Homeຂ່າວພາຍ​ໃນທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນນະຄອນກຽວໂຕະ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນນະຄອນກຽວໂຕະ

Published on

20140424171036

ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ຂັ້ນ​ສູງ ນະຄອນ​ກຽວ​ໂຕະ ປະເທດ​ຍີ່ປຸ່ນ ນຳ​ໂດຍ​ທ່ານ ໄດ​ຊາ​ກຶ ຄາ​ໂດ​ຄາ​ວະ ເຈົ້າ​ຄອງ​ນະຄອນ​ກຽວ​ໂຕະ ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ໃນ​ລະຫວ່າງ​ວັນ​ທີ 23-25 ເມສາ 2014 ຄະນະ​ຜູ້​ແທນ​ດັ່ງກ່າວ ກໍ່​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ​ສປປ ລາວ ໃນ​ວັນ​ທີ 24 ເມສາ 2014 ຢູ່​ສຳນັກງານ​ລັດຖະບານ.

ໂອກາດ​ການ​ພົບ​ປະ​ຄັ້ງ​ນີ້ ທ່ານ ທອງ​ສິງ ທຳ​ມະ​ວົງ ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ສະແດງ​ຄວາມ​ຊົມເຊີຍ ແລະ ຕີ​ລາຄາ​ສູງ​ຕໍ່​ການ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ນະຄອນ​ກຽວ​ໂຕະ ເຊິ່ງ​ຈະ​ເປັນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ ລາວ-ຍີ່ປຸ່ນ ເວົ້າ​ລວມ ເວົ້າ​ສະເພາະ ນະຄອນຫຼວງ​ວຽງ​ຈັນ​ກັບ​ນະຄອນ​ກຽວ​ໂຕະ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ ພ້ອມ​ນີ້ ທັງ​ສອງ​ຝ່າຍ​ຍັງ​ໄດ້​ສົນທະນາ​ກັນ ກ່ຽວ​ກັບ​ການ​ສ້າງ​ສາຍ​ພົວພັນ​ມິດຕະພາບ ລະຫວ່າງ​ສອງ​ນະຄອນ (ນະຄອນຫຼວງ​ວຽງ​ຈັນ ແລະ ນະຄອນ​ກຽວ​ໂຕະ ໃນ​ນາມ​ເປັນ​ນະຄອນ​ຄູ່​ຮ່ວມ​ງານ​ໃນຕໍ່ໜ້າ) ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ ການ​ແກ້​ໄຂ​ບັນຫາ​ນ້ຳ​ເປື້ອນ ຂີ້​ເຫຍື້ອ ແລະ ບັນຫາ​ສຳຄັນ​ອື່ນໆ​ອີກ.

ໃນ​ວັນ​ດຽວ​ກັນ​ນີ້ ທ່ານ ໄດ​ຊາ​ກຶ ຄາ​ໂດ​ຄາ​ວະ ເຈົ້າ​ຄອງ​ນະຄອນ​ກຽວ​ໂຕະ ພ້ອມ​ດ້ວຍ​ຄະນະ ຍັງ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ ນູ​ລິນ ສິນ​ບັນດິດ ລັດຖະມົນຕີ​ວ່າການ ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ ຢູ່​ກະຊວງ​ດັ່ງກ່າວ ພົບ​ປະ ແລະ ເຮັດ​ວຽກ​ກັບ​ທ່ານ ສຸ​ກັນ ມະຫາລາດ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ຢູ່​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ນອກ​ນີ້ ຍັງ​ໄດ້​ທ່ຽວ​ຊົມ​ພະ​ທາດຫຼວງ​ວຽງ​ຈັນ ເຊິ່ງ​ນຳພາ​ໂດຍ​ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ແລະ ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ອຳນາດ​ການ​ປົກຄອງ ເມືອງ​ໄຊ​ເຊດ​ຖາ ພ້ອມ​ດ້ວຍ​ເຖົ້າ​ແກ່​ແນວ​ໂຮມ​ເມືອງ​ດັ່ງກ່າວ.

ທີ່ມາ http://www.vientianemai.net/teen/khao/1/11645

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...