HomeມູມໄອທີລາວMicrosoft ເປີດໂຕ Lumia 650 ຢ່າງເປັນທາງການແລ້ວ!!

Microsoft ເປີດໂຕ Lumia 650 ຢ່າງເປັນທາງການແລ້ວ!!

Published on

image

ຈາກຂ່າວຫຼຸດກ່ອນໜ້ານີ້ກ່ຽວກັບ ພາບເຣນເດີ້ໃໝ່ຂອງ Lumia 650 ດ້ວຍຮູບຊົງທີ່ສວຍງາມ ແລະມີການຄາດການວ່າຈະມີການເປີດໂຕສະມາດໂຟນລຸ້ນດັ່ງກ່າວໃນຊ່ວງກາງເດືອນນີ້ ແລະມື້ນີ້ເອງ Microsoft ກໍໄດ້ເປິດໂຕ Lumia 650 ສະມາດໂຟນ Windows 10 Mobile ຢ່າງເປັນທາງການແລ້ວ!!

ຈຸດເດັ່ນກ່ຽວກັບສະມາດໂຟນ Lumia 650 ກໍຄືໃນດ້ານຂອງການອອກແບບ. ໂຕເຄື່ອງຖືກອອກແບບມາດ້ວຍຮູບຊົງທີ່ສວຍງາມ, ບາງແລະເບົາ ດ້ວຍຄວາມໜາ 6.9 ມມ ແລະ ນ້ຳໜັກພຽງແຕ່ 122 ກຣາມ ອີກທັງຍັງລວມໄປເຖິງຂອບທີ່ເປັນອະລູມິນ້ຽມເຮັດໃຫ້ມີຄວາມຮູ້ສຶກຄ້າຍໆກັບສະມາດໂຟນລະດັບພຣີມ້ຽມກໍເວົ້າໄດ້. ເຮົາມາສະຫຼຸບສະເປັກທັງໝົດຂອງສະມາດໂຟນລຸ້ນດັ່ງກ່າວນຳກັນເລີຍ

image

ສະຫຼຸບສະເປັກຢ່າງເປັນທາງການຂອງ Lumia 650 ມີດັ່ງນີ້:

– ໜ້າຈໍຂະໜາດ 5 ນິ້ວ ຄວາມລະອຽດ HD (1280 x 720 ພິກເຊວ, 297ppi, AMOLED, ClearBlack, Gorilla Glass 3)

– ກ້ອງຫຼັງຄວາມລະອຽດ 8 ລ້ານພິກເຊວ (ຮູຮັບແສງ f/2.2), ກ້ອງໜ້າຄວາມລະອຽດ 5 ລ້ານພິກເຊວ (ຮູຮັບແສງ f/2.2)

– ໃຊ້ຊິບປະມວນຜົນ Qualcomm Snapdragon 212 (Quad core, ຄວາມໄວທີ່ 1.3 GHz)

– ພື້ນທີ່ຈັດເກັບ 16GB (ສາມາດເພີ່ມ microSD ໄດ້)

– RAM 1GB

– ແບັດເເຕີຣີ 2000 mAh

– Bluetooth 4.1

– ຮອງຮັບ GSM, WCDMA, LTE

– ຮອງຮັບໜ້າຈໍແບບ Glance screens

– ເປີດໂຕມາດ້ວຍ 2 ສີຄື: ສີຂາວ ແລະ ສີດຳ ດ້ວຍລາຄາ $200 (1.625.000 ກີບ)

ທີ່ມາ:1,2

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...