spot_img
Homeຂ່າວພາຍ​ໃນຜູ້​ແທນ​ລາວ​ຮ່ວມ​ກອງ​ປະ­ຊຸມ​ເຈົ້າ​ໝ້າ​ທີ່​ອາ­ວຸ­ໂສ ຂອບ​ການ​ຮ່ວມ​ມື​ແມ່­ນໍ້າ​ຂອງ-ແມ່­ນໍ້າ​ລ້ານ​ຊ້າງ ຄັ້ງ​ທີ 3

ຜູ້​ແທນ​ລາວ​ຮ່ວມ​ກອງ​ປະ­ຊຸມ​ເຈົ້າ​ໝ້າ​ທີ່​ອາ­ວຸ­ໂສ ຂອບ​ການ​ຮ່ວມ​ມື​ແມ່­ນໍ້າ​ຂອງ-ແມ່­ນໍ້າ​ລ້ານ​ຊ້າງ ຄັ້ງ​ທີ 3

Published on

ໃນ​ວັນ​ທີ 24 ກຸມ­ພາ 2016, ຄະ­ນະ​ຜູ້​ແທນ ສປປ ລາວ ນຳໂດຍ ທ່ານ ສົງ­ການ ຫຼວງ​ມຸ­ນິນ​ທອນ, ຫົວ­ໜ້າ​ກົມ​ເສດ­ຖະ­ກິດ, ກະ­ຊວງການ​ຕ່າງ­ປະ­ເທດ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ຂອບ​ການຮ່ວມ​ມື​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງຄັ້ງ​ທີ 3 ທີ່​ເມືອງ​ສັນ​ຢາ ແຂວງ ໄຫ​ໜານ ສປ ຈີນ, ພາຍ​ໃຕ້​ການ​ເປັນ​ປະ­ທານ​ຮ່ວມ​ຂອງ ທ່ານ ຫຼິວ ເຈິນ ໝິງ (Liu Zhenmin), ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ການ​ຕ່າງ​ປະເທດ ສປ ຈີນ ແລະ​ທ່ານ ວິ​ທະ​ວັດ ສີ​ວິ­ຫົກ, ຮອງ​ຫົວ­ໜ້າຫ້ອງ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ໄທ​ມີ​ເຈົ້າ​ໜ້າ­ທີ່​ອາວຸ​ໂສ ຈາກ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ຂອງ 6 ປະ­ເທດ: ກຳ­ປູ­ເຈຍ, ສປ ຈີນ, ສປປ ລາວ, ມຽນ​ມາ, ໄທ ແລະ ສສ ຫວຽດ­ນາມ ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ຈຸດ­ປະ­ສົງ​ຂອງ​ກອງ​ປະ­ຊຸມ​ແມ່ນ​ເພື່ອ​ກະ­ກຽມຄວາມ​ພ້ອມ​ດ້ານ​ຕ່າງໆ​ໃຫ້​ແກ່​ກອງ​ປະຊຸມ​ຜູ້­ນຳ​ຂອບ​ການ​ຮ່ວມ​ມື​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ​ຄັ້ງ​ທີ 1, ໃນ​ນັ້ນ​ກອງ​ປະ­ຊຸມໄດ້​ປຶກ­ສາ​ຫາ­ລື ແລະ​ປະ­ກອບ​ຄຳ​ເຫັນ​ຕໍ່ຮ່າງ​ຖະ­ແຫຼງ­ການ​ສັນ​ຢາ​ຂອງ​ກອງ​ປະຊຸມ​ຜູ້­ນຳ​ຄັ້ງ​ທີ 1 (Sanya Declaration of the 1st Leaders’ Meeting), ຖະ­ແຫຼງ­ການ​ຮ່ວມ​ວ່າ​ດ້ວຍ ການ​ຮ່ວມ​ມື​ດ້ານ​ການ​ສ້າງ​ຄວາມ​ອາດ​ສາ­ມາດໃນ​ການ​ຜະ­ລິດ (Joint Statement on Production Capacity among Lancang Mekong Countries) ແລະ​ບັນຊີ​ຮ່ວມ​ໂຄງ­ການ​ເຫັນ​ຜົນ​ໄດ້​ໄວ​ກອງ​ປະຊຸມ​ໄດ້​ເຫັນ​ດີ​ໃນ​ດ້ານ​ຫຼັກ­ການ​ຕໍ່​ບັນ­ດາຮ່າງ​ເອ­ກະ­ສານ​ຂອງ​ຂອບ​ການ​ຮ່ວມ​ມື​ດັ່ງກ່າວ​ ເພື່ອ​ນຳ​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ​ຜູ້­ນຳ​ຂອບການ​ຮ່ວມ​ມື​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງຄັ້ງ​ທີ 1 ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ.

ໃນ​ໂອ­ກາດ​ດຽວ​ກັນ​ຄະ­ນະ​ຜູ້​ແທນ​ກອງ​ປະ­ຊຸມ​ໄດ້​ເຂົ້າ​ພົບ​ປະ​ທ່ານ ຫຼິວ ສຶ​ກຸ້ຍ (Liu Cigui) ເຈົ້າ­ແຂວງໆ​ໄຫ​ໜານ ແລະ​ໄດ້​ໄປ​ຢ້ຽມ­ຢາມ​ສະ­ຖານ­ທີ່​ຈັດ​ກອງປະ­ຊຸມ​ຜູ້­ນຳ​ຂອບ​ການ​ຮ່ວມ​ມື​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງຄັ້ງ​ທີ 1 ຊຶ່ງ​ຈະ​ຈັດ​ຂຶ້ນ ໃນ​ວັນ​ທີ 22-23 ມີ­ນາ 2016 ທີ່ ສັນ​ຢາ, ໄຫ​ໜານ, ສປ ຈີນ.

ສປປ ລາວ ເຫັນ​ວ່າ​ຂອບ​ການ​ຮ່ວມ​ມື​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຊຶ່ງ​ແມ່ນຂອບ​ການ​ຮ່ວມ​ມື​ທີ່​ຫາ­ກໍ່​ສ້າງ­ຕັ້ງ​ໃນ​ປີ 2015 ທີ່​ຜ່ານ​ມາ​ຈະ​ນຳ​ເອົາ​ຜົນ​ປະ­ໂຫຍດມາ­ສູ່ 6 ປະ­ເທດ​ອະ­ນຸ​ພາກ​ພື້ນ​ແມ່­ນ້ຳ​ຂອງ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະ­ຫຍາຍ​ສັນ­ຕິ­ພາບ ແລະ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ລະ­ຫວ່າງ 6 ປະ­ເທດ​ແມ່­ນ້ຳ​ຂອງ​ໃຫ້​ຫຼາຍ​ຍິ່ງ​ຂຶ້ນ.

ທີ່ມາ:logo

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...