spot_img
Homeຂ່າວທ້ອງຖິ່ນກອງປະຊຸມສົ່ງເສີມການທ່ອງທ່ຽວ 8 ແຂວງພາກເໝືອ

ກອງປະຊຸມສົ່ງເສີມການທ່ອງທ່ຽວ 8 ແຂວງພາກເໝືອ

Published on

4-1

ກອງປະຊຸມສົ່ງເສີມການທ່ອງທ່ຽວເຊື່ອມຕໍ່ 8 ແຂວງ ພາກເໜືອ ແຂວງໄຊຍະບູລີ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 18 ກຸມພາຜ່ານມານີ້ ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງແຂວງ ໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງ ພັກເລຂາພັກແຂວງ ເຈົ້າແຂວງ ໄຊຍະບູລີ, ມີຮອງເຈົ້າແຂວງ 8 ແຂວງພາກເໜືອ, ມີຫົວ ໜ້າ, ຮອງຫົວໜ້າພະແນກ ຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ບັນດາແຂກຖືກ ເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວແມ່ນເປັນການຖອດຖອນບົດຮຽນເພື່ອຊອກໃຫ້ເຫັນໄດ້ຈຸດດີຈຸດອ່ອນ ແລະ ບັນຫາທີ່ຄົງຄ້າງ ເຊັ່ນ:ວຽກພັດທະນາການທ່ອງທ່ຽວ, ແຜນຍຸດທະສາດພັດທະ ນາການທ່ອງທ່ຽວ ສຳລັບປີ 2016-2025 ຂອງ 8 ແຂວງ ພາກເໜືອ, ການສ້າງແຜນພັດ ທະນາການທ່ອງທ່ຽວສຳລັບ 8 ແຂວງພາກເໜືອ 2016-2020, ການພັດທະນາສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ຈຸດເຊື່ອມຕໍ່ 8 ແຂວງ ພາກເໜືອ ວຽກງານຄຸ້ມຄອງ ການທ່ອງທ່ຽວ, ການສ້າງຕັ້ງ ແລະ ປັບປຸງສະມາຄົມ ແລະ ກຸ່ມບໍລິການທ່ອງທ່ຽວ, ການ ຈັດລະດັບມາດຖານໂຮງແຮມ 3 ດາວຫາ 5 ດາວ, ການແກ້ ໄຂບັນຫາພະນັກງານນຳທ່ຽວ ທີ່ເຄື່ອນໄຫວບໍ່ຖືກຕ້ອງ, ບັນ ຫາກ່ຽວກັບການອະນຸຍາດດຳ ເນີນທຸລະກິດທ່ອງທ່ຽວໃຫ້ແກ່ ຄົນລາວ ແລະ ຄົນຕ່າງປະ ເທດ, ການກວດຄືນບໍລິສັດ ທ່ອງທ່ຽວທີ່ບໍ່ມີຕົວຕົນ, ບໍ່ມີ ຫ້ອງການ ແລະ ໃຫ້ຖອນອະນຸຍາດ, ຕະຫຼອດຮອດວຽກງານໂຄສະນາການທ່ອງທ່ຽວຕື່ມ ອີກ.     

 ນັກຂ່າວ: ບຸນທີ

ຂໍ້ມູນຈາກ http://www.pasaxon.org.la/

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...