spot_img
Homeຂ່າວເຫດການປະທານສູນກາງແນວລາວຯເຜີຍ ກອງປະຊຸມໃຫຍ່ຯຄັ້ງທີ X ຈະໄຂຂຶ້ນ ຫລັງການເລືອກຕັ້ງສະມາຊິກສະພາ!

ປະທານສູນກາງແນວລາວຯເຜີຍ ກອງປະຊຸມໃຫຍ່ຯຄັ້ງທີ X ຈະໄຂຂຶ້ນ ຫລັງການເລືອກຕັ້ງສະມາຊິກສະພາ!

Published on

ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ໂດຍມີທ່ານ ສຈ. ດຣ. ພັນດວງຈິດ ວົງສາ ປະທານສູນກາງແນວລາວສ້າງຊາດ ແລະ ຜູ້ແທນຈາກບັນດາແຂວງ ໃນທົ່ວປະເທດເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ໄດ້ປຶກສາຫາລື ແລະ ຄົ້ນຄວ້າປະກອບຄຳຄິດຄຳເຫັນ ໃສ່ເນື້ອໃນເອກະສານສຳຄັນຕ່າງໆ ຄືຮ່າງບົດລາຍງານການເມືອງ, ກົດລະບຽບຂອງແນວລາວສ້າງຊາດສະບັບປັບປຸງ ແລະ ບຸກຄະລາກອນ ຜູ້ຈະເປັນກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ X ແລະ ວຽກງານອື່ນໆທີ່ກ່ຽວຂ້ອງອື່ນໆອີກ ເຊິ່ງຜູ້ແທນກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າຕື່ມ ເນື້ອໃນທີ່ຍັງບໍ່ຄົບຖ້ວນ ແລະ ຕັດເນື້ອໃນບາງຕອນ ທີ່ເຫັນວ່າບໍ່ເໜາະສົມ ເພື່ອເຮັດໃຫ້ຮ່າງລາຍງານ, ກົດລະບຽບ ແລະ ບຸກຄະລາກອນ ໄດ້ມີຂໍ້ມູນທີ່ຄົບຖ້ວນສົມບູນ ເພື່ອກຽມໃຫ້ແກ່ກອງປະຊຸມດັ່ງ ກ່າວດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.

ກອງຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງສູນກາງແນວລາວສ້າງຊາດ ຄາດວ່າຈະໄຂຂຶ້ນຢ່າງເປັນທາງການ ພາຍຫລັງການເລືອກຕັ້ງ ສະມາຊິກສະພາແຫ່ງຊາດສຳເລັດ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...