spot_img
Homeຂ່າວພາຍ​ໃນບໍລິຄຳໄຊສົ່ງຜູ້ຕ້ອງຫາຄົນໄທກັບຄືນປະເທດ

ບໍລິຄຳໄຊສົ່ງຜູ້ຕ້ອງຫາຄົນໄທກັບຄືນປະເທດ

Published on

    ວັນ​ທີ 19 ກຸມ­ພາ 2016 ທີ່​ດ່ານສາ­ກົນປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊໄດ້​ມີການ​ມອບ-ສົ່ງ​ຜູ້​ຕ້ອງຫາ​ຄົນ​ໄທ ຈຳ­ນວນ 1 ຄົນ ທີ່​ເຂົ້າ​ເມືອງ​ຜິດ​ກົດ­ໝາຍຄື ທ້າວ ສະ­ຫຼາກ​ໄຊ ພອກ​ສະ​ນິດ ( ອິ໋ວ ) ເຊື້ອ​ຊາດ ແລະ​ສັນ­ຊາດ​ໄທ​ຢູ່​ບ້ານ​ສະ​ອ່າງ ເມືອງ ກຸ​ຂັນ ແຂວງ​ສີ­ສະ​ເກດ ປະ­ເທດ​ໄທ ກັບຄືນ​ປະ­ເທດ, ກ່າວ​ມອບ​ໂດຍທ່ານ ຮ້ອຍເອກພັນ ແກ້ວ​ມະ­ນີຮອງ​ຫົວ­ໜ້າ​ດ່ານຕຳ­ຫຼວດ​ກວດ​ຄົນ​ເຂົ້າ-ອອກ​ເມືອງດ່ານສາ­ກົນ​ປາກ​ຊັນ ແລະ​ກ່າວ​ຮັບ​ໂດຍ ທ່ານ ຮ້ອຍ​ເອກ ສູນ​ທອນ ບົວ​ສອນ ຮອງ​ສາລະ​ວັດ​ຕຳ­ຫຼວດ​ກວດ​ຄົນ​ເຂົ້າ-ອອກ ເມືອງ​ແຂວງ​ບຶງ​ການ, ມີ​ເຈົ້າ​ໜ້າ­ທີ່​ຂອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

    ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ກວດ​ຄົນ​ເຂົ້າ-ອອກ​ເມືອງ ປກສ ແຂວງ ບໍ​ລິ​ຄຳ​ໄຊ​ໄດ້ໃຫ້​ຮູ້​ວ່າ: ທ້າວ ສະ­ຫຼາກ​ໄຊ ໄດ້​ເຂົ້າ​ມາ ລາວ​ໃນ​ໄລ­ຍະ​ຕົ້ນ​ເດືອນ​ທັນ­ວາ 2015 ໂດຍ​ໃຊ້​ບັດ­ປະ­ຈຳ­ຕົວ​ເຮັດ​ໃບ​ຜ່ານ​ແດນຊົ່ວ­ຄາວ​ຜ່ານ​ດ່ານ​ສາ­ກົນ​ວັງ​ເຕົ່າ-ຊ່ອງເມັກ​ເພື່ອ​ມາ​ເຮັດ​ວຽກ​ຢູ່​ບໍ­ລິ­ສັດ OK ຢູ່ແຂວງ ຈຳ­ປາ​ສັກນຳ​ໝູ່​ຊື່ ທ້າວ ໄຊ​ຍະ ພອນ ຄົນ​ເຊື້ອ​ຊາດ ແລະ​ສັນ­ຊາດ​ໄທ, ຫຼັງ​ຈາກ​ເຮັດ​ວຽກ​ໄດ້ 2 ວັນ​ພວກ​ກ່ຽວ ທັງ​ສອງ​ກໍ​ກັບ​ຄືນ​ໄປ​ຊື້​ເຄື່ອງ​ອາ​ໄຫຼ່​ລົດ​ຢູ່ປະ­ເທດ​ໄທ ມາ​ຮອດ​ວັນ​ທີ 11 ທັນ­ວາ 2015 ພວກ​ກ່ຽວ​ທັງ​ສອງ​ໄດ້​ກັບ­ເຂົ້າ​ມາປະ­ເທດ​ລາວ​ອີກ​ໂດຍ​ໃຊ້​ໃບ​ຜ່ານ​ແດນ​ຊົ່ວຄາວ​ເຂົ້າ​ມາ​ທາງ​ດ່ານ​ສາ­ກົນ​ວັງ​ເຕົ່າ​ຄືເກົ່າ​ຈາກ​ນັ້ນ​ທ້າວ ໄຊ​ຍະ​ພອນ ໄດ້​ແນະນຳ​ໃຫ້ ທ້າວ ສະ­ຫຼາກ​ໄຊ​ເອົາ​ລົດ​ກະ­ບະ ນິ​ສັນ ໝາຍ​ເລກ​ທະ­ບຽນ ກຂ 38 ຊຽງໃໝ່​ຂື້ນ​ມາ​ຫາ​ທ້າວ ຍຸດ­ທະ­ນາ ຢູ່​ເມືອງປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊ​ເພື່ອ​ເຂົ້າ​ໄປ ເຮັດ​ວຽກ​ຢູ່​ເຂື່ອນ​ໄຟ­ຟ້າ​ນ້ຳ​ງຽບ, ສ່ວນ ທ້າວ ໄຊ​ຍະ​ພອນ​ແມ່ນ​ກັບ​ຄືນ​ປະ­ເທດ​ໄທ, ມາ​ຮອດ​ວັນ​ທີ 12 ທັນ­ວາ 2015 ທ້າວ ສະ­ຫຼາກ​ໄຊ ໄດ້​ຂັບ​ລົດ​ນິ​ສັນ​ຄັນ​ດັ່ງ­ກ່າວ ຂຶ້ນ​ມາ​ປາກ​ຊັນ​ແລ້ວ​ໄດ້​ໄປ​ພັກ​ເຊົາ​ຢູ່ ບ້ານ​ໜອງ​ຜຳ​ເຮືອນ​ພໍ່​ຂອງ ທ້າວ ຫຼຸຍ ທີ່​ເປັນ​ກຳ­ມະ­ກອນ​ຂັບ​ລົດ​ຢູ່​ບໍ­ລິ­ສັດ OK, ເພື່ອ​ລໍ­ຖ້າ ທ້າວ ຍຸດ­ທະ­ນາ ( ຄົນ​ໄທ ) ມາ​ຮັບ​ເອົາ, ຕົກ​ມາ​ຮອດ​ວັນ​ທີ 14 ທັນວາ 2015 ໄດ້​ມີ​ເຈົ້າ​ໜ້າ­ທີ່ ປກສ ເມືອງປາກ​ຊັນ​ລົງ​ກວດ­ກາ​ເຫັນ​ວ່າ​ຜູ້­ກ່ຽວ​ບໍ່​ມີເອ­ກະ­ສານ​ຖືກ­ຕ້ອງ​ຈຶ່ງ​ໄດ້​ກັກ​ຕົວ​ມາ​ສືບສວນ-ສອບ​ສວນ ແລະ​ໄດ້​ນຳ​ສົ່ງ​ຕົວ​ຜູ້ກ່ຽວ​ໃຫ້​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ກວດ​ຄົນ​ເຂົ້າ-ອອກ​ເມືອງ ປກສ ແຂວງ ບໍ​ລິ​ຄຳ​ໄຊ ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ.

ຜ່ານ​ການ​ສືບ­ສວນ-ສອບ​ສວນ​ຂອງ ເຈົ້າ​ໜ້າ­ທີ່​ວິ­ຊາ​ສະ­ເພາະ​ເຫັນ​ວ່າ ທ້າວ ສະ­ຫຼາກ​ໄຊ ພອກ​ສະ​ນິດ ( ອິ໋ວ ) ມີ​ເຈ­ຕນາ​ລັກ­ລອບ​ເຂົ້າ​ມາ ສປປ ລາວ ເພື່ອເຄື່ອນ​ໄຫວ​ປະ­ກອບ​ອາ­ຊີບ​ແບບ​ບໍ່​ຖືກ­ຕ້ອງຢ່າງ​ແທ້​ຈິງ, ປະ­ຈຸ​ບັນ​ໄດ້​ດຳ­ເນີນ​ຄະ­ດີ​ຢ່າງ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ແຫ່ງ ສປປ ລາວ ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ຈຶ່ງ​ໄດ້​ສົ່ງ​ຕົວ​ຜູ້­ກ່ຽວ​ໃຫ້​ເຈົ້າ​ໜ້າ­ທີ່​ໄທ​ນຳ­ໄປ​ສຶກ​ສາ ອົບ­ຮົມ​ຕາມ​ລະ­ບຽບ​ເພື່ອ​ບໍ່​ໃຫ້​ຜູ້­ກ່ຽວ​ກະ­ທຳ​ຜິດ​ຕື່ມ​ອີກ.

ທີ່ມາ: ນສພ ເສດຖະິກດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...