Homeຂ່າວພາຍ​ໃນພົນຕີ ທອງລອຍ ສິລິວົງ ເຂົ້າຮັບໜ້າທີ່ ເລຂາພັກແຂວງ-ເຈົ້າແຂວງໄຊສົມບູນ ຜູ້ໃໝ່!

ພົນຕີ ທອງລອຍ ສິລິວົງ ເຂົ້າຮັບໜ້າທີ່ ເລຂາພັກແຂວງ-ເຈົ້າແຂວງໄຊສົມບູນ ຜູ້ໃໝ່!

Published on

ພິທີມອບ-ຮັບໜ້າທີ່ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ ສະໂມສອນເມືອງອະນຸວົງ ໃນວັນທີ 16 ກຸມພານີ້ ໂດຍການເປັນປະທານຂອງ ທ່ານ ດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ມີບັນດາການນຳຂັ້ນແຂວງ ແລະ ເມືອງ, ພະນັກ ງານອາວຸໂສບຳນານເຂົ້າຮ່ວມ.

ໃນພິທີ ທ່ານ ສົມນຶກ ສາຍນາທີ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງໄຊສົມບູນ ໄດ້ ຂຶ້ນຜ່ານບົດບັນທຶກມອບ-ຮັບໜ້າທີ່ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນຜູ້ເກົ່າ ແລະ ຜູ້ໃໝ່ລະຫວ່າງ ທ່ານ ດຣ. ສົມບັດ ເຢຍລີເຮີ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນຜູ້ເກົ່າໃຫ້ ທ່ານ ພົນຕີ ທອງລອຍ ສິລິວົງ ກຳມະການສູນກາງພັກ ເປັນເລຂາພັກແຂວງ ເຈົ້າແຂວງໄຊສົມບູນຜູ້ໃໝ່.

ແຂວງໄຊສົມບູນ ມີເນື້ອທີ່ທັງໝົດ 8.300 ກິໂລຕາແມັດ, ປະກອບມີ 5 ເມືອງຄື: ເມືອງອະນຸວົງ, ທ່າໂທມ, ລ້ອງ ຊານ, ເມືອງຮົ່ມ ແລະ ລ້ອງແຈ້ງ, ມີ 96 ບ້ານ, ມີພົນລະເມືອງທັງໝົດ 85.200 ຄົນ, ມີ 16 ພະແນກການ, 2 ກົມກອງ, 16 ອົງການທຽບເທົ່າ.

ທົ່ວແຂວງມີພະນັກງານ-ລັດຖະກອນທັງໝົດ 2.638 ຄົນ, ຍິງ 718 ຄົນ, ໃນນັ້ນປະລິນຍາເອກມີ 4 ຄົນ, ປະລິນຍາ ໂທ 32 ຄົນ, ປະລິນຍາຕີ 843 ຄົນ, ຊັ້ນກາງ 714 ຄົນ, ຍິງ 50 ຄົນ, ຊັ້ນຕົ້ນ 183 ຄົນ, ຍິງ 10 ຄົນ ໄດ້ຮັບອະນຸມັດການລົງທຶນທັງໝົດ 182 ໂຄງການ, ລວມ ມູນຄ່າ 2.706,06 ຕື້ກີບ.

 

ແຫລ່ງຂ່າວ:

ປຊຊ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...