕັມໄປດ້ວຍໃບກະທັນທ່າມກາງອາກາດທີ່ໜາວເຢັນ           ຊ່າງເປັນຕາອີດູຕົນແທ້ໆ

ເຫດການນີ້ມັນບໍ່ແມ່ນເປັນເຫດການຄັ້ງທຳອິດແຕ່ທີ່ຜ່ານມາກໍ່ມີໃຫ້ເຫັນຢູ່ຢ່າງຫຼວງຫຼາຍແຈກຢາຍຢູ່ແຕ່ລະຂົງເຂດ ເຊິ່ງເຫດການນີ້ມັນເກີດມາຈາກຫຼາຍໆສາເຫດດ້ວຍກັນ ແຕ່ຈະເກີດຍ້ອນສາເຫດຫຍັງກໍ່ຕາມຖ້າທ່ານໃດທີ່ຄິດຈະເຮັດແບບນີ້ກໍ່ຕ້ອງຄິດໄຕ່ຕອງໃຫ້ດີເສຍກ່ອນ ທາງທີ່ດີແລ້ວ ຖ້າທ່ານບໍ່ພ້ອມຈະລ້ຽງກໍ່ຢ່າປ່ອຍໃຫ້ມີເລີຍຈະດີກ່ວາ.

ຂ່າວ : ປາກຕອນ ເມືອງສັງທອງ
ຮຽງຮຽງໂດຍ: ປັອກເລັກ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...