spot_img
Homeຂ່າວການພັດທະນາກະຊວງກະສິກຳ ແລະ ປ່າໄມ້ ເປີດສູນຂໍ້ມູນຂ່າວສານ ການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນກະສິກໍາ

ກະຊວງກະສິກຳ ແລະ ປ່າໄມ້ ເປີດສູນຂໍ້ມູນຂ່າວສານ ການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນກະສິກໍາ

Published on

ສູນຂໍ້ມູນຂ່າວສານການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນກະສິກໍາ ແມ່ນສູນກາງຂໍ້ມູນຂ່າວສານ ແລະ ການຮ່ວມມື ການສ້າງເຄືອຂ່າຍ ແລະ ການປຶກສາຫາລືກ່ຽວກັບປະເດັນທາງດ້ານທີ່ດິນກະສິກໍາ ແລະ ຊັບພະຍາກອນທໍາມະຊາດ ສ້າງຂຶ້ນເພື່ອສົ່ງເສີມໃຫ້ທຸກພາກສ່ວນຂອງສັງຄົມ ໄດ້ເຂົ້າເຖິງຄວາມຮູ້ ແລະ ຂໍ້ມູນຂ່າວສານຢ່າງກວ້າງຂວາງ ພ້ອມທັງເສີມສ້າງກົນໄກ ການນໍາຂໍ້ມູນຈາກພື້ນທີ່ ກ່ຽວກັບການນໍາໃຊ້ທີ່ດິນກະສິກໍາຢ່າງມີປະສິດທິຜົນ ດັ່ງນັ້ນ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ກະຊວງກະສິກໍາ ແລະ ປ່າໄມ້ ຈິ່ງຈັດພິທີໄຂສູນຂໍ້ມູນຂ່າວສານທີ່ດິນກະສິກໍາຂຶ້ນ ໃນຕອນເຊົ້າວັນທີ 22 ກຸມພາ 2016 ທີ່ຕັ້ງຢູ່ເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄໍາພອນ ຣາຊະຈັກ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ກະຊວງກະສິກໍາ ແລະ ປ່າໄມ້ ມີທ່ານ Rick Reece ຫົວໜ້າອົງການບ້ານຈຸດສຸມສາກົນ ປະຈໍາ ສປປ ລາວ ທ່ານ ແສງທອງ ໂພທິສານ ຜູ້ຕາງໜ້າອົງການເພື່ອການພັດທະນາ ແຫ່ງ ປະເທດສະວິດ (SDC) ປະຈໍາ ສປປ.ລາວ ມີຫົວໜ້າສູນຂໍ້ມູນຂ່າວສານທີ່ດິນກະສິກໍາ ບັນດາພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າ ສູນຂໍ້ມູນຂ່າວສານທີ່ດິນກະສິກໍາແຫ່ງນີ້ ແມ່ນໜຶ່ງໃນບັນດາກິດຈະກໍາ ທີ່ນອນໃນໂຄງການເຄືອຂ່າຍຂໍ້ມູນຂ່າວສານ ການຄຸ້ມຄອງການນໍາໃຊ້ທີ່ດິນກະສິກໍາ ໄລຍະທີ 2 ເຊິ່ງແມ່ນໂຄງການຮ່ວມມືລະຫວ່າງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ແລະ ອົງການບ້ານຈຸດສຸມສາກົນ ພາຍໃຕ້ການສະໜັບສະໜູນທຶນຂອງ ອົງການເພື່ອການພັດທະນາແຫ່ງປະເທດສະວິດ ໂດຍເລີ່ມຈັດຕັ້ງປະຕິບັດແຕ່ປີ 2015 ເປັນຕົ້ນມາ ມີເປົ້າໝາຍເພື່ອປັບປຸງຄວາມຮູ້ຄວາມສາມາດ ແລະ ການມີສ່ວນຮ່ວມ ໃນການຄຸ້ມຄອງການນໍາໃຊ້ທີ່ດິນກະສິກໍາ ຂອງຂະແໜງການກະສິກໍາ-ປ່າໄມ້ ແລະ ເຄືອຂ່າຍທີ່ກ່ຽວຂ້ອງເພື່ອໃຫ້ທຸກພາກສ່ວນ ໄດ້ເຂົ້າມາມີສ່ວນຮ່ວມ ແລະ ມີບົດບາດ ໃນການຄຸ້ມຄອງການນໍາໃຊ້ທີ່ດິນກະສິກໍາ ໄດ້ຢ່າງເຕັມສ່ວນ ເຮັດໃຫ້ການນໍາໃຊ້ທີ່ດິນ ມີຄວາມສະຫງົບ ຍຸຕິທໍາ ແລະ ມີຄວາມຍືນຍົງ.

ດັ່ງນັ້ນ ການສ້າງສູນຂໍ້ມູນຂ່າວສານທີ່ດິນກະສິກໍາ ກໍເປັນນຶ່ງໃນບັນດາກິດຈະກໍາທີ່ຈະຊ່ອຍໃຫ້ ໂຄງການບັນລຸເປົ້າໝາຍ ແລະ ຖືກສ້າງຂຶ້ນ ເພື່ອໃຫ້ເປັນສູນກາງ ທາງດ້ານການສະໜອງຂໍ້ມູນຂ່າວສານ ການນໍາໃຊ້ທີ່ດິນ ໂດຍສະເພາະແມ່ນທີ່ດິນກະສິກໍາ ແລະ ຊັບພະຍາກອນທໍາມະຊາດ ເຊິ່ງເປັນຂໍ້ມູນທີ່ຮິບໂຮມມາ ຈາກທັງພາກລັດ ອົງກອນສາກົນ ແລະ ບັນດານັກຄົ້ນຄວ້າວິໄຈຕ່າງໆ ເພື່ອເປັນການສົ່ງເສີມ ໃຫ້ທຸກພາກສ່ວນຂອງສັງຄົມ ສາມາດຮຽນຮູ້ກ່ຽວກັບຂໍ້ມູນຂ່າວສານດັ່ງກ່າວຢ່າງກວ້າງຂວາງ ພ້ອມທັງເປັນການ ສົ່ງເສີມດ້ານກົນໄກການນໍາເອົາຂໍ້ມູນ ຈາກພື້ນທີ່ກ່ຽວກັບການນໍາໃຊ້ທີ່ດິນກະສິກໍາ ທັງເປັນການຂະຫຍາຍຕາໜ່າງຂໍ້ມູນຂ່າວສານ ໃຫ້ແກ່ຄູ່ຮ່ວມງານ ແລະ ເປັນອີກທາງເລືອກໜຶ່ງໃຫ້ແກ່ສັງຄົມ ໃນການເຂົ້າເຖິງຂໍ້ມູນທີ່ຖືກຕ້ອງ.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...