Homeນານາສາລະວິທີ​ກຳຈັດ​ຂົນ​ຂີ້ແຮ້​ຖາວອນ​ແບບ​ທຳມະຊາດ​ ແຖມ​ຍັງ​ເຮັດໃຫ້​ຂີ້ແຮ້​ຂາວ

ວິທີ​ກຳຈັດ​ຂົນ​ຂີ້ແຮ້​ຖາວອນ​ແບບ​ທຳມະຊາດ​ ແຖມ​ຍັງ​ເຮັດໃຫ້​ຂີ້ແຮ້​ຂາວ

Published on

ວິທີ​ກຳຈັດ​ຂົນ​ຂີ້ແຮ້​ຖາວອນ​ແບບ​ທຳມະຊາດ​ ແຖມ​ຍັງ​ເຮັດໃຫ້​ຂີ້ແຮ້​ຂາວ ຂອງ​ທີ່​ຕ້ອງ​ໃຊ້​ມີດັ່ງນີ້

ສ່ວນປະກອບມີສອງຢ່າງຄື: ປູນແດງ ແລະ ນ້ຳໝາກພ້າວສະກັດເຢັນ.

ວິທີ​ເຮັດ​
1. ນຳ​ “ປູນ​ແດງ​” ປະສົມ​ນ້ຳ​​ພໍ​ໃຫ້​ທາ​ຕິດ​ຜິວ​ ຢ່າ​ຂົ້ນ​ເກີນ​ໄປ​ຈະ​ແຫ້ງ​ຍາກ​ ຖ້າ​ແຫຼວ​ປູນ​ແດງ​ຈະ​ບໍ່​ຕິດ​
2. ພອກ​ປູນ​ແດງ​ທີ່​ຂີ້ແຮ້​ ນັ່ງ​ໃນ​ທີ່​ເຢັນ​ໆ​ ເຮັດ​ຫຍັງ​ກໍ​ໄດ້​ ບໍ່​ຕ້ອງ​ອາຫຼືກາງ​ແຂນ​ໄວ້​ກໍ​ໄດ້​ ຢ່າ​ໃຫ້​ເຫື່ອ​ອອກ​ທີ່​ຂີ້ແຮ້
3. ພໍ​ປູນ​ແດງ​ແຫ້ງ​ໃຫ້​ຖອນ​ຂົນ​ຂີ້ແຮ້​ອອກ​ໃຫ້​ໝົດ​
4. ຫຼັງ​ຖອນ​ຂົນ​ຂີ້ແຮ້​ໝົດ​ແລ້ວ​ໃຫ້​ລ້າງຂີແຮ້ດ້ວຍ​ນ້ຳ​ສະ​ອາດ​ນ້ຳ​ເຢັນ​ໆ​ແຮງ​ດີ​ເພື່ອປົກ​​ປິດ​ຮູ​ຂຸມ​ຂົນ​ ແລ້ວ​ຊັບ​ນ້ຳ​ໃຫ້​ແຫ້ງ​ທາ​ຜິວ​ດ້ວຍ​ນ້ຳ​ມັນ​ໝາກ​ພ້າວ​ສະ​ກັດ​ເຢັນ​ບາງ​ໆ​ ເພື່ອ​ບຳ​ລຸງ​ຜິວ​ແລະ​ປ້ອງ​ກັນຂີ້ແຮ້​ອັນ​ບອບ​ບາງ​ ທີ່​ອາດແພ້​ປູນ​ແດງ​ຈົນ​ແຫ້ງ​ລອກ​ ຖ້າ​ບໍ່​ມີ​ໃຊ້​ຄຮີມ​-ໂລ​ຊັ່ນ​ ກໍ​ໄດ້​ Tips! ທີ່​ສຳຄັນ​! ປູນ​ແດງ​ຍັງມີ​ສັບ​ພະຄຸນເຮັດໃຫ້ຂີ້ແຮ້ຂາວ​ໄດ້​ອີກ​ດ້ວຍ​

ຕ້ອງ​ເຮັດ​ດົນປານໃດ?
– ວິທີ​ນີ້​ບໍ່​ແມ່ນ​ເຮັດ​ທຸກ​ມື້​ຫລື​ທຸກ​ອາທິດ​ ແຕ່​ຄື​ການ​ເຮັດ​ໄປ​ແລ້ວ​ 1 ເທື່ອ​ ໃຫ້​ສັງເກດ​ວ່າ​ຍັງມີ​ຂົນ​ຂີ້ແຮ້​ຂຶ້ນ​ອີກ​ບໍ​ ຖ້າ​ຍັງມີ​​ອີກ​ໃຫ້​ເຮັດ​ຊ້ຳ​
– ຫາກ​ເຮັດ​ແລ້ວ​ຍັງມີ​ຂົນ​ຂຶ້ນ​ອີກ​ ໃຫ້​ເຮັດ​ອີກ​ ເຮັດ​ແບບ​ນີ້ປະ​ມານ​ 3–4–5 ເທື່ອ​ ແລ້ວ​ແຕ່ຄົນ​ຂົນ​ດົກ​-ຂົນ​ບາງ​ ຂົນຂີແຮ້​ຈະ​ບໍ່​ຂຶ້ນ​ອີກ​ເລີຍ​ ສ່ວນ​ຄຸນສົມບັດ​ນ້ຳ​ມັນ​ໝາກ​ພ້າວ​ສະ​ກັດ​ເຢັນ​ຈະ​ບຳ​ລຸງ​ຜິວ​ປົກ​ປິດ​ຮູ​ຂຸມ​ຂົນ​ໃຫ້​ນຽນ​ງາມ

ໝາຍ​ເຫດ​:

– ປູນ​ແດງແມ່ນປູນທີ່ຜູ້ເຖົ້າໃຊ້ຄ້ຽວໝາກ ຫາ​ຊື້​ໄດ້​ໃນ​ຕະຫຼາດທົ່ວ​ໄປ​ ກໍ​ມີ​
– ນ້ຳ​ມັນ​ໝາກພ້າວ​ສະ​ກັດ​ເຢັນ​ຫາ​ຊື້​ໄດ້​ຕາມ​ຮ້ານ​ຈຳ​ໜ່າຍ​ຜະລິດຕະພັນ​ເພື່ອ​ສຸຂະພາບ ​ແລະ ສັບພະຄຸນມັນແມ່ນ​ບໍ່​ເຮັດໃຫ້​ຂົນ​ດົກ​ຂຶ້ນ​ ຕ່າງ​ຈາກ​ນ້ຳ​ມັນ​ໝາກ​ກອກ​

 

ຂໍ້ມູນຈາກ http://kidork.com/

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...