Homeຂ່າວພາຍ​ໃນແຂວງຫລວງພະບາງ ເສດຖະກິດຂະຫຍາຍຕົວ 9,2%

ແຂວງຫລວງພະບາງ ເສດຖະກິດຂະຫຍາຍຕົວ 9,2%

Published on

fri25apr5
ທ່ານ ດຣ ຄຳແພງ ໄຊສົມແພງ

ໃນໂອກາດເຂົ້າຮ່ວມກອງ ປະຊຸມຄະນະລັດຖະບານ ບວກກັບເຈົ້າແຂວງ ປະຈຳ ປີ 2013-2014, ເຊິ່ງຈັດຂຶ້ນ ແຕ່ວັນທີ 22-25 ເມສາ 2014 ນີ້, ຢູ່ທີ່ຫ້ອງປະຊຸມຂອງຫ້ອງ ວ່າການລັດຖະບານ, ທ່ານ ດຣ ຄຳແພງ ໄຊສົມແພງ,ກຳ ມະການສູນກາງພັກ, ເລຂາ ພັກແຂວງ, ເຈົ້າແຂວງໆຫຼວງ ພະບາງ ໄດ້ຕອບສຳພາດສື່ ມວນຊົນກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ ຂອງແຂວງຕະຫລອດໄລຍະທີ່ຜ່ານມາວ່າ: ຜ່ານການຈັດຕັ້ງ ປະຕິບັດແລະສູ້ຊົນຕົວຈິງເຮັດໃຫ້ເສດຖະກິດແຂວງຫຼວງພະ ບາງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ປີຜ່ານມາຢູ່ໃນລະດັບ 9,2%, ທຽບໃສ່ແຜນການປະຕິບັດໄດ້ 95%, ລວມຍອດ ຜະລິດຕະພັນພາຍໃນບັນລຸ 4.741 ຕື້ກີບ ໃນນີ້ປະກອບມີຜະລິດຕະພັນຈາກກະສິກຳ, ອຸດສາຫະກຳ, ການບໍລິການ, ການທ່ອງທ່ຽວ 77,60 ຕື້ກີບ, ລວມຍອດລາຍຈ່າຍ 124,98 ຕື້ກີບ, ນອກນັ້ນສະພາແຫ່ງ ຊາດໄດ້ອະນຸມັດງົບປະມານ ການລົງທຶນຂອງລັດທັງຫມົດ 197 ໂຄງການມູນຄ່າ 78,76 ຕື້ກີບ, ໃນນີ້ການລົງທຶນພາຍ ໃນ 74,50 ຕື້ກີບ ແລະ ທຶນ ຕ່າງປະເທດ 4,26 ຕື້ກີບ,  ຜ່ານການຈັດຕັ້ງປະຕິບັດຕົວ ຈິງສຳເລັດແລ້ວ 100% ນັ້ນມີ 31 ໂຄງການລວມ 5,44 ຕື້ ກີບ ສ່ວນທີ່ຍັງເຫລືອແມ່ນຍັງ  ສືບຕໍ່ຈັດຕັ້ງປະຕິບັດ, ການ ຈັດຕັ້ງປະຕິບັດສ່ວນຫລາຍ ແລ້ວກໍ່ແມ່ນເລັ່ງໃສ່ການພັດ ທະນາພື້ນຖານໂຄງລ່າງ, ຖະຫນົນຫົນທາງ, ໄຟຟ້າ, ລະ ບົບນ້ຳປະປາ, ສ້າງໂຮງຮຽນ, ໂຮງຫມໍ, ສຸກສາລາ, ລະບົບ ຄົມມະນາຄົມ ແລະ ການສື່ ສານ, ເວົ້າລວມແລ້ວກໍ່ແມ່ນ ສຸມໃສ່ພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ  ໃນເຂດຊົນນະບົດ, ຫ່າງໄກ ສອກຫລີກ, ຊົນເຜົ່າເຊິ່ງໃນ ທົ່ວແຂວງມີຈຳນວນບ້ານທັງ ຫມົດ 500 ກວ່າບ້ານ, ໃນນີ້ມີ ບ້ານທຸກຍາກ 197 ແຫ່ງທຽບ ໃສ່ໄລຍະດຽວຂອງປີຜ່ານມາ ຫລຸດລົງ 63 ບ້ານ, ມີບ້ານພັດ ທະນາ 203 ບ້ານ, ໃນປັດຈຸ ບັນນີ້ກຳລັງສຸມພະລັງງານ ແລະ ທຶນຮອນຢ່າງມະຫາ ສານເຂົ້າໃນການລົບລ້າງ ຄວາມທຸກຍາກ, ແນໃສ່ເພື່ອ ສ້າງບ້ານ ແລະ ກຸ່ມບ້ານພັດ ທະນາຕາມທິດ ແລະ ການຊີ້ ນຳຂອງພັກ-ລັດຖະບານໂດຍ ສະເພາະແມ່ນສຸມໃສ່ການປະ ຕິບັດວຽກງານ 3 ສ້າງເຫັນວ່າ ເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຫຼາຍດ້ານຕາມ ແນວທາງນະໂຍບາຍຂອງພັກ ລັດຖະບານວາງອອກ.

ທີ່ມາ ຫນັງສືພິມກອງທັບປະຊາຊົນລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...