spot_img
Homeຂ່າວພາຍ​ໃນຫຶງ​ໂຫດ! ຜົວ​ໃຊ້​ມີດ​ແທງ​ເມຍ ເສຍ​ຊີ­ວິດ​ຍ້ອນ​ຈະ​ໄປ​ຮຽນ​ພາ­ສາ​ອັງ­ກິດ

ຫຶງ​ໂຫດ! ຜົວ​ໃຊ້​ມີດ​ແທງ​ເມຍ ເສຍ​ຊີ­ວິດ​ຍ້ອນ​ຈະ​ໄປ​ຮຽນ​ພາ­ສາ​ອັງ­ກິດ

Published on

 

ເກີດ​ເລື່ອງ​ໜ້າ​ເສົ້າຜົວ​ໃຊ້​ມີດ​ແທງ​ເມຍ​ຕົນເອງ​ຈົນ​ເສຍ​ຊີ­ວິດ​ຢູ່​ພາຍໃນ​ເຮືອນ​ຫຼັງ​ຜິດ​ຖຽງ​ກັນ, ຜົວ​ຫ້າມ​ບໍ່​ໃຫ້​ເມຍ​ໄປ​ຮຽນບຳ­ລຸງ​ພາ­ສາ​ອັງ­ກິດ ຕອນເຊົ້າ​ວັນ​ທີ 18 ກຸມ­ພາ​ນີ້, ເຈົ້າ​ໜ້າ​ທີ່​ພິ­ສູດ​ຫຼັກ​ຖານ, ສືບ­ສວນ-ສອບ​ສວນ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ລົງ​ກວດ­ກາ​ສະ­ຖານ­ທີ່​ເກີດ​ເຫດ​ຄາຕະ​ກຳ​ຢູ່​ບ້ານ​ດອນ​ໜູນ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ, ພົບ​ເຫັນນາງ ຄຳ​ພຽນ ອາ­ຍຸ 46 ປີ ອາ­ຊີບ​ພະ­ນັກງານ​ຄູ​ໂຮງ­ຮຽນ​ປະ­ຖົມ​ແຫ່ງ​ໜຶ່ງຢູ່​ນະ ຄອນ​ຫຼວງ​ວຽງ​ຈັນ, ນອນ​ຈົມ​ກອງເລືອດ ຫຼັງ​ຖືກ​ທ້າວ ໄກ­ສອນ ອາ­ຍຸ 42 ປີ ອາ­ຊີບ​ກຳ­ມະ­ກອນ (ຜົວ​ຜູ້­ກ່ຽວ), ໃຊ້​ມີດ​ແຕ່ງ­ກິນ​ແທງ​ໃສ່​ຮ່າງ­ກາຍ​ຈຳນວນ 10 ກວ່າ​ບາດ ຈົນ​ເຮັດ​ໃຫ້​ເສຍຊີ­ວິດ​ຄາ​ທີ່, ຫຼັງ​ເກີດ​ເຫດທ້າວ ໄກ­ສອນ ໄດ້​ກິນ​ນ້ຳ​ກົດ​ກ້ອນ​ເຂົ້າ​ໄປ​ເພື່ອ​ຫວັງ​ຂ້າຕົວ​ຕາຍ​ຕາມ ແຕ່​ເຈົ້າ​ໜ້າ­ທີ່​ເຂົ້າ​ຊ່ວຍເຫຼືອ​ໄດ້​ທັນ ແລະ​ນຳ​ສົ່ງ​ໂຮງ­ໝໍ.

ທ້າວ ຄຳ​ມຸ່ນ ອາ­ຍຸ 48 ປີ ຢູ່​ບ້ານດອນ​ໜູນຍາດ​ຜູ້​ເສຍ​ຊີ­ວິດ​ໄດ້​ໃຫ້­ການ​ຕໍ່ເຈົ້າ​ໜ້າ­ທີ່​ວ່າ: ກ່ອນ​ເກີດ​ເຫດ​ເວ­ລາ​ປະມານ 16 ໂມງ​ຂອງ​ວັນ​ທີ 17 ກຸມ­ພາ, ຕົນ​ເອງ​ພ້ອມ​ດ້ວຍ​ຍາດ​ພີ່­ນ້ອງ​ໄດ້​ພາ­ກັນມາ​ສຶກ​ສາ​ອົບ­ຮົມ​ຄອບ­ຄົວ​ຂອງ​ຜູ້­ກ່ຽວ, ຍ້ອນ​ຜິດ​ຖຽງ​ກັນ​ຢ່າງ​ຮຸນ​ແຮງ, ສາ­ເຫດຂອງ​ເລື່ອງ​ແມ່ນ​ຍ້ອນ​ຜູ້​ເສຍ​ຊີ­ວິດ​ຈະ​ໄປຝຶກ​ອົບ­ຮົມ​ບຳ­ລຸງ​ພາ­ສາ​ອັງ­ກິດ​ຢູ່​ໂຮງຮຽນ​ທ່າ​ງ່ອນ ເປັນ​ເວ­ລາ 3 ວັນ, ແຕ່​ຜູ້ເປັນ​ຜົວ​ບໍ່​ຢາກ​ໃຫ້​ໄປ, ຮອດ​ເວ­ລາ 21 ໂມງ​ຍາດ​ພີ່­ນ້ອງ​ຈິ່ງ​ພາ­ກັນ​ກັບ​ໝົດ​ຈິ່ງເກີດ​ເລື່ອງ​ໜ້າ​ເສົ້າ​ດັ່ງ­ກ່າວ​ຂຶ້ນ.

ທີ່ມາ: ນສພ ເສດຖະິກດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...