spot_img
Homeຂ່າວຕ່າງປະເທດອາ​ເມ​ລິ​ກາ ສະ​ເໜີ​ຍົກ​ເລີກ​ ໃຊ້​ເງິນ​ໃບ​ 100 ​ໂດ​ລາ

ອາ​ເມ​ລິ​ກາ ສະ​ເໜີ​ຍົກ​ເລີກ​ ໃຊ້​ເງິນ​ໃບ​ 100 ​ໂດ​ລາ

Published on

6

ທ່ານ ລໍ​ເຣນ ຊຳ​ເມີ ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາໄດ້​​ແນະນຳ​ຜົນ​ການ​ສຶກສາ​ຈາກ​ຮາ​ວາດ​ເຄ​ເນ​ດິສ ສະ​ກູລ ທີ່​ເຫັນ​ຄວາມ​ເຊື່ອມ​ໂຍງ​ກັນ​ຂອງ​ເງິນ​ທີ່​ມີ​ມູນ​ຄ່າ​ຫຼາຍ​ກັບ​ການ​ກໍ່​ອາດ​ຊະ​ຍາ​ກຳຈຶ່ງ​ມີ​ແນວ​ຄິດ​ສະ​ເໜີ​ຍົກ​ເລີກ​ການ​ພິມ ​ແລະ ນຳ​ໃຊ້​​ເງິນ​ໃບ 100 ​ໂດ​ລາ​ສະຫະລັດ.

   ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ທ່ານ ລະ​ເຣນ ຊຳ​ເມີ​ ສະ​ເໜີ​​ໃຫ້​ຍົກ​ເລີກ​ການ​ພິມ ​ແລະ ນຳ​ໃຊ້​ເງິນ​ໃບ 100 ​ໂດ​ລາ ​ເພາະ​ເຫັນ​ວ່າ​ເງິນ​ທີ່​ມີ​ມູນ​ຄ່າ​ສູງ​ຍິ່ງ​ເອື້ອ​ອຳນວຍ​ໃຫ້​ບັນດາ​ຜູ້​ກະທຳ​ຜິດຫຼື​ຜູ້​ກໍ່​ອາດ​ຊະ​ຍາ​ກຳ​ສາມາດ​ທີ່​ຈະ​ຖອນ​ເງິນສົດ​ຫຼື​ເຮັດ​ທຸລະ​ກຳ​ເງິນສົດ​ຈຳນວນ​ຫຼາຍ​ໄດ້​ງ່າຍດາ​ຍຈາກ​ທະນາຄານ​ຜ່ານ​ຮູບ​​ແບບ​ທະ​ນາ​ບັດ​ມູນ​ຄ່າ 100 ​ໂດ​ລາ, ທັງ​ນີ້​ມີ​ການ​ຍົກ​ກໍລະນີ​ທະນະ​ບັດ​ອາ​ເມ​ລິ​ກາ​ມູນ​ຄ່າ 100 ​ໂດ​ລາ ທີ່​ມີ​ຄວາມ​ກ່ຽວ​ພັນ​ຊັບຊ້ອນ​ກັບປະ​ເດັນ​ສາທາລະນະຢູ່ສະ​ເໝີເຖິງ​ແມ່ນ​ວ່າການ​ໃຊ້​ຈ່​າຍ​ດ້ວຍ​ທະນະ​ບັດ​ມູນ​ຄ່າ 100 ​ໂດ​ລາ ອາດສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມັ່ງ​ຄັ່ງ ​ແລະ ຖື​ເປັນ​ຈຳນວນ​ເງິນ​ມູນ​ຄ່າ​ສູງ​ສຸດ​ຂອງ​ທະ​ນາ​ບັດ​ສະກຸນ​ເງິນ​ໂດ​ລາ​ທີ່​ໃຊ້​ກັນ​ທົ່ວ​ໄປ ​ແຕ່​ດ້ານ​ໜຶ່ງ​ການ​ໃຊ້​ຈ່າຍ​ຜ່ານ​ທະນະ​ບັດ 100 ​ໂດ​ລາ​ກໍ່​ບໍ່​ໄດ້​ສະດວກ​ງ່າຍດາຍ​ໃນ​ຊີ​ວິດ​ປະຈຳ​ວັນ. ປະຈຸ​ບັນ​ທະນະ​ບັດ​ສະກຸນ​ເງິນ​ໂດ​ລາ​ສະຫະລັດ​ທີ່​ຜະລິດ ​ແລະ ​ໃຊ້​ໝູນວຽນ​ທົ່ວ​ໄປ​ມີ 7 ຊະນິດ​ຄື: 1, 2, 5, 10, 20, 50, 100 ​ໂດ​ລາ.

ທ່ານ ລໍ​ເຣນ ຊຳ​ເມີນ ສະ​ເໜີ​ໃຫ້​ຍົກ​ເລີກ​ການ​ພິມ ​ແລະ ນຳ​ໃຊ້​ທະນະ​ບັດ 100 ​ໂດ​ລາ ສອດຄ່ອງ​ກັບ​ທີ່​ເມື່ອ​ໄວໆ​ມາ​ນີ້​ທະນາຄານ​ກາງ​ເອີຣົບ​ເອງ​ໄດ້​ປະກາດ​ແຜນ​ທີ່​ຈະ​ຍົກ​ເລີກ​ການ​ໃຊ້​ທະ​ນາ​ບັດ 500 ​ເອີ​ໂຣ ​ໃນ​ຕ່າງ​ແດນ​ເຊັ່ນ​ກັນ ສຳ​ລັບ​ແນວ​ຄິດ​ສະ​ເໜີ​ໃຫ້​ຍົກ​ເລີກ​ການ​ໃຊ້​ທະ​ນາ​ບັດ​ມູນ​ຄ່າ​ສູງ​ໃນ​ຕະຫຼາດ ທັງ​ທະ​ນາ​ບັດ 100 ​ໂດ​ລາ, ທະ​ນາ​ບັດ 500 ​ເອີ​ໂຣ​ໄປ​ຈົນ​ເຖິງ​ທະນະ​ບັດ 1.000 ຟຣັງສະ​ວິດ ​ເພາະ​ມີ​ຜົນ​ສຶກສາ​ເຊື່ອ​ວ່າ ທະນະ​ບັດ​ມູນ​ຄ່າ​ສູງ​ເຫຼົ່າ​ນີ້​ເປັນ​ກົນ​ໄກ​ການ​ຊຳລະ​ເງິນ​ທີ່​ກ່ຽວຂ້ອງ​ກັບ​ບັນ​ດາ​ກິດຈະກຳ​ທີ່​ຜິດ​ກົດໝາຍ​ລວມທັງ​ຍັງ​ເຮັດ​​ໃຫ້ກຸ່ມ​ວິຊາ​ຊີບ ​ແລະ ອາດຊະຍາ​ກຳ​ຕ່າງໆ​ພົກພາ​ເງິນ​ທີ່​ໄດ້​ມາ​ບໍ່​ຖືກຕ້ອງ​ຈຳນວນ​ຫຼາຍ​ໄດ້​ຢ່າງ​ງ່າ​ຍດາຍ​ລວມ​ໄປ​ເຖິງ​ການ​ເຮັດ​ຜິດ​ທີ່​ກ່ຽວ​ກັບ​ການ​ຫຼີກ​ລຽງ​ພາສີ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ກໍ່​ການ​ຮ້າຍ ​ແລະ ​ເງິນ​ຖືກ​ຟອກ​ເພື່ອ​ໃຊ້​ໃນ​ອົງ​ກອນ​ອາ​ດຊະຍະ​ກຳ.

 

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...