spot_img
Homeຂ່າວພາຍ​ໃນທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມຊາວຄ້າຂາຍຕະຫລາດຫນອງຈັນ

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມຊາວຄ້າຂາຍຕະຫລາດຫນອງຈັນ

Published on

1-11-2

(ຂປລ) ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີພ້ອມດ້ວຍຄະນະລັດຖະບານ ຊຶ່ງປະກອບມີທ່ານລັດຖະມົນຕີປະຈຳຫ້ອງ ວ່າການລັດຖະບານ, ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນກ່ຽວ ຂ້ອງໄດ້ ພົບປະໂອ້ລົມກັບພໍ່ຄ້າຊາວ ຂາຍຕະຫຼາດໜອງຈັນໃນວັນ ທີ 3 ເມສານີ້ ເພື່ອປຶກສາຫາ ລືກ່ຽວກັບການຄຸ້ມຄອງລາຄາ ສິນຄ້າ ໃນໄລຍະບຸນປີໃໝ່ ລາວກໍຄືໃນງານສຳຄັນຕ່າງໆ ແລະ ແຜນການປ້ອງກັນແລະ ກຽມພ້ອມຮັບມືກັບບັນຫາອັກ ຄີໄພທີ່ອາດຈະເກີດຂຶ້ນ.
ທ່ານນາຍົກລັດຖະມົນຕີ ໄດ້ນຳເອົາຄວາມຢື້ຢາມຖາມ ຂ່າວ, ຄວາມເປັນຫ່ວງເປັນໄຍ ຂອງພັກ-ລັດຖະບານ ມາຍັງ ພໍ່ຄ້າຊາວຂາຍ ຊຶ່ງຍາມໃດພັກ -ລັດຖະບານ ກໍໄດ້ຕີລາຄາສູງ ຕໍ່ຊາວຄ້າຂາຍ ທີ່ໄດ້ປະກອບ ສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ, ເປັນປັດ ໄຈໜຶ່ງທີ່ເຮັດໃຫ້ສັງຄົມມີການພັດທະນາ. ​ໃນ​ການໂອ້ລົມທ່ານ​ນາຍົກລັດ​ຖະມົນຕີໄດ້ຮຽກຮ້ອງມາຍັງພໍ່ຄ້າຊາວຂາຍ ຈົ່ງພ້ອມໃຈກັນຮັກສາ ລາຄາສິນຄ້າຄົງທີ່, ບໍ່ໃຫ້ຖີບຕົວສູງຂຶ້ນ ໂດຍສະເພາະໃນໄລຍະບຸນປີໃໝ່ລາວກໍຄືງານເທດສະການສຳຄັນຕ່າງໆ, ຖ້າຈະ ຂຶ້ນລາຄາສິນ ຄ້າປະເພດໃດ ກໍໃຫ້ຂຶ້ນຢ່າງສົມເຫດສົມຜົນ ບໍ່ໃຫ້ຂຶ້ນລາຄາສູງເກີນກວ່າລາຄາປົກກະຕິເກີນໄປເພາະ ໃນໄລຍະຜ່ານມາສັງເກດເຫັນ ໄດ້ວ່າລາຄາສິນຄ້າຢູ່ປະເທດ ເຮົາສູງຂຶ້ນ ແລ້ວບໍ່ລົງ ຊຶ່ງມັນ ໄດ້ສົ່ງຜົນກະທົບຕໍ່ຊີວິດການ ເປັນຢູ່ຂອງ ປະຊາຊົນກໍຄືພໍ່ຄ້າ ຊາວຂາຍ, ພະນັກງານ, ທະຫານ, ຕຳຫຼວດ ຊຶ່ງທ່ານໄດ້ຮຽກຮ້ອງມາຍັງອຳນາດການ ປົກຄອງນະຄອນຫຼວງວຽງຈັນ, ພະແນກອຸດສາຫະກຳ-ການ ຄ້າພ້ອມດ້ວຍອຳນາດການປົກຄອງເມືອງສີສັດຕະນາກຈົ່ງເປັນເຈົ້າການໃນການຕິດຕາມກວດກາຄຸ້ມຄອງລາຄາສິນຄ້າຢ່າງເປັນປົກ ກະຕິ.
ໃນໂອກາດນີ້, ທ່ານຍັງໄດ້ ຮຽກຮ້ອງມາຍັງພໍ່ຄ້າຊາວຂາຍ ຈົ່ງມີສະຕິໃນການນຳໃຊ້ໄຟ ຟ້າ, ຈັດວາງສິນຄ້າຢ່າງເປັນ ລະບຽບຮຽບຮ້ອຍ ຖ້າຫາກກໍ ລະນີເກີດມີອັກຄີໄພ ມັນຈະສະດວກໃນການຄວບຄຸມ ແລະ ເກັບມ້ຽນ, ເປັນເຈົ້າການ ຕິດຕາມກວດກາລະບົບໄຟຟ້າ ພາຍໃນຮ້ານຂອງຕົນ, ບ່ອນໃດມີລັກສະນະສັບສົນກໍຕ້ອງໄດ້ປັບປຸງແກ້ໄຂ, ຊາວຄ້າຂາຍກໍຕ້ອງຮ່ວມແຮງຮ່ວມໃຈກັນ ເພື່ອສະກັດກັ້ນ ບໍ່ໃຫ້ເກີດບັນຫາອັກຄີໄພ.
ຕະຫຼາດໜອງຈັນຕັ້ງຢູ່ບ້ານໜອງຈັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນມີເນື້ອທີ່ທັງໝົດ 27.000 ຕາແມັດ, ປະຈຸບັນ ມີຮ້ານຂາຍເຄື່ອງທັງໝົດ 650 ຮ້ານ, ໃນນີ້ ຮ້ານຂາຍເສື້ອຜ້າ, ເຄື່ອງ ໄຟຟ້າຕ່າງໆ 400 ຮ້ານ ແລະ 250 ຮ້ານແມ່ນເຄື່ອງກະສິກຳ, ມີລະບົບປ້ອງກັນອັກຄີໄພໃນລະດັບດີ, ທົ່ວຕະຫຼາດມີບັ້ງມອດໄຟທັງໝົດ 90 ບັ້ງ, ມີຖັງນ້ຳດັບເພີງ 5 ຖັງ, ມີຈັກປັ່ນນ້ຳ 2 ເຄື່ອງ, ຖ້າມີເຫດການສຸກເສີນເກີດຂຶ້ນສາມາດຊ່ວຍເຫຼືອໄດ້ 30 ນາທີ.

 

ທີ່ມາ http://www.pasaxon.org.la/Index/4-4-14/Content1.html

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...