spot_img
Homeຂ່າວພາຍ​ໃນແກ່ນຈັນ ນັກພັດທະນາເຫັດດອກຈັນ ສາຍພັນລາວ ສ້າງມູນຄ່າແສນໂດລາ

ແກ່ນຈັນ ນັກພັດທະນາເຫັດດອກຈັນ ສາຍພັນລາວ ສ້າງມູນຄ່າແສນໂດລາ

Published on

ແກ່ນຈັນ ນັກພັດທະນາເຫັດດອກຈັນ ສາຍພັນລາວ ສ້າງມູນຄ່າແສນໂດລາ

ທ່ານ ດຣ. ແກ່ນ​ຈັນ ພຸດທະ​ວົງ ກ່ອນ​ໜ້າ​ນີ້​ເຄີຍ​ດຳ­ເນີນ​ທຸລະ​ກິດ​ຫຼາຍ​ຮູບ​ແບບ, ຍ້ອນ​ແນວ ຄິດ​ພັດ­ທະ­ນາ ຈິ່ງ​ພະ­ຍາ­ຍາມ​ວິເຄາະ​ວິ­ໄຈແລະ​ສະ​ສົມ​ເຫັດ​ດອກ ຈັນ​ພັນ​ປີ​ສາຍ​ພັນ

​ລາວ ຊຶ່ງ​ນິ­ຍົມ ເອີ້ນ​ກັນ​ວ່າ​ເຫັດ​ໝື່ນ​ປີ ແລ້ວ​ກໍ​ທຸ່ມ​ເທ​ທຶນ­ຮອນ​ວິ­ເຄາະ​ວິ­ໄຈ​ສ້າງ​ຜະ ລິດ​ຕະ​ພັນ​ເກືອບ 30 ປີ ຈິ່ງ​ສຳ­ເລັດ ແລະ​ສ້າງ​ມູນ​ຄ່າ​ໄດ້​ເຖິງ 8 ຮ້ອຍ ລ້ານ​ກີບ (1 ແສນ​ໂດ​ລາ) ຕໍ່ 1 ຂວດ ແລະ​ຂາຍ​ໄດ້​ທັງ​ຢູ່​ພາຍ​ໃນ ແລະ​ສົ່ງ​ອອກ​ຕ່າງ­ປະ­ເທດ​ອັນ​ໄດ້ ສ້າງ​ລາຍ​ຮັບ​ຫຼັກ​ໃຫ້​ແກ່​ຄອບ­ຄົວ.

ທ່ານ ດຣ. ແກ່ນ​ຈັນ ພຸດ​ທະ​ວົງ ເຈົ້າ​ຂອງ​ຜະ­ລິດ​ຕະ​ພັນ​ຢາ​ບຳ­ລຸງ ສຸ­ຂະ­ພາບ​ເຫັດ​ດອກ​ຈັນ​ພັນ​ປີ​ສາຍ ພັນ​ລາວ​ໃຫ້​ສຳ­ພາດ​ຢູ່​ໃນ​ງານ​ສະ ຫຼຸບ​ວຽກ​ງານ​ການ​ແຂ່ງ­ຂັນ​ຮັກ ຊາດ, ສ້າງ​ບ້ານ​ພັດ­ທະ­ນາ ແລະ ຜັນ​ຂະ­ຫຍາຍ​ວຽກ​ງານ 3 ສ້າງ ເຂົ້າ​ສູ່​ລວງ​ເລິກ​ທົ່ວ​ນະ­ຄອນ­ຫຼວງ ວຽງ​ຈັນ ເມື່ອ​ບໍ່​ດົນ​ມາ​ນີ້ ໃນ​ໂອ ກາດ​ທີ່​ທ່ານ​ໄດ້​ຮັບ​ຫຼຽນ​ໄຊ​ແຮງ ງານ​ຊັ້ນ I ດ້ານ​ນັກ​ພັດ­ທະ­ນາ​ດີ ເດັ່ນ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ກ່າວ​ວ່າ: ກ່ອນ​ໜ້າ​ນີ້​ຕົນ​ເອງ​ເຄີຍ  ເປັນ​ນັກ­ທຸ­ລະ­ກິດ​ຄື​ເປັນ​ປະ­ທານ​ບໍ ລິ​ສັດ​ກໍ່­ສ້າງ​ທ່ຽງ​ນະ­ຄອນ­ຫຼວງ, ປະ­ທານ​ບໍ­ລິ­ສັດ​ກໍ່­ສ້າງ ແລະ​ຕິດ​ຕັ້ງ ໄຟ­ຟ້າ​ຄົບ​ວົງ​ຈອນ, ປະ­ທານ​ບໍ​ລິ ສັດ​ເກັບ​ກູ້​ໄຟ­ຟ້າ​ການ​ລົງ­ທຶນ ແລະ ມີ​ຄວາມ​ມັກ​ຮັກ ແລະ​ສົນ­ໃຈ​ກ່ຽວ ກັບ​ເຫັດ​ໝື່ນ​ປີ​ຈິ່ງ​ເກັບ​ສະ​ສົມ​ບວກ ໃສ່​ເງື່ອນ­ໄຂ​ທາງ​ດ້ານ​ການ​ເງິນ ເອື້ອ​ອຳ­ນວຍ​ໃຫ້​ແກ່​ການ​ວິ­ເຄາະ​ວິ ໄຈ​ເຫັດ​ດັ່ງ­ກ່າວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໃຊ້​ເງິນ​ຢ່າງ​ຫຼວງ­ຫຼາຍ ແລ້ວ​ພົບ​ວ່າ​ເຫັດ​ດັ່ງ­ກ່າວ​ມີ​ຄວາມ ສົມ​ດຸນ​ດ້ານ​ໂພ­ຊະ​ນາ​ການ, ມີ ທາດ​ທີ່​ມີ​ຜົນ​ປະ­ໂຫຍດ​ຕໍ່​ສຸ­ຂະ­ພາບ ສູງ​ລະ­ດັບ 5 ດາວ ຈິ່ງ​ນຳ​ມາ​ປຸງ ແຕ່ງ​ເປັນ​ຜະ­ລິດ​ຕະ​ພັນ ໂດຍ​ໃສ່​ຊື່ ວ່າ “ເຫັດ​ດອກ​ຈັນ​ພັນ​ປີ ສາຍ​ພັນ ລາວ” ນັບ​ແຕ່​ວັນ​ທີ 1 ມັງ­ກອນ 1994 ຈົນ​ມາ​ຮອດ​ປະ­ຈຸ​ບັນ​ຈິ່ງ ສຳ­ເລັດ​ກາຍ­ເປັນ​ຜະ­ລິດ​ຕະ​ພັນ​ໂອ ດັອບ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເມື່ອ​ໄດ້​ຮັບ​ໂອ​ດັອບ​ແລ້ວ​ສ້າງ ຄວາມ​ສົນ­ໃຈ​ຕໍ່​ນັກ­ທຸ­ລະ­ກິດ​ຈີນ ເຂົ້າ​ມາ​ເຈລະ­ຈາ​ຂໍ​ຊື້ 3 ຄັ້ງ ຈິ່ງ​ໄດ້ ເຊັນ​ສັນ­ຍາ​ຊື້-ຂາຍ​ກັນ​ແບບ​ບໍ່​ຈຳ ກັດ​ຈຳ­ນວນ ຊຶ່ງ​ຕະ­ຫຼາດ​ຫຼັກ​ດຽວ ນີ້​ກໍ​ຄື​ຈີນ.

ຄວາມ​ໂດດ​ເດັ່ນ​ຂອງ​ຜະ­ລິດ ຕະ​ພັນ​ຄື ຫົວ​ເຊື້ອ​ຢາ​ບຳ­ລຸງ​ສຸ​ຂະ ພາບ​ຂວດ​ລະ 1 ແສນ​ໂດ​ລາ ຊຶ່ງ ທ່ານ ດຣ. ແກ່ນ​ຈັນ ພຸດ​ທະ​ວົງ ເລົ່າ ສູ່​ຟັງ​ອີ​ກວ່າ​ສຳ­ລັບ​ຂວດ​ລະ 1 ແສນ ໂດ​ລາ​ນັ້ນ​ແມ່ນ​ຫົວ​ເຊື້ອ​ຢາ​ທີ່​ມີ ຄວາມ​ຮຸນ​ແຮງ​ເພາະ​ແມ່ນ​ສູນ ລວມ​ຕົວ​ຢາ​ທັງ​ໝົດ​ທີ່​ເຮັດ​ສະ​ສົມ ໄວ້​ແຕ່ 1994 ຊຶ່ງ​ບັນ­ຈຸ​ໃນ​ກວດ 4 ລິດ ເປັນ​ຕົວ​ຢາ​ອອກ​ລິດ​ແຮງ ເພື່ອ​ບຳ­ລຸງ​ສຸ­ຂະ­ພາບ​ເຮັດ​ໃຫ້​ອາ ຍຸ​ຍືນ ຊຶ່ງ​ຕົວ​ຢາ​ນີ້​ເຈົ້າ​ຊີ­ວິດ, ມະ ຫາ​ເສດ­ຖີ, ເສດ­ຖີ ແລະ​ຜູ້​ມີ​ເງື່ອນ ໄຂ​ທາງ​ດ້ານ​ການ​ເງິນ ຈິ່ງ​ສາ­ມາດ ຊື້​ໄດ້​ເສດ­ຖະ­ກິດ​ເສດ­ຖີ ຫຼື ເຈົ້າ​ຊີ ວິດ ຫຼື ບຸກ­ຄົນ​ທີ່​ມີ​ຄວາມ​ສາ­ມາດ​ຊື້ ເປົ້າ​ໝາຍ​ຄື​ຕະ­ຫຼາດ​ຕ່າງ­ປະ­ເທດ.

ແນວ­ໃດ​ກໍ​ຕາມ ນີ້​ເປັນ​ຜົນ­ງານ ທີ່​ຄຸ້ມ​ຄ່າ​ກັບ​ການ​ສູນ​ເສຍ​ເວ­ລາ​ໄປ ເກືອບ 30 ປີ ຂອງ ທ່ານ ດຣ. ແກ່ນຈັນ ພຸດ​ທະ​ວົງ ເປັນ​ການ​ຕໍ່​ຍອດ​ທຸ ລະ​ກິດ​ທີ່​ເຄີຍ​ເຮັດ​ມາ​ເປັນ​ໝາກ­ຜົນ ທີ່​ໜ້າ​ພາກ­ພູມ​ໃຈ​ຂອງ​ຄົນ​ລາວ ຈົນ​ລັດ­ຖະ­ບານ​ມອບ​ຫຼຽນ​ໄຊ​ແຮງ ງານ​ຊັ້ນ I ໃຫ້​ໃນ​ນາມ​ນັກ​ພັດ​ທະ ນາ​ດີ­ເດັ່ນ​ຂອງ​ນະ­ຄອນ­ຫຼວງ​ວຽງ ຈັນ ເພື່ອ​ເປັນ​ກຳ­ລັງ​ໃຈ​ຊຸກ­ຍູ້​ສົ່ງ ເສີມ​ຕໍ່​ໄປ.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...