spot_img
Homeຂ່າວພາຍ​ໃນປີຜ່ານມາ ສປປ ລາວ ໄດ້ອະໄພຍະໂທດ ແລະ ປ່ອຍຕົວນັກໂທດ ຫຼາຍກວ່າ 200 ຄົນ!

ປີຜ່ານມາ ສປປ ລາວ ໄດ້ອະໄພຍະໂທດ ແລະ ປ່ອຍຕົວນັກໂທດ ຫຼາຍກວ່າ 200 ຄົນ!

Published on

ປີ 2015 ຜ່ານ​ມາ ປະທານປະເທດ​ແຫ່ງ ​ສປປ ລາວ ໄດ້ອອກ​ລັດ​ຖະ​ດຳລັດ​ໃຫ້​ອະໄພ​ຍະໂທດ​ແກ່​ນັກໂທດ ຈຳນວນ 1.029 ຄົນ ຍິງ 232 ຄົນ ແລະ ຕ່າງປະເທດ 26 ຄົນ ຍິງ 1 ຄົນ ສ່ວນ​ຕ່າງປະເທດ​ມີ​ສັນຊາດ​ໄທ 13 ຄົນ ຍິງ 1 ຄົນ ຫວຽດນາມ 7 ຄົນ ຈີນ 5 ຄົນ ແລະ ສ ເກົາຫຼີ 1 ຄົນ ເຊິ່ງ​ໃນ​ນີ້​ມີ​ນັກໂທດ​ໄດ້​ຮັບ​ອະໄພ​ຍະ​ໂທດ​ຫຼຸດຜ່ອນ​ໂທດ ຈຳນວນ 820 ຄົນ ຍິງ 186 ຄົນ ແລະ ອະໄພ​ຍະ​ໂທດ​ປ່ອຍ​ຕົວ ມີຈຳນວນ 209 ຄົນ ຍິງ 46 ຄົນ.

ທ່ານ ບຸນ​ຍັງ ຈັນ​ດາ​ລະ​ສານ ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການປະຊາຊົນ​ສູງ​ສຸດ ຮອງ​ປະທານຄະນະ​ກຳມະການ​ອະໄພ​ຍະ​ໂທດລະດັບ​ຊາດ ກ່າວ​ວ່າ: ການ​ໃຫ້ອະໄພ​ຍະ​ໂທດ​ແກ່​ນັກໂທດ ແມ່ນການ​ປະຕິບັດ​ນະໂຍບາຍ​ມະນຸດສະ​ທຳ ​ໂດຍ​ແມ່ນ​ສິດ ແລະ ໜ້າທີ່ຂອງ​ປະທານ​ປະເທດ ​ທີ່​ໄດ້​ກຳນົດໄວ້​ໃນ​ມາດຕາ 67 ຂໍ້ 12 ຂອງລັດ​ຖະ​ທຳ​ມະນູນ ແຫ່ງ ​ສປປ ລາວ ສະບັບ​ປັບປຸງ ປີ 2015 ເພື່ອ​ສຶກ​ສາ​ອົບຮົມ​ໃຫ້​ແກ່​ນັກໂທດ ​ໃຫ້​ເຫັນ​ໄດ້​ແນວທາງ​ນະ​ໂຍບາຍ​ອັນ​ຖືກຕ້ອງ​ເປັນ​ທຳ​ຂອງ​ພັກ-ລັດ ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົວເອງ ໃຫ້​ມີ​ການ​ປ່ຽນແປງ​ທາງດ້ານ​ທັດສະນະ​ແນວ​ຄິດ ແລະ ໄດ້​ມີ​ຄວາມ​ຮູ້ສຶກ​ກິນແໜງ​ຕໍ່​ການກະທຳ​ຜິດ​ຂອງ​ຕົນ ກໍ່ສ້າງ​ຕົນ​ເອງ ໃຫ້​ກາຍເປັນ​ພົນລະເມືອງ​ດີ​ຂອງຊາດ ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ພັດທະນາ​ປະເທດ​ຊາດ ແລະ ເປັນ​ການ​ໂຄສະນາ​ເຮັດ​ໃຫ້​ປະຊາຊົນ​ບັນດາເຜົ່າ ແລະ ສາກົນ ໄດ້​ຮັບ​ຮູ້​ເຂົ້າໃຈແນວທາງ​ນະໂຍບາຍ​ອັນ​ຖືກຕ້ອງ ​ເປັນ​ທຳ​ ຂອງ​ລັດຖະບານ​ລາວ ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ.

ກອງ​ປະຊຸມ​ສະຫຼຸບ​ການ​ຈັດຕັ້ງ​ປະຕິບັດ​ວຽກ​ງານ​ອະໄພ​ຍະໂທດ ປະຈຳ​ປີ 2015 ແລະ ແຜນການຈັດຕັ້ງ​ປະຕິບັດ​ວຽກ​ງານ​ອະໄພ​ຍະ​ໂທດ​ປີ 2016 ຈັດ​ຂຶ້ນ​ວັນ​ທີ 18 ກຸມພາ 2016 ທີ່​ອົງການ​ໄອຍະ​ການ​ປະຊາຊົນ​ສູງ​ສຸດ ໂດຍເປັນ​ປະທານ​ຂອງ​ທ່ານ ຄຳ​ສານ ສຸ​ວົງ ຫົວໜ້າ​ອົງການ​ໄອ​ຍະ​ການປະຊາຊົນ​ສູງ​ສຸດ ປະທານ​ຄະນະກຳມະການ​ອະໄພ​ຍະ​ໂທດ​ລະດັບຊາດ ມີ​ບັນດາ​ຄະນະ​ກຳມະການທີ່​ມາ​ຈາກ​ຫ້ອງ​ວ່າການ​ປະທານປະເທດ ຫ້ອງ​ວ່າການ​ລັດຖະບານ ແລະ ບັນດາ​ຄະນະ​ກຳມະການ ທີ່​ມາ​ຈາກ​ກະຊວງ​ກ່ຽວຂ້ອງ​ເຂົ້າຮ່ວມ ເພື່ອ​ພ້ອມ​ກັນ​ຄົ້ນຄວ້າ ແລະ ກຳນົດ​ແຜນ​ການຈັດຕັ້ງປະຕິບັດ​ວຽກ​ງານ​ອະໄພ​ຍະ​ໂທດ ພ້ອມ​ທັງ​ສືບຕໍ່​ຊີ້​ນຳ​ຄະນະ​ກຳ​ມະການ​ອະໄພ​ຍະ​ໂທດ​ຂັ້ນ​ຕ່າງໆ ​ຈັດຕັ້ງ​ປະຕິບັດ​ວຽກ​ງານ​ອະໄພ​ຍະໂທດ​ໃຫ້​ສຳເລັດ​ຜົນ​ ຕາມ​ແຜນການ​ທີ່​ໄດ້​ວາງ​ໄວ້.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...