spot_img
Homeຂ່າວພາຍ​ໃນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊີນຊວນບໍລິຈາກຕ້ານໄພໜາວ!

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊີນຊວນບໍລິຈາກຕ້ານໄພໜາວ!

Published on

ຂປລ. ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ເຊີນຊວນ​ ອົງການ​ຈັດ​ຕັ້ງ​ທຸກ​ພາກສ່ວນ ທັງ​ພາກ​ລັດ, ​ເອກະ​ຊົນ, ອົງການ​ຈັດ​ຕັ້ງ​ສາກົນ, ອົງການ​ຈັດ​ຕັ້ງ​ສັງຄົມ, ຫ້າງ​ຮ້ານ ​ແລະ ບຸກຄົນ​ຕ່າງໆ ​ເຂົ້າ​ຮ່ວມ​ບໍ​ລິ​ຈາກ​ຕ້ານໄພໜາວ ​ເນື່ອງ​ຈາກ​ສະພາບ​ພູມີ​ອາກາດໜາວ​ເຢັນ ​ໄດ້​ປົກ​ຄຸ້ມ​ໃນ​ຫລາຍ​ພື້ນ​ທີ່ ​ໃນ​ເຂດ​ພາກ​ເໜືອ ​ແລະ ບາງ​ສ່ວນ​​ພາກ​ໃຕ້ ຂອງສປປ ລາວ  ​ໄດ້​ສົ່ງ​ຜົນ​ ກະທົບ​ຢ່າງ​ຫລວງຫລາຍ ​ແລະ ຮຸນ​ແຮງ​ຕໍ່​ການ​ດຳລົງ​ຊີວິດ​ປະຊາຊົນ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​​ແຂວງ​ພາກ​ເໜືອ ​ໄດ້​ປະສົບ​ກັບ​ອາກາດໜາວ​ ທີ່​ບໍ່​ເຄີຍ​ມີ​ມາກ​ອນ.

ດັ່ງ​ນັ້ນ, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ຂໍ​ຖືເປັນກຽດ ​ແຈ້ງເຊີນຊວນ ​ເພື່ອ​ຂໍ​ນ້ຳ​ໃຈ​ຈາກ​ທຸກ​ພາກ​ສ່ວນ ​ໄດ້​ຮ່ວມ​ແບ່ງ​ເບົາ ​ແລະ ​ໃຫ້​ຄວາມ​ຊ່ວຍ​ເຫລືອ ​ແກ່​ຜູ້​ປະສົບ​ໄພໜາວ ດ້ວຍ​ການ​ປະກອບສ່ວນ​ບໍລິຈາກ ​ເຊັ່ນ: ​ເຄື່ອງນຸ່ງ​ຫົມ, ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກ ​ຫລື ​ເປັນ​ເງິນ,​ ​ເພື່ອ​ຈະ​ໄດ້​ນຳ​ໄປ​ມອບ​ຕໍ່​ໃຫ້​ປະຊາຊົນ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄໜາວ ຢູ່​ບັນດາ​ແຂວງ​ພາກ​ເໜືອ ​ແລະ ບາງ​ແຂວງ​​ພາກ​ໃຕ້.

ທ່ານ​ສາມາດ ຕິດ​ຕໍ່​ພົວພັນ​ໄດ​້ທີ່ຫ້ອງການ ກະຊວງ​​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ທຸກ​ເວລາ ຫລື ​ເບີ​ໂທ 021 213 005, 213003

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...