spot_img
Homeຂ່າວພາຍ​ໃນເປີດຂະບວນການໂຄສະນາຫາສຽງ ຜູ້ສະໝັກເລືອກຕັ້ງ ສສຊ ແລະ ສສ ນວ

ເປີດຂະບວນການໂຄສະນາຫາສຽງ ຜູ້ສະໝັກເລືອກຕັ້ງ ສສຊ ແລະ ສສ ນວ

Published on

ເປີດຂະບວນການໂຄສະນາຫາສຽງ ຜູ້ສະໝັກເລືອກຕັ້ງ ສສຊ ແລະ ສສ ນວ

ໃນ​ວັນ​ທີ 25 ກຸມພາ 2016 ທີ່ຫ້ອງ​ວ່າການ​ນະຄອນຫຼວງ​ວຽງຈັນ ທ່ານ ​ດຣ. ສິນ​ລະ​ວົງ ຄຸດໄພທູນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ເລຂາ​ຄະນະພັກ ເຈົ້າ​ຄອງ​ນະຄອນຫຼວງ ໄດ້ເປັນ​ກຽດ​ຕ້ອນຮັບ​ບັນດາ​ຜູ້​ສະໝັກ​ເລືອກ​ຕັ້ງ​ສະມາຊິກ​ສະພາແຫ່ງ​ຊາດ (​ສສຊ) ຊຸດ​ທີ VIII ແລະ ສະມາຊິກ​ສະພາ​ປະຊາຊົນ ນະຄອນຫຼວງ​ວຽງ​ຈັນ (​ສສ ນວ) ນຳ​ໂດຍທ່ານ ດຣ. ໄຊ​ສົມ​ພອນ ພົມວິຫານ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຮອງ​ປະທານສະພາ​ແຫ່ງ​ຊາດ ຊຸດ​ທີ VII ທັງເປັນ​ຫົວໜ້າ​ຜູ້​ຮັບ​ສະໝັກ​ເລືອກຕັ້ງ​ເຂດ I ນະຄອນຫຼວງ​ວຽງ​ຈັນ.

ທ່ານ​ເຈົ້າ​ຄອງ​ນະຄອນຫຼວງວຽງ​ຈັນ ໄດ້​ກ່າວ​ຕ້ອນຮັບ​ຢ່າງ​ອົບອຸ່ນ​ຕໍ່​ຜູ້​ສະໝັກ​ເລືອກ​ຕັ້ງ ​ສສຊ ແລະ ​ສສ ນວ ຊຸດ​ທີ VIII ພ້ອມນັ້ນ ໄດ້​ເຜີຍແຜ່​ມະຕິ​ກອງ​ປະຊຸມໃຫຍ່ ​ຄັ້ງ​ທີ x ຂອງ​ພັກ ກໍ່​ຄືກອງປະຊຸມ​ໃຫຍ່ ​ຄັ້ງ​ທີ VI ຂອງ​ອົງຄະນະ​ພັກ ນະຄອນຫຼວງ​ວຽງ​ຈັນ ພ້ອມ​ທັງນະໂຍບາຍ ແລະ ແຜນພັດທະນາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ຫຍໍ້ ໂດຍ​ສະເພາະ 6 ວິໄສທັດ​ພັດທະນາ​ນະຄອນຫຼວງ 6 ຍຸດ​ທະ​ສາດ ແລະ 6 ໂຄງການ ບຸກ​ທະລຸ 16 ໂຄງການ​ໃຫຍ່ 8 ຄາດໝາຍ ແລະ 8 ໜ້າທີ່ ເພື່ອໃຫ້ ​ສສຊ ແລະ ​ສສ ນວ ຮັບ​ຮູ້ ແລະ ເຂົ້າໃຈ​ເປັນ​ເອກະ​ພາບ ນຳໄປ​ເຜີຍແຜ່​ເຊື່ອມ​ຊຶມ​ໃຫ້​ປະຊາ​ຊົນ​ໄດ້​ຮັບ​ຮູ້​ຢ່າງ​ຖືກຕ້ອງ ເພື່ອພ້ອມ​ກັນ​ນຳໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໃຫ້​ໄດ້​ຮັບ​ຜົນສຳເລັດ ແລະ ປາກົດ​ຜົນ​ເປັນ​ຈິງ.

ທ່ານ ​ດຣ. ໄຊ​ສົມ​ພອນ ພົມ​ວິຫານ ຕາງໜ້າ​ໃຫ້ ​ສສຊ ແລະ ​ສສ ນວ ກ່າວ​ຂອບໃຈ​ເປັນ​ຢ່າງຍິ່ງ ​ທີ່​ອຳນາດ​ການ​ປົກຄອງ​ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ໃຫ້ການຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ຜູ້​ສະໝັກ ​ສສຊ ແລະ ​ສສ ນວ ລົງ​ໂຄສະນາ​ຫາ​ສຽງ​ຕາມ​ພາລະ​ບົດບາດ ພ້ອມ​ນັ້ນ ກໍ່​ໄດ້​ໃຫ້​ທິດ​ຊີ້​ນຳ​ຕໍ່​ຄະນະ​ຜູ້​ສະໝັກ ​ສສຊ ແລະ ​ສສ ນວ ໃຫ້​ເຂົ້າໃຈ​ເປັນ​ເອກະ​ພາບ​ຕໍ່​ກັບມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ ນະຄອນຫຼວງວຽງ​ຈັນ ແລະ ແຜນ​ພັດທະນາເສດຖະກິດ​ສັງຄົມ​ຂອງ ນວ ແລະ ຫວັງ​ຢ່າງ​ຍິ່ງ​ວ່າ​ ຈະ​ສືບຕໍ່​ໄດ້​ຮັບການ​ຊີ້​ນຳ ແນະນຳ​ເພື່ອ​ປະຕິບັດໜ້າທີ່​ຫາ​ສຽງ​ໃຫ້​ໄດ້​ຕາມ​ລະດັບຄາດໝາຍ ​ທີ່​ຄະນະ​ກຳມະການເລືອກ​ຕັ້ງ​ລະດັບ​ຊາດ ແລະ ຄະນະ​ກຳມະການ​ເລືອກ​ຕັ້ງ​ຂັ້ນ​ນະຄອນ​ຫຼວງ ກໍ່​ຄື​ຄະນະ​ກຳມະການເລືອກ​ຕັ້ງ​ຂັ້ນ​ເມືອງ​ໄດ້​ບັນລຸ​ຄາດໝາຍ ຄຽງ​ຄູ່​ກັນ​ນັ້ນ ຂໍ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ​ຈະ​ພະຍາຍາມ ​ນຳ​ເອົາເນື້ອ​ໃນ​ຈິດໃຈ​ຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ X ຂອງ​ພັກ ແລະ ແຜນ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ ພ້ອມ​ທັງ​ຍຸດ​ທະ​ສາດ ແລະ ວິໄສ​ທັດແຜນ​ພັດທະນາ​ລະດັບຊາດ ກໍ່​ຄືມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ນະຄອນ​ຫຼວງ​ວຽງ​ຈັນ ແຜນ​ພັດ​ທະນາ​ເສດຖະກິດ​ສັງຄົມ​ຂອງ​ນະຄອນ​ຫຼວງ​ວຽງ​ຈັນ ແຕ່​ນີ້​ຫາ​ປີ 2020.

 

ຂໍ້ມູນຈາກ http://www.vientianemai.net/

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...