Homeຂ່າວເຫດການລັດຖະມົນຕີ ປກສ ເນັ້ນກໍາລັງປ້ອງກັນເຄື່ອນທີ່ ເພີ່ມທະວີແກ້ໄຂ ໜໍ່ແໜງກໍ່ຄວາມບໍ່ສະຫງົບ ໃນສັງຄົມ!

ລັດຖະມົນຕີ ປກສ ເນັ້ນກໍາລັງປ້ອງກັນເຄື່ອນທີ່ ເພີ່ມທະວີແກ້ໄຂ ໜໍ່ແໜງກໍ່ຄວາມບໍ່ສະຫງົບ ໃນສັງຄົມ!

Published on

ໃນໂອກາດໂອ້ລົມ ຕໍ່ກອງປະຊຸມວຽກງານປ້ອງກັນເຄື່ອນທີ່ ປະຈຳປີ 2015 ຂອງທ່ານລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ ພົນຕີ ສົມແກ້ວ ສີລາວົງ ເມື່ອບໍ່ດົນມານີ້, ທ່ານໄດ້ເນັ້ນໃຫ້ກຳລັງດັ່ງກ່າວໃນທົ່ວປະເທດ ເພີ່ມທະວີການສະກັດກັ້ນ ໜໍ່ແໜງກໍ່ຄວາມບໍ່ສະຫງົບ ແລະ ບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ໃຫ້ຫລຸດໜ້ອຍລົງຢ່າງຈະແຈ້ງ, ພາຍຫລັງເຫັນວ່າ ບັນດາປາກົດການຫຍໍ້ທໍ້ໃນສັງຄົມ ຍັງຈະສືບຕໍ່ເກີດຂຶ້ນຢ່າງຮຸນແຮງ ແລະ ສ້າງຄວາມຢ້ານກົວໃຫ້ແກ່ສັງຄົມ ເປັນຕົ້ນ: ກຸ່ມແກ໊ງແຂ່ງລົດກວນເມືອງ, ການນຳໃຊ້ພາຫະນະບໍ່ຖືກຕ້ອງ, ດັດແປງສະພາບເຕັກນິກ, ການປຸ້ນຈີ້-ຊິງຊັບ ແລະ ບັນຫາຢາເສບຕິດຕ່າງໆ ເພື່ອຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍປອດໄພທາງສັງຄົມ.

ທ່ານຮອງຫົວໜ້າກໍາລັງປ້ອງກັນເຄື່ອນທີ່ ໃຫ້ຮູ້ວ່າ: ໃນປີ 2015 ຜ່ານມາ, ກຳລັງຂອງຕົນໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂໜໍ່ແໜງກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບໄດ້ຫລາຍກໍລະນີຄື: ສາມາດກັກຕົວຜູ້ຕ້ອງຫາ ໄດ້ທັງໝົດ 417 ຄົນ, ຍິງ 18 ຄົນ, ຍຶດຂອງກາງປະເພດຢາບ້າ ໄດ້ຫລາຍກວ່າ 4 ພັນເມັດ, ຢາໄອ, ເຮໂຣອິນ ແລະ ອາວຸດປືນຈໍານວນໜຶ່ງ. ນອກນີ້ ຍັງໄດ້ອອກກວດກາລາດຕະເວນ ຕາມຕົວເມືອງຢ່າງເປັນປົກກະຕິ, ປ້ອງກັນກອງປະຊຸມລະດັບສາກົນ, ລະດັບຊາດ, ງານບຸນປະເພນີ, ການແຂ່ງຂັນກິລາ ແລະ ອື່ນໆມີຄວາມຮັບປະກັນ ແລະ ສົມທົບກັບກົມກອງວິຊາສະເພາະກວດກາ ແລະ ຈັບກຸມເປົ້າໝາຍກໍ່ຄວາມບໍ່ສະຫງົບໄດ້ເປັນຈໍານວນຫລາຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...