spot_img
Homeຂ່າວຕ່າງປະເທດຜູ້ນຳອີຢີບຢືນຢັນ! ເຫດເຮືອບິນ A321 ຂອງຣັດເຊຍຕົກຢູ່ອີຢີບ ເປັນຝີມືພວກກໍ່ການຮ້າຍ!

ຜູ້ນຳອີຢີບຢືນຢັນ! ເຫດເຮືອບິນ A321 ຂອງຣັດເຊຍຕົກຢູ່ອີຢີບ ເປັນຝີມືພວກກໍ່ການຮ້າຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນ​ທີ 24 ກຸມພາຜ່ານມານີ້ວ່າ ທ່ານປະທານາທິບໍດີ ອີ​ຢີບ Abdel – Fattah – Sisi ໄດ້ອອກມາຢືນຢັນ​ວ່າ ບັນດາກຸ່ມກໍ່​ການ​ຮ້າ​ຍ ​ໄດ້ເປັນຜູ້ຢູ່ເບື້ອງຫລັງ ໃຫ້ການສະໜັບສະ​ໜູນ​ ເຫດ​ເຮ​ືອບິນ A321 ຂອງຣັ​ເຊຍ ຕົກ​ຢູ່​ແຫລມໄຊນາຍ ປະເທດອີ​ຢີບ ​​​ເມື່ອ​ເດືອນຕຸລາ 2015 ຜ່ານມາ ຊຶ່ງຖືເປັນ​ຄັ້ງ​ທຳ​ອິດທີ່ ລັດຖະບານອີ​ຢີບ ໄດ້ຍອມຮັບ​ຢ່າງ​ເປັນ​ທາງ​ການວ່າ ​ນີ້​ແມ່ນ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ.

ທ່ານ Al – Sisi ຖື​ວ່າ ບັນດາຕົວ​ການ​ຂອງ​ເຫດການ​ດັ່ງກ່າວ ຢາກ​ທຳລາຍ​ຂະ​ແໜງ​ການທ່ອງທ່ຽວ​ຂອງອີ​ຢີບ, ພ້ອມ​ທັງທຳລາຍ ການ​ພົວພັນ​ລະຫວ່າງອີ​ຢີບ, ຣັດ​ເຊຍ, ອີ​ຕາ​ລີ ​ແລະ ທົ່ວ​ໂລກ ​ເພື່ອ​​ເຮັດ​ໃຫ້ອີ​ຢີບ ຕົກ​ຢູ່ໃນສະພາບທີ່ໂດດດ່ຽວ. ທ່ານ​ປະທານາທິບໍດີ Al – Sisi ​ເວົ້າ​​ຕື່ມ​ອີກ​ວ່າ ​ເຫດການ​ດັ່ງກ່າວ ​ແມ່ນຖືກດຳເນີນການ ໂດຍ​ກຸ່ມຫົວ​ຮຸນ​ແຮງ ທີ່​ເຄີຍ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຢູ່ແຫລາມໄຊນາຍມາແລ້ວ.

 

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...