spot_img
Homeຂ່າວຕ່າງປະເທດບຣາຊິນ ຮ່ວມ​ມື​ສະຫະລັດ ​ເລັ່ງຄິດຄົ້ນ​ວັກ​ແຊງ​ປ້ອງ​ກັນ ​ໄວ​ຣັສຊິ​ກາ

ບຣາຊິນ ຮ່ວມ​ມື​ສະຫະລັດ ​ເລັ່ງຄິດຄົ້ນ​ວັກ​ແຊງ​ປ້ອງ​ກັນ ​ໄວ​ຣັສຊິ​ກາ

Published on

ລັດຖະບານ​ບຣາຊິ​ນ ​ເຊັນ​ສັນຍາ​ຮ່ວມ​ມື​ກັບ​ໂຮງ​ໝໍ​ເທັກ​ຊັດ​ໃນ​ສະຫະລັດ​ອາ​ເມ​ລິ​ກາ ​ເພື່ອ​ທຳ​ການ​ວິ​ໄຈ​ຄິດ​ຄົ້ນ​ວັກ​ແຊງ​ປ້ອງ​ກັນ​ເຊື້ອ​​ໄວຣັສຊິ​ກາ​ທີ່​ກຳລັງ​ແພ່​ລະບາດຢ່າງ​ໜັກ​ໃນ​ 30 ປະ​ເທດ​ທົ່ວ​ໂລກ ​ໂດຍ​ເປັນ​ການ​ລົງທຶນ​ຮ່ວມ​ກັນ​ຂອງ​ລັດຖະບານ​ທັງ​ສອງ​ປະ​ເທດດ້ວຍ​ທຶນ​ກວ່າ 1.900.000 ​ໂດ​ລາ​ສະຫະລັດ ​ແລະ​ຄາດ​ວ່າ​ຈະທົດ​ສອບ​ຜົນ​ໃຫ້​ໄດ້​ພາຍ​​ໃນ 10 ​ເດືອນ.

ນອກຈາກ​ນີ້ ບຣາ​ຊິ​ນກຽມ​ສົ່ງ​ເຈົ້າ​ໜ້າ​ທີ່​ອີກ​ປະມານ 220.000 ລາຍ ລົງ​ພື້ນ​ທີ່​ເພື່ອ​ກຳຈັດ​ຍຸງ​ລາຍ ຊຶ່ງ​ເປັນ​ພາຫະ​ຂອງ​ໂລ​ກ​ໄວຣັສຊິ​ກາ ​ແລະ​ດຳ​ເນີນ​ການ​ຕໍ່ສູ້​ກັບ​ໂລກ​ດັ່ງກ່າວ​ແບບ​ເຖິງ​ທີ່​ສຸດ.

ທັງ​ນີ້ ​ເຊື້ອ​ໄວຣັສຊິ​ກາ​ສົ່ງ​ຜົນ​ຮ້າຍ​ແຮງ​ຕໍ່​​ເດັກນ້ອຍ​ໃນ​ຄັນ ​ແລະ​ເດັກນ້ອຍ​ເກີດ​ໃໝ່ ​ເຮັດ​ໃຫ້​ສະ​ໝອງ​ມີ​ການ​ພັດທະນາ​ຕໍ່າ​ແລະ​ຫົວ​ນ້ອຍ​ຜິດ​ປົກກະຕິ ​ໂດຍ​ເສັ້ນ​ອ້ອມ​ວົງ​ຫົວ​ເດັກ​ຈະ​ບໍ່​ເກີນ 31,5-32 ຊັງ​ຕີ​ແມັດ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...