spot_img
Homeຂ່າວຕ່າງປະເທດຈີນພົບຜູ້ຕິດເຊື້ອໄວຣັສຊິກ້າຄົນທຳອິດ ລະບຸສ່ຽງລະບາດໜ້ອຍ ຍ້ອນອາກາດໜາວ!

ຈີນພົບຜູ້ຕິດເຊື້ອໄວຣັສຊິກ້າຄົນທຳອິດ ລະບຸສ່ຽງລະບາດໜ້ອຍ ຍ້ອນອາກາດໜາວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ກຸມພານີ້ວ່າ ທາງການຈີນຢືນຢັນ ພົບຜູ້ຕິດເຊື້ອໄວຣັສຊິກ້າ ຄົນທຳອິດຂອງປະເທດ ໂດຍເປັນຊາວຈີນ ອາຍຸ 34 ປີ ອາໄສຢູ່ແຂວງກວາງຊີ ທາງພາກຕາເວັນອອກຂອງປະເທດ ທີ່ຫາກໍເດີນທາງກັບ ຈາກປະເທດໃນພາກພື້ນອາເມຣິກາລາຕິນ.

ແນວໃດກໍຕາມ ໜ່ວຍງານສາທາລະນະສຸກຂອງຈີນ ໄດ້ອອກມາຢືນຢັນວ່າ ມີຄວາມສ່ຽງໜ້ອຍທີ່ໄວຣັສດັ່ງກ່າວ ທີ່ມີຍຸງເປັນພາຫະນະແຜ່ເຊື້ອຊະນິດນີ້ ຈະແຜ່ລະບາດໃນຈີນ ເນື່ອງຈາກສະພາບອາກາດທີ່ຍັງໜາວຈັດໃນໄລຍະນີ້.

ທັງນີ້ ຊາຍຄົນດັ່ງກ່າວ ໄດ້ຖືກກັກບໍລິເວນຢູ່ໂຮງໝໍທ້ອງຖິ່ນແຫ່ງໜຶ່ງ ຕັ້ງແຕ່ວັນທີ 6 ກຸມພາຜ່ານມາ ໂດຍແພດພົບວ່າ ອາການໄຂ້ເລີ່ມຫລຸດລົງ ແລະ ຕຸ່ມແດງເທິງຮ່າງກາຍກໍຫລຸດລົງເຊັ່ນກັນ.

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...