spot_img
Homeຂ່າວພາຍ​ໃນເກີດເຫດຜົວຍິງເມຍ ເສຍຊີວິດຄາເຮືອນ ກ່ອນຍິງຕົວຕາຍຕາມ

ເກີດເຫດຜົວຍິງເມຍ ເສຍຊີວິດຄາເຮືອນ ກ່ອນຍິງຕົວຕາຍຕາມ

Published on

ວັນ​ທີ 4 ກຸມ­ພາ​ນີ້ ເຈົ້າ​ໜ້າ­ທີ່ ປກສ ເມືອງ​ສັງ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຮັບ​ແຈ້ງ­ວ່າ: ໄດ້​ມີ​ສະ­ພາບ​ຜົວ​ເມຍ ຂ້າ​ກັນ​ຕາຍ​ຢູ່​ບ້ານ​ວັງ​ມ້າ, ຈາກ​ນັ້ນ ພະນັກ​ງານ​ໜ່ວຍ​ງານ​ຄະ­ດີ​ອາ­ຍາ, ສົມ­ທົບກັບ​ຕຳ­ຫຼວດ​ກຸ່ມ 5 ແລະ​ພະ​ແນກ​ນິ­ຕິ​ເວດ ນະ­ຄອນ­ຫຼວງ​ວຽງ​ຈັນ​ໄດ້​ລົງ​ກວດ­ກາ ສັນ​ນະ​ສູດ​ສະ­ຖານ­ທີ່​ເກີດ​ເຫດ​ໄດ້​ຮູ້​ວ່າ: ຜູ້​ເສຍ​ຊີ­ວິດ ຊື່​ທ້າວ ພັດ ອາ­ຍຸ 40 ປີ ອາຊີບ​ເຮັດ​ນາ ໂດຍ​ທາງ​ຂ້າງ​ຂອງ​ຜູ້­ກ່ຽວມີ​ສົບ​ຂອງ​ເມຍ​ຜູ້­ກ່ຽວ​ນອນ​ເສຍ​ຊີ­ວິດ, ໂດຍ​ສົບ​ຂອງ​ເມຍ​ຢູ່​ງ່ອນ​ເບື້ອງ​ຂວາ ເປັນ​ຮູ​ຊອດ​ອອກ​ດັງ, ດູກ​ແກ້ມ​ເບື້ອງ ຂວາ​ແຕກ​ມູ່ນ, ດູກ​ດັງ​ຫັກ, ສ່ວນ​ຜູ້​ຊາຍ​ແມ່ນ​ມີ​ຮ່ອງ­ຮອຍ​ເປັນ​ຮູ ເຂົ້າ​ທາງ​ປາກ, ແຂ້ວ​ເບື້ອງ​ເທິງ​ຫັກ​ຊອດ​ອອກ​ທາງ​ງ່ອນ​ເປັນ​ຮູ​ກວ້າງ.

ຈາກ​ການ​ສັນ​ຍິ​ຖານ​ຂອງ​ເຈົ້າ​ໜ້າ­ທີ່ແມ່ນ​ການ​ຂ້້າ​ຕົນ​ເອງ​ຕາຍຫຼັງ​ຈາກ​ຜົວໄດ້​ເອົາ​ປືນ​ແກ໋ບ​ຍິງ​ເມຍ​ຕົນ​ເອງແລ້ວ​ກໍ່ຍິງ​ຕົວ​ເອງ​ຕາຍ​ຕາມ.

ເຈົ້າ​ໜ້າ­ທີ່ ປກສ ນະ­ຄອນ­ຫຼວງ​ວຽງຈັນ ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 7 ກຸມ­ພາ​ນີ້ ກໍ​ໄດ້ເກີດ​ເຫດ​ຊາຍ​ອາ­ຍຸ 52 ປີ ຢູ່​ບ້ານ​ນາຫອຍ­ປັງ ເມືອງ​ສັງ​ທອງ ໃຊ້​ມີດ​ປາດ​ຄໍຊາຍໄວ​ໜຸ່ມ​ທີ່​ເປັນ​ພີ່­ນ້ອງ​ຂອງ​ຕົນ​ເອງ, ຈົນອາ­ການ​ສາ­ຫັດ ຖືກ​ນຳ​ສົ່ງ​ໂຮງ ໝໍ​ຫຍິບ 9 ເຂັມ, ໂດຍ​ສາ­ເຫດ​ຂອງ​ເລື່ອງ​ດັ່ງ­ກ່າວ ເຈົ້າ​ໜ້າ­ທີ່​ຍັງ​ສືບ­ສວນ-ສອບ​ສວນ.

ທີ່ມາ:logo

 

ບົດຄວາມຫຼ້າສຸດ

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...