ນັບວ່າເປັນຂ່າວດີສຳລັບພໍ່ແມ່ປະຊາຊົນຊາວຄ້າຂາຍໃນຂອບເຂດທົ່ວປະເທດທີ່ໃຊ້ຍານພາຫະນະຕ່າງໆ ຂະນະນີ້ ລັດໄດ້ສືບຕໍ່ປັບລາຄານ້ຳມັນເຊື້ອໄຟລົງເລື້ອຍໆເພື່ອໃຫ້ເຂົ້າກັບສະພາບຂອງຕະຫຼາດໂລກ
ຂະນະທີ່ຄັ້ງນີ້ ເປັນຄັ້ງທີ 3 ແລ້ວສຳລັບປີ 2016.
ຈາກສະພາບລາຄາຊື້-ຂາຍນ້ຳມັນເຊື້ອໄຟຢູ່ຕະຫຼາດໂລກໃນປະຈຸບັນ ໄດ້ມີການປ່ຽນແປງ ແລະເພື່ອໃຫ້ສອດ ຄ່ອງກັບກົນໄກຕະຫຼາດກະຊວງອຸດສາຫະກຳ ແລະການຄ້າ ໄດ້ອອກແຈ້ງການ ສະບັບເລກທີ 0315/ອຄ.ຄພນ ລົງວັນ ທີ 17 ກຸມພາ 2016 ເລື່ອງການປັບລົງລາຄານ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດ ຊຶ່ງເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ ເວລາ 6:00 ໂມງຂອງວັນທີ 19 ກຸມພາເປັນຕົ້ນໄປ.
ໂດຍນະຄອນຫຼວງວຽງຈັນນ້ຳມັນ ແອັດຊັງພິເສດມາຢູ່ທີ່ 7.790 ກີບຕໍ່ລິດ, ແອັດຊັງທຳມະດາຈາກ 7.970 ກີບຕໍ່ລິດ ປັບມາເປັນ 6.800 ກີບຕໍ່ລິດ, ການຊວນ 5.600 ກີບ ມາເປັນ 5.440 ກີບຕໍ່ລິດ, ຄຳມ່ວນ ແອັດຊັງພິເສດ 8 ພັນກີບມາຢູ່ທີ່ 7.820 ກີບຕໍ່ລິດ, ທຳມະດາ 6.830 ກີບຕໍ່ລິດ, ກາຊວນ 5.470 ກີບ ຕໍ່ລິດ ສ່ວນແຂວງສະຫວັນນະເຂດແມ່ນລາຄາດຽວກັນກັບແຂວງຄຳມ່ວນ.
ສຳລັບທາງແຂວງຈຳປາສັກແອັດ ຊັງພິເສດຈາກ 8.030 ກີບ ປັບມາເປັນ 7.850 ກີບຕໍ່ລິດ, ທຳມະດາ 7.030 ກີບ ມາເປັນ 6.860 ກີບຕໍ່ລິດ, ກາຊວນ 5.660 ກີບ ມາເປັນ 5.500 ກີບຕໍ່ລິດ, ທາງດ້ານແຂວງບໍ່ແກ້ວແອັດຊັງພິເສດ 8.070 ກີບ ມາເປັນ 7.890 ກີບຕໍ່ລິດ, ທຳມະດາ 7.070 ກີບມາ 6.900 ກີບຕໍ່ລິດ, ກາຊວນຢູ່ທີ່ 5.540 ກີບຕໍ່ລິດ, ສ່ວນແຂວງຊຽງຂວາງແອັດຊັງທຳມະ ດາຢູ່ທີ່ 6.990 ກີບຕໍ່ລິດ ແລະກາຊວນຢູ່ທີ່ 5.630 ກີບຕໍ່ລິດ.
ທີ່ມາ: ນສພ ເສດຖະິກດ-ສັງຄົມ