spot_img
Homeຂ່າວຕ່າງປະເທດອະດີດນາຍົກຯ ຍິ່ງລັກ ຊິນນະວັດ ຂອງໄທລະບຸ ພັກເພື່ອໄທ ຍັງໄດ້ຮັບຄວາມນິຍົມ ຈາກປະຊາຊົນ!

ອະດີດນາຍົກຯ ຍິ່ງລັກ ຊິນນະວັດ ຂອງໄທລະບຸ ພັກເພື່ອໄທ ຍັງໄດ້ຮັບຄວາມນິຍົມ ຈາກປະຊາຊົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ກຸມພາຜ່ານມານີ້ວ່າ ເຖິງແມ່ນພັກເພື່ອໄທ ຈະຖືກກີດກັ້ນຈາກກິດຈະກຳທາງການເມືອງ ພາຍໃຕ້ການປົກຄອງຂອງທະຫານ ທີ່ເຂົ້າຍຶດອຳນາດເມື່ອພຶດສະພາປີ 2014 ຜ່ານມາ ຈົນເຖິງປັດຈຸບັນ ແຕ່ອິດທິພົນຂອງຕະກູນຊິນນະວັດ ຍັງຄົງຈະໄດ້ຮັບຄວາມນິຍົມຊົມຊອບ ຈາກປະຊາຊົນໃນວົງການການເມືອງໄທໃນອານາຄົດ.

ດ້ານ ນາງ ຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທ ອາຍຸ 48 ປີ ໄດ້ໃຫ້ສຳພາດກັບສຳນັກຂ່າວຕ່າງປະເທດ ໃນວັນທີ 10 ກຸມພາຜ່ານມາວ່າ ພັກເພື່ອໄທ ຍັງຄົງຈະໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ ໂດຍການໃຫ້ຄວາມເຫັນດັ່ງກ່າວ ມີຂຶ້ນພາຍຫລັງທີ່ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງໄທ ຊຶ່ງເປັນອ້າຍຄີງຂອງ ນາງ ຍິ່ງລັກ ຫາກໍໄດ້ກ່າວຄຳອວຍພອນ ໃຫ້ແກ່ສະມາຊິກພັກເພື່ອໄທ ໃນໄລຍະປີໃໝ່ຊາວຈີນ ຜ່ານມານີ້ ເພື່ອໃຫ້ສະມາຊິກພັກ ກຽມພ້ອມສຳລັບການເລືອກຕັ້ງຄັ້ງໜ້າທີ່ຈະມີຂຶ້ນ ຊຶ່ງຄາດວ່າ ຈະມີການດຳເນີນການເລືອກຕັ້ງທົ່ວໄປ ໃນປີໜ້ານີ້.

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...