spot_img
Homeຂ່າວພາຍ​ໃນທົດລອງເປີດນຳໃຊ້ ລະບົບໂຮງງານນ້ຳປະປາ ດົງໝາກຄາຍ

ທົດລອງເປີດນຳໃຊ້ ລະບົບໂຮງງານນ້ຳປະປາ ດົງໝາກຄາຍ

Published on

3e01d86f820b46054cb45528eb16289b

ລັດ​ວິ​ສາ​ຫະ​ກິດນ້ຳ​ປະປາ ນະຄອນຫຼວງ​ວຽງ​ຈັນ ໄດ້​ທົດລອງ​ເປີດ​ນຳ​ໃຊ້ ໂຄງການ​ຂະຫຍາຍ​ລະບົບ​ໂຮງງານ​ນ້ຳ​ປະປາ ດົງ​ໝາກຄາຍ ໄລຍະ II ເມືອງ​ໄຊທານີ ນະຄອນຫຼວງ​ວຽງ​ຈັນ ເຊິ່ງຈະ​ສູບ​ສົ່ງ​ນ້ຳ​ປະປາ ເຂົ້າ​ໃນ​ລະບົບ​ສາຍ​ທໍ່​ສົ່ງ ແລະ ຈະ​ເຮັດ​ໃຫ້ສະພາບ​ນ້ຳ ແລະ ແຮງ​ດັນ​ນ້ຳໃນ​ທໍ່​ມີ​ການ​ປ່ຽນແປງ ໂດຍ​ສະເພາະ ໃນ​ຂົງເຂດເມືອງ​ໄຊ​ເຊດຖາ ໄຊ​ທານີ ແລະ ເຂດ​ມະຫາ​ວິທະ​ຍາ​ໄລ​ແຫ່ງ​ຊາດ ໃຫ້​ມີ​ນ້ຳ​ໃຊ້ສະດວກ​ຂຶ້ນ.

ທ່ານ ຄຳ​ເຜີຍ ວົງສາ​ຄຳ​ຜຸຍ ອຳນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ນ້ຳປະປາ ນະຄອນຫຼວງ​ວຽງ​ຈັນ ກ່າວ​ວ່າ: ການ​ທົດ​ລອງ​ເປີດ​ນຳໃຊ້ ໂຮງງານ​ນ້ຳ​ປະປາ​ດົງ​ໝາກຄາຍ ໄລຍະ II ຄັ້ງ​ນີ້ ເພີ່ມ​ນ້ຳ​ໄດ້ 100.000 ແມັດ​ກ້ອນ ລວມ​ທັງອັນ​ເກົ່າ​ທີ່​ມີ​ຢູ່ 180.000 ແມັດກ້ອນ ລວມ​ທັງ​ໝົດແມ່ນ 280.000 ແມັດ​ກ້ອນ​ຕໍ່​ມື້ ພາຍຫຼັງ​ການ​ແລ່ນທົດ​ລອງ​ເປີດ​ນຳ​ໃຊ້ໂຮງງານ​ນ້ຳປະປາ ຈະ​ໃຊ້​ເວລາ​ປະມານ 1 ເດືອນ.

ພິທີ​ຈັດ​ຂຶ້ນ​ວັນ​ທີ 20 ກຸມພາ 2016 ທີ່​ໂຮງງານ​ນ້ຳ​ປະປາ​ດົງໝາກຄາຍ ມີ​ທ່ານ ແກ້ວ​ພິລາວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງນະຄອນຫຼວງ​ວຽງ​ຈັນ ທ່ານ ຄຳທະວີ ໄທ​ພະຈັນ ຫົວໜ້າ​ກົມ​ເຄຫາ​ຜັງເມືອງ ທ່ານ​ຮອງ​ຫົວໜ້າພະ​ແນກ ​ຍທຂ ແລະ ພະນັກງານ​ວິຊາ​ການ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມ.

 

ຂໍ້ມູນຈາກ http://www.vientianemai.net/

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...