spot_img
HomeມູມໄອທີລາວAlcatel ເປີດໂຕສະມາດໂຟນໃໝ່ 3 ລຸ້ນເປັນຕະກູນ POP 4 ທັງໝົດ

Alcatel ເປີດໂຕສະມາດໂຟນໃໝ່ 3 ລຸ້ນເປັນຕະກູນ POP 4 ທັງໝົດ

Published on

Alcatel ເປີດໂຕສະມາດໃໝ່ 3 ລຸ້ນຄື: POP 4, POP 4+ ແລະ POP 4S ເປັນສະມາດໂຟນລະບົບ Android ທັງໝົດ ມາເບິ່ງນຳກັນເລີຍວ່າທັງ 3 ລຸ້ນເປັນແນວໃດ?

image

Alcatel POP 4 ເປັນລຸ້ນນ້ອງສຸດຂອງຕະກູນ ມາພ້ອມກັບໜ້າຈໍຂະໜາດ 5 ນິ້ວ ຄວາມລະອຽດ 720 x 1280 (HD) , ຄວາມໜາແໜ້ນພິກເຊວ 293 PPI, ໃຊ້ງານຊິບປະມວນຜົນຄອດຄໍ Snapdragon 210 (ຄວາມໄວ 1.1 GHz), RAM 1 GB. ພື້ນທີ່ຈັດເກັບ 8 GB ສາມາດເພີ່ມ microSD ໄດ້ (ສູງສຸດ 32 GB). ແບັດເຕີຣີ 2,500 mAh. ກ້ອງຫຼັງຄວາມລະອຽດ 8 ລ້ານພິກເຊວ (ມຸມກວ້າງ 84.4 ອົງສາ) ແລະ ກ້ອງໜ້າຄວາມລະອຽດ 5 ລ້ານພິກເຊວ ພ້ອມກັບແຟລັດ LED, ລວມໄປເຖິງຊ໋ອບແວຂອງກ້ອງຍັງຮອງຮັບການຖ່າຍຮູບແບບ HDR.

image

Alcatel POP 4+ ເປັນລຸ້ນກາງຂອງຕະກູນມາພ້ອມກັັບໜ້າຈໍຂະໜາດ 5.5 ນິ້ວ ຄວາມລະອຽດ 720 x 1280 (HD) ຄວາມໜາແໜ້ນຂອງພິກເຊວ 267 PPI, RAM 1.5 GB, ພື້ນທີ່ຈັດເກັບ 16 GB ສາມາດເພີ່ມ microSD ໄດ້ (ສູງສຸດ 32 GB), ແບັດເຕີຣີ 2,500 mAh,

ໝາຍເຫດ: ຊິບປະມວນຜົນແລະກ້ອງຂອງ POP 4 ແລະ POP4+ ແມ່ນໃຊ້ຄືກັນ

image

Alcatel POP 4S ເປັນລຸ້ນໃຫຍ່ສຸດຂອງຕະກູນ ມີໜ້າຈໍຂະໜາດ 5.5 ນິ້ວ ຄວາມລະອຽດ 1080 x 1920 (FHD), ຄວາມໜາແໜ້ນຂອງພິກເຊວ 400 PPI, ໃຊ້ງານຊິບປະມວນຜົນ octa-core MediaTek Helio P10 (4 ຄໍ ຄວາມໄວທີ່ 1.8 GHz ແລະ 4 ຄໍ ຄວາມໄວທີ່ 1 GHz), RAM 2 GB , ພື້ນທີ່ຈັດເກັບ 16 GB ສາມາດເພີ່ມ microSD (ສູງສຸດ 64 GB). ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ (ຮູູຮັບແສງ F2.0) ມາພ້ອມກັບລະບົບກວດສອບໂຟກັດອັດຕະໂນມັດ ແລະແຟລັດຄູ່ LED, ກ້ອງໜ້າມີມຸມທີ່ກວ້າງແລະແຟລັດ LED ຄືກັບສອງລຸ້ນດ້ານເທິງ. ແບັດເຕີຣີ 2,960 mAh.

ໝາຍເຫດ: ສຳລັບລຸ້ນປົດລ໋ອກເຄື່ອງຈະມີລະບົບສະແກນລາຍນິ້ວມືນຳ ສະເພາະ POP 4S

image

ທັງ 3 ລຸ້ນນັ້ນ ມາພ້ອມກັບລະບົບປະຕິບັດການ Android 6 Marshmallow. The POP 4 ແລະ POP 4+ ຮອງຮັບສັນຍານ Cat 4 LTE, ໃນຂະນະທີ່ POP 4S ນັ້ນຮອງຮັບສັນຍານ Cat 6 LTE. ນອກນີ້ຍັງມາພ້ອມກັບຊຸດຫູຟັງຂອງ JBL. ສຳລັບລາຄາແລະມື້ວາງຂາຍຍັງບໍ່ມີປະກາດອອກມາແຕ່ຢ່າງໃດ

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...