Homeຂ່າວພາຍ​ໃນສະຫາຍເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ເຄື່ອນໄຫວຢ້ຽມຢາມແຂວງວຽງຈັນ!

ສະຫາຍເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ເຄື່ອນໄຫວຢ້ຽມຢາມແຂວງວຽງຈັນ!

Published on

ຂປລ. ​ໃນວັນທີ 17 ກຸມພານີ້, ສະຫາຍ ບຸນ​ຍັງ ​ວໍລະ​ຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ​ລາວ ໄດ້​ລົງ​​ເຄື່ອນ​ໄຫວຢ້ຽມ​ຢາມ ​ແລະ ​ພົບ​ປະ​ຄະນະ​ພັກ ​ແລະ​ ອຳນາດ​ການ​ປົກຄອງ​ແຂວງວຽງຈັນ, ໂດຍ​​ໃຫ້​ກຽດ​ຕ້ອນຮັບ ​ຈາກສະຫາຍ ​ວິ​​ດົງ​ ໄຊ​ຍະ​ສອນ​ ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງໆ​ວຽງ​ຈັນ​ພ້ອມ​ດ້ວຍ​ຄະ​ນະ.

ສະຫາຍ ​ວິ​ດົງ ​ໄຊ​ຍະ​ສອນ, ໄດ້​ລາຍ​ງານ​ສະພາບ​ການ​ພັດທະນາ​ເສດຖະກິດ–ສັງຄົມ​ 1 ຜ່ານ​ມາ​ໂດຍ​ຫຍໍ້​ວ່າ: ​​ເສດຖະກິດ​ພາຍ​ໃນ​ແຂວງ​ຂອງ​ຕົນ ​ສືບ​ຕໍ່​​ໄດ້​ຮັບ​ການ​ຂະ​ຫຍາ​ຍຕົວ​​ຢ່າງ​ຕໍ່​ເນື່ອງ ​ໃນ​ນັ້ນລວມຍອດ​ຜະລິ​ດຕະ​ພັນ​ພາຍ​ໃນ​ GDP ບັນລຸ​ເຖິງ 5.318 ຕື້ກວ່າ​ກີບ ຫລື ປະມານ 8,02% ຕໍ່​ປີ; ລາຍ​ຮັບ​ສະ​ເລ່ຍຕໍ່ຫົວຄົນ​ໄດ້ 12.008.000 ກີບ​ຕໍ່​ຄົນ​, ໂຄງ​ປະກອບ​ເສດຖະກິດ ​ມີ​ການ​ປ່ຽນ​ແປງ​ໄປ​ຕາມ​ທິດ​ການ​ຜະລິດ​ກະສິກຳ​ຕິດ​ພັນ​ກັບ​ອຸດສາຫະກຳ​ ແລະ ​ການ​ບໍລິການ​ເທື່ອ​ລະ​ກ້າວ​. ດ້ານ​ງົບປະມານ​ການ​ເກັບ​ລາຍ​ຮັບ​ໄດ້ 207 ຕື້​ກວ່າ​ກີບ, ລາຍ​ຈ່າຍ​ປະຕິບັດ​ໄດ້ 571 ຕື້​ກວ່າ​ກີບ, ການ​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ 1 ​ເມືອງ 1 ຜະລິ​ດຕະພັນ​ ຫລື ODOP ມີ​ເຖິງ 10 ຜະລິດ​ຕະພັນ ​ເປັນ​ອັນ​ດັບທີ 3 ຂອງ​ບັນດາ​ແຂວງ​ໃນ​ທົ່ວ​ປະ​ເທດ, ການ​ກໍ່ສ້າງ​ພື້ນຖານ​ໂຄ່ງ​ລ່າງ​ເດັ່ນ ​ແມ່ນ​ການ​ກໍ່ສ້າງ​ເທສະບານ​ແຂ​ວງ, ຂົວ​ຂ້າມ​ນ້ຳ​ງື່ມ ​ແລະ​ ເສັ້ນທາງ​ສາຍ​ຍຸດ​ທະ​ສາດ​ຈຳນວນ​ໜຶ່ງ; ປັດຈຸບັນ ​ທົ່ວ​ແຂວງສ້າງ​ບ້ານ​ພັດທະນາ​ໄດ້ 190 ບ້ານ​ເທົ່າ​ກັບ 43,77% ຂອງ​ບ້ານ​ທົ່ວ​ແຂວງ,​​ ອັດ​ຕາ​ເຂົ້າ​ຮຽນ​ສຸດທິ​ບັນລຸ 99,34% , ອັດຕາ​ນຳ​ໃຊ້​ນໍ້າສະອາດ ​83.5% ​ແລະ ມີ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ 190 ຕື້​ກວ່າ​ກີບ.

DSC_0997 b .nhang 2

ໃນ​ໂອກາດ​ດັ່ງກ່າວ, ​ສະຫາຍ ​ບຸນ​ຍັງ ​ວໍລະ​ຈິດ, ໄດ້​​ໂອ້​ລົມ ​ແລະ​ ເນັ້ນ​ໜັກ​ໃຫ້​ຄະນະ​ພັກ, ​ອຳນາດ​ການ​ປົກຄອງ​ແຂວງວຽງຈັນ ​ແລະ ພະນັກງານ​ຫລັກ​ແຫ​ລ່ງ​ ໃຫ້​ເອົາ​ໃຈ​ໃສ່​ໃນ​ຫລາຍ​ບັນຫາ​ເປັນ​ຕົ້ນ​ການ​ແກ້​ໄຂ​ໜີ້​ສີນ​ການ​ລົງທຶນ, ການຄຸ້ມຄອງ ການລົງທຶນ, ການ​ເກັບ​ລາຍ​ຮັບ​ໃຫ້​ສົມ​ຄູ່​ກັບ​ທ່າ​ແຮງຂອງ​ແຂວງ, ຍູ້​ແຮງ​ການ​ຜະລິດ​ເປັນ​ສິນຄ້າ​​ໃຫ້​ຫລາຍໂດຍ​ຕິດ​ພັນ​ກັບ​ຕະຫລາດ​ຈຳ​ໜ່າຍ, ຍົກ​ສູງ​ຄຸນ​ນະພາ​ບ ຂອງ​ການ​ສຶກສາ, ສາທາລະນະ​ສຸກ ​ທັງ​ຂະຫຍາຍ​ຕາ​ໜ່າງດັ່ງກ່າວ​ລົງ​ສູ່​ເຂດ​ຊົນນະບົດ, ຂະຫຍາຍ​ສູນ​ຝຶກ​ວິຊາ​ຊີບ​, ຄູ​ຝຶກ​ວິຊາ​ຊີບ​ເພື່ອ​ສະໜອງ​ສີມື​ແຮງ​ງານ​​ໃຫ້ມີ​ຄຸນ​ນະພາ​ບ​ໃນ​ຍຸກ​ເຊື່ອມ​ໂຍງ AEC,​ ເອົາ​ໃຈ​ໃສ່​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​, ສ້າງ​ພື້ນຖານ​ປະຖົມ​ປັດ​​ໄຈ​ທີ່​​ດີ ​ເພື່ອ​ກຽມ​ຄວາມ​ພ້ອມ​ເຂົ້າ​ສູ່​ບັ້ນ​ເລືອກ​ຕັ້ງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ VIII ​ແລະ​ ສະມາຊິກ​ສະພາ​ຂັ້ນ​ແຂວງ​​​ໃຫ້​ຮັບປະກັນ, ສ້າງ​ສະຕິຊາດ​, ສະຕິ​ເປັນ​ເຈົ້າ​ໃຫ້​ແກ່​ປະຊາຊົນ​​ ໂດຍ​ເຊີດ​ຊູ​ນ້ຳ​ໃຈ​ຮັກ​ຊາດ​ຮັກບ້ານເກີດເມືອງນອນແກ່ປະຊາຊົນບັນດາເຜົ່າ ແລະ​ ອື່ນໆ​ ເພື່ອ​ນຳພາ​ແຂວງ​ວຽງ​ຈັນ ​ກ້າວ​ຂຶ້ນ​ສູ່​ຄວາມ​ຮຸ່ງ​ເຮືອງ​ສີວິ​ໄລ​ຂຶ້ນ​​ເປັນ​ກ້າວໆ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...