spot_img
HomeມູມໄອທີລາວLG ເປີດໂຕສະມາດໂຟນ K8 ຢ່າງເປັນທາງການແລ້ວ!!

LG ເປີດໂຕສະມາດໂຟນ K8 ຢ່າງເປັນທາງການແລ້ວ!!

Published on

image

ມື້ນີ້ເອງທາງບໍລິສັດ LG ໄດ້ມີການເປີດໂຕສະມາດໂຟນ LG K8 ຢ່າງເປັນທາງການແລ້ວ, ຫຼັງຈາກຂ່າວກ່ອນໜ້ານີ້ທີ່ LG ປະກາດສະມາດໂຟນ LG Stylus 2 ທີ່ມາພ້ອມກັບລະບົົບ Android Marshmallow ໄປແລ້ວ. ເຊິ່ງ LG K8 (K350N) ຖືວ່າເປັນອີກລຸ້ນໜຶ່ງທີ່ເຂົ້າມາຮ່ວມໃນຕະຫຼາດລະດັບລຸ່ມ ຫຼັງຈາກທີ່ກ່ອນໜ້ານີ້ເອງເປັນ K4, K7 ແລະ K10 ທີ່ເຜີຍໂຕໄປແລ້ວກ່ອນໜ້ານີ້ໃນງານ CES 2016.

ສຳລັບສະເປັກຂອງ LG K8 ມີດັ່ງນີ້:

– ໜ້າຈໍຂະໜາດ 5ນິ້ວ ຈໍ IPS, ຄວາມລະອຽດ HD (720p)

– ໃຊ້ງານຊິບປະມວນຜົນ MediaTek MT6735 quad-core 64-bit

– RAM 1.5GB

– ພື້ນທີ່ຈັດເກັບ 8GB ແລະສາມາດເພີ່ມ microSD ໄດ້ (ສູງສຸດ 32GB)

– ກ້ອງຫຼັງຄວາມລະອຽດ 8 ລ້ານພິກເຊວ ພ້ອມກັບແຟລັດ LED

– ກ້ອງໜ້າຄວາມລະອຽດ 5 ລ້ານພິກເຊວ

– ແບັດເຕີຣີ Li-Ion 2,125 mAh

– ໂຕເຄື່ອງໜັກ 156 ກຣາມ ແລະບາງ 8.7 ມມ

– ຮອງຮັັບສັນຍານ LTE

– ໃຊ້ງານລະບົບປະຕິບັດການ Android 6.0 Marshmallow ຄອບດ້ວຍ LG UI

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...