spot_img
Homeຂ່າວຕ່າງປະເທດຜູ້​ບໍລິການ​ກູ​ເກິ​ລ ຄອງ​ແຊ໋ມລາຍ​ໄດ້​ສູງ​ສຸດ​ໃນ​ສະຫະລັດ​ປີ​ທີ່​ຜ່ານ​ມາ ​199 ລ້ານ​ໂດ​ລາ

ຜູ້​ບໍລິການ​ກູ​ເກິ​ລ ຄອງ​ແຊ໋ມລາຍ​ໄດ້​ສູງ​ສຸດ​ໃນ​ສະຫະລັດ​ປີ​ທີ່​ຜ່ານ​ມາ ​199 ລ້ານ​ໂດ​ລາ

Published on

ຊັນ​ດາ ພິ​ໄຊ ຜູ້​ບໍລິການ​ກູ​ເກິ​ລ ​ເຊີດ​ເອັນ​ຈິນຍອດ​ນິຍົມ​ຂອງ​ຄົນ​ທົ່ວ​ໂລກ ​ໄດ້​ຮັບ​ລາງວັນ​ຈາກ​ຜົນງານ​ທີ່​ໂດດ​ເດັ່ນ​ເປັນ​ຮຸ້ນ​ຂອງ​ບໍລິສັດ​ມູນ​ຄ່າ 199 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ປີ​ທີ່​ຜ່ານ​ມາ ຊຶ່ງ​ສົ່ງ​ຜົນ​ໃຫ້​ເຂົາ​ກາຍ​ເປັນ​ຜູ້​ບໍລິຫານ​ລະດັບ​ສູງ​ທີ່​ມີ​ລາຍ​ໄດ້​ສູງ​ສຸດ​ໃນ​ສະຫະລັດ.

ພິ​ໄຊ ​ມີ​ອາຍຸ​ 43 ປີ ​ໄດ້​ຮັບ​​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ບໍລິຫານ​ລະດັບ​ສູງ​ຂອງ​ບໍລິສັດ​ຫຼັງ​ມີ​ການ​ຕັ້ງ​ບໍລິສັດ​ລູກ​ຂອງ​ກູ​ເກິ​ລຊື່ ອັລຟາ​ເບ​ດ​​ໂດຍ​​ເຂົາ​ໄດ້​ຮັບ​ມອບ​ຮຸ້ນ 273,328 ຮຸ້ນ​ເມື່ອ​ວັນ​ທີ 3 ກຸມພາ​ທີ່​ຜ່ານ​ມາ ຊຶ່ງ​ເຮັດ​ໃຫ້​ມູນ​ຄ່າ​ຫຸ້ນ​ທີ່​ພິ​ໄຊ​ຄອບ​ຄອງ​ຢູ່​ທັງ​ໝົດ​ເພີ່ມ​ຂຶ້ນ​ເປັນ 650 ລ້ານ​ໂດລາ​ສະຫະລັດ.

ພິ​​ໄຊ​ເລີ່​ມ​ເຮັດ​ວຽກ​ກັບ​ກູ​ເກິ​ລຕັ້ງ​ແຕ່​ປີ 2004 ​ແລະ​ເປັນ​ຜູ້​ພັດທະນາ​ເຕັກ​ໂນ​ໂລ​ຊີ​ສຳຄັນ​ໆ​ຂອງ​ກູ​ເກິ​ລຫຼາຍ​ຢ່າງ​ລວມ​ເຖິງ Google Chrome ​ແລະ Google OS ຊຶ່ງ​ເຮັດ​ໃຫ້​ຜົນ​ປະກອບ​ການ​ຂອງ​ບໍລິສັດ​ເພີ່ມ​ຂຶ້ນຫຼາຍ​ໃນ​​ໄລຍະ​ທີ່​ຜ່າ​ນມາ ​ເຂົ້າ​ຍັງ​ມີ​ສ່ວນ​ຮັບຜິດຊອບ​ກັບ​ການ​ພັດທະນາ​ຈີ​ເມລ ​ແລະ​ກູ​ເກິ​ລ ​ແມັບ ອີກ​ດ້ວຍ.

ອາທິດ​ກ່ອນ​ບໍ​ລິ​ສັດ​ອາ​ຟາ​ເບ​ດຫາ​ກໍ​ແຊງ​ໜ້າ​ແອບ​ເປິ​ລ​ໃນ​ຖານະ​ບໍລິສັດ​ທີ່​ມີ​ມູນ​ຄ່າ​ຫຼາຍ​ທີ່​ສຸດ​ຫຼັງ​ມີ​ລາຍ​ໄດ້ 4,9 ພັນ​ລ້ານ​ໂດ​ລາ ​ໃນ​ໄລຍະ​ໄຕ​ມາດ​ສຸດ​ທ້າຍ​ຂອງ​ປີ​ທີ່​ຜ່ານ​ມາ ຊຶ່ງ​ເພີ່ມ​ຂຶ້ນ​ກວ່າ​ປີ​ກ່ອນ​ທີ່ 4,7 ພັນ​ລ້ານ​ໂດ​ລາ ​ໂດຍ​ລາຍ​ໄດ້​ຕະຫຼອດ​ປີ​ຂອງ​​ເຂົາທັງ​ໝົດ​ຢູ່​ທີ່ 16,3 ພັນລ້ານ​ໂດ​ລາ ​ເພີ່ມ​ຂຶ້ນ​ເຖິງ 23,4 ພັນ​ລ້ານ​ໂດ​ລາຈາກ​ຄ່າ​ໂຄສະນາ​ອອນ​ລາຍ ຂະນະ​ທີ່​ບໍລິສັດ​ອື່ນໆ​ໃນ​ທຸລະ​ກິດ​ໃກ້​ຄຽງ​ກັນ​ລາຍ​ໄດ້​ຜັດ​ຫຼຸດ​ລົງ 3,6 ພັນ​ລ້ານ​ໂດ​ລາ​ໃນ​ໄລຍະ​ເວລາ​ດຽວ​ກັນ.

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...