spot_img
Homeປະເພນີ-ວັດທະນະທຳບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ຈະຈັດຂຶ້ນກາງເດືອນນີ້!

ບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ຈະຈັດຂຶ້ນກາງເດືອນນີ້!

Published on

ຂປລ. ງານບຸນ​ນະມັດສະການຜາສາດ​ຫີນວັດ​ພູຈຳປາ​ສັກ ຈະ​ຈັດ​ຂຶ້ນ​​ໃນ​ ລະຫວ່າງ​ວັນ​ທີ 16-22 ກຸມພາ 2016 ກົງກັບມື້ ອອກໃໝ່ 13 ຄໍ່າ ເດືອນ 3 ​ແລະ ​ໃນວັນ​ທີ 16 ເປັນມື້ເປີດງານຕະຫລາດນັດ, ເລີ່ມມີ​ການຄົບງັນຕາມປະເພນີ ແລະ ວັນທີ 20 ຈະ​ມີ​ພິທີ​ເປີດງານບຸນ​ດັ່ງກ່າວ ຢ່າງເປັນທາງການ ​ໂດຍຈະມີ ການແຫ່ປ້າຍມໍລະດົກ, ຂະບວນ​ແຮ່ທີ່ເປັນເອກກະລັກຂອງບັນດາ​ເມືອງ ​ແລະ ກ້ອນ​ກຳລັງ​ຕ່າງໆ ​ເຊິ່ງຈະມີຄະນະນໍາຈາກສູນກາງ, ແຂວງ ແລະ ເມືອງ ເຂົ້າຮ່ວມ.

ໃນງານຈະ​ມີ​ຫລາຍ​ກິດກຳທີ່​ໜ້າ​ສົນ​ໃຈ ​ເຊັ່ນ: ຕະຫລາດນັດວາງສະແດງສິນຄ້າອຸດສາຫະກຳ, ກະສິກຳ ​ແລະ ຫັດຖະກຳ ຈາກບັນດາເມືອງ, ບໍລິສັດ, ຫ້າງຮ້ານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ, ການແຂ່ງຂັນກິລາມວນຊົນ, ການສະແດງສິລະປະວັນນະຄະດີ ຈາກພາຍ​ໃນ​ແຂວງ ​ແລະ ປະ​ເທດ​ເພື່ອນ​ບ້ານ (​ໄທ, ຫວຽດນາມ, ກຳ​ປູ່​ເຈຍ, ອິນ​ເດຍ) ແລະ ລາຍການ​ສະ​ແດງອື່ນໆ. ສວນ​ຂຶ້ນໄປກາບໄຫວ້ຍູ​ຊາຢູ່ເທິງວັດພູ ​ແຕ່​ວັນ​ທີ 16-19 ​ແມ່ນ​ເກັບ​ຄ່າ​ທຳ ນຽມຕາມ​ປົກກະຕິ ສ່ວນວັນ​ທີ 20-22 ຈະ​ບໍ່​ເສຍ​ຄ່າ.

ນັກ​ປະຫວັດສາດ​ບູຮານ​ຄະດີ ພາຍ​ໃນ ​ແລະ ຕ່າງປະ​ເທ​ດ ​ກ່າວວ່າ: ​ສະຖານ​ບູຮານ​ວັດ​ພູ ​ແມ່ນ​ຈຸດ​ໃຈກາງ​ຂອງ​ພື້ນ​ທີ​່ວັດ​ທະນະ​ທຳ​ ໃນ​ຂົງ​ເຂດ​ທົ່ງພຽງ​ຈຳປາ​ສັກ ​ເຊິ່ງປະກອບ​ມີ ວັດວາອາ​ຮາມ, ອ່າງ​ເກັບ​ນ້ຳ (ໜອງ​ສະບູ​ຮານ), ຮ່ອງ​ລະບາຍ​ນ້ຳ, ​ແຫ​ລ່ງຕັດ​ຫີນ, ​ແຫ​ລ່ງທີ່​ຕັ້ງ​ຂອງ​ຊຸມ​ຊົນ, ຖະໜົນ​ບູຮານ​ເຊື່ອມ​ຕໍ່​ໄປ​ຍັງ​ອັງ​ກໍ​ວັດ, ​ເຊິ່ງຈຸດ ປະສົງ ​ຂອງ​ການ​ສ້າງ​​ສະຖານ​ບູຮານ​ວັດ​ພູ ​ແມ່ນ​ເພື່ອ​ໃຫ້​ກາຍ​ເປັນ​ບ່ອນ​ຊັກກະ​ລະ​ບູາຊາຂອງ​ສາສະ​ນິກະ​ຊົນ ທັງຫລາຍ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພ້ອມ​ເປັນ​ການ​ສົ່ງ​ເສີມ​ຮີດຄອງ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ ​ແລະ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ.

ວັດ​ພູຈຳປາ​ສັກ ​ໄດ້​ຖືກ​ຮັບຮອງ​ເຂົ້າ​ເປັນ​ມໍລະດົກລະ​ແຫ່ງ​ຊາດ ​ໃນ​ປີ 1993  ​ ແລະ ​ເປັນມໍລະດົກໂລກ ​ໃນ​ປີ 2002, ງານ​ບຸນ​ນະມັດສະການຜາສາດ​ຫີນ​ວັດ​ພູ ​ໄດ້​ຍົກ​ລະດັບ​ຂຶ້ນ​ເປັນ​ງານ​ລະດັບ​ແຂວງ, ລະດັບ​ປະ​ເທດ ​ໄດ້​ຈັດ​ຂຶ້ນ​ໃນທຸກປີ ຈົນ​ເຖິງ​ປັດຈຸບັນ. ການຈັດ​ງານ​ບຸນ​ດັ່ງກ່າວ, ​ໄດ້​ກາຍ​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ລະດັບ​ປະ​ເທດ, ລະດັບ​ໂລກ ​ແລະ ​ເປັນ​ຕົວ​ແບບ​ອັນ​ສຳຄັນ ທາງ​ດ້ານ​ສະຖາ​ປັດຕະຍະ​ກຳ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...