spot_img
Homeຂ່າວຕ່າງປະເທດຣັດເຊຍພົບຜູ້ຕິດເຊື້ອໄວຣັສຊິກ້າ ຄົນທຳອິດຂອງປະເທດ ສ່ວນຈີນຖະແຫລງພົບລາຍທີສອງ!

ຣັດເຊຍພົບຜູ້ຕິດເຊື້ອໄວຣັສຊິກ້າ ຄົນທຳອິດຂອງປະເທດ ສ່ວນຈີນຖະແຫລງພົບລາຍທີສອງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ກຸມພານີ້ວ່າ ສຳນັກງານຄວາມປອດໄພຂອງຜູ້ບໍລິໂພກຣັດເຊຍ ໄດ້ອອກມາຖະແຫລງລະບຸ ໄດ້ກວດພົບຜູ້ຕິດເຊື້ອໄວຣັສຊິກ້າ ຄົນທຳອິດຂອງປະເທດ ໂດຍເປັນຜູ້ຍິງທີ່ຕິດເຊື້ອ ພາຍຫລັງທີ່ເດີນທາງກັບ ຈາກການໄປທ່ອງທ່ຽວຢູ່ສາທາລະນະລັດໂດມິນິກັນ, ແນວໃດກໍຕາມ ອາການຂອງຜູ້ຕິດເຊື້ອລາຍນີ້ ແມ່ນຢູ່ໃນສະພາວະທີ່ບໍ່ທັນຮຸນແຮງ ແລະ ຜົນການກວດບັນດາບຸກຄົນ ພາຍໃນຄອບຄົວຂອງຜູ້ກ່ຽວ ກໍບໍ່ພົບມີໃຜຕິດເຊື້ອດັ່ງກ່າວແຕ່ຢ່າງໃດ.

ດ້ານທາງການຈີນ ຫລັງຈາກທີ່ໄດ້ອອກມາຢືນຢັນວ່າ ມີຜູ້ຕິດເຊື້ອໄວຣັສຊິກ້າ ຄົນທຳອິດໃນປະເທດ ເມື່ອວັນທີ 9 ກຸມພາ 2016 ຜ່ານມາ ກໍໄດ້ອອກມາລະບຸວ່າ ພົບຜູ້ຕິດເຊື້ອອີກແລ້ວເປັນລາຍທີ 2 ຊຶ່ງເປັນການຕິດເຊື້ອ ພາຍຫລັງເດີນທາງກັບຄືນຈາກຕ່າງປະເທດເຊັ່ນດຽວກັນ.

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...