spot_img
Homeຂ່າວພາຍ​ໃນປະທານປະເທດ ອອກລັດຖະດຳລັດ ກຳນົດຈຳນວນຜູ້ຮັບສະໝັກ ເລືອກຕັ້ງທົ່ວປະເທດ!

ປະທານປະເທດ ອອກລັດຖະດຳລັດ ກຳນົດຈຳນວນຜູ້ຮັບສະໝັກ ເລືອກຕັ້ງທົ່ວປະເທດ!

Published on

ຂປລ. ປະທານ​ປະ​ເທດ​ໄດ້​ອອກ​ລັດຖະດຳລັດ ກ່ຽວກັບການ​ກຳນົດ ຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ສສຊ ຊຸດທີ VIII ​ເຊິ່ງມີຈຳນວນ 211 ທ່ານ, ເລືອກເອົາ 149 ທ່ານ ​ແລະ ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ສສຂ, ນະຄອນຫລວງ ມີຈຳນວນ 508 ທ່ານ, ເລືອກເອົາ 360 ທ່ານ, ລວມທັງ ສສຊ ​ແລະ ສສຂ ລວມ 509 ທ່ານ.

ສຳລັບຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ I ນະຄອນຫລວງວຽງຈັນ  24 ທ່ານ ເລືອກເອົາ 17 ທ່ານ ​ແລະ ສສຂ ນະຄອນຫລວງວຽງຈັນ ມີ 27 ທ່ານ ເລືອກເອົາ 18 ທ່ານ; ສສຊ ປະຈໍາເຂດເລືອກຕັ້ງທີ II ແຂວງຜົ້ງສາລີ 7 ທ່ານ ເລືອກເອົາ 5 ທ່ານ ​ແລະ ສສຂ 25 ທ່ານ ເລືອກເອົາ 18 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ III ແຂວງຫລວງນ້ຳທາ 7 ທ່ານ ເລືອກເອົາ 5 ທ່ານ ​ແລະ ສສຂ 17 ທ່ານ ເລືອກເອົາ 12 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ IV ແຂວງອຸດົມໄຊ 10 ທ່ານ ເລືອກເອົາ 7 ທ່ານ ​ແລະ ສສຂ 24 ທ່ານ ເລືອກເອົາ 17  ທ່ານ; ສສຊ ປະຈໍາເຂດເລືອກຕັ້ງທີ V ແຂວງບໍ່ແກ້ວ 7 ທ່ານ ເລືອກເອົາ 5 ທ່ານແລະ ສສຂ 17 ທ່ານ ເລືອກເອົາ 12 ທ່ານ; ສສຊ ປະຈຳເຂດເລືອກ ຕັ້ງທີ VI ແຂວງຫລວງພະບາງ 15 ທ່ານ ເລືອກເອົາ 10 ທ່ານ ​ແລະ ສສຂ 42 ທ່ານ ເລືອກເອົາ 30 ທ່ານ; ສສຊ ປະຈໍາເຂດເລືອກຕັ້ງທີ VII ແຂວງໄຊຍະບູລີ 12 ທ່ານ ເລືອກເອົາ 8 ທ່ານ ​ແລະ ສສຂ 39 ທ່ານ ເລືອກເອົາ 28 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ VIII ແຂວງຫົວພັນ 10 ທ່ານ ເລືອກເອົາ 7 ທ່ານ ​ແລະ  ສສຂ 36 ທ່ານ ເລືອກເອົາ 26 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ IX ແຂວງຊຽງຂວາງ 9 ທ່ານ ເລືອກເອົາ 6 ທ່ານ ​ແລະ ສສຂ ແຂວງ ຊຽງຂວາງ 24 ທ່ານ, ເລືອກເອົາ 17 ທ່ານ.

ສ່ວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ X ແຂວງວຽງຈັນ 13 ທ່ານ ເລືອກເອົາ 9 ທ່ານ ​ແລະ ສສຂ 39 ທ່ານ ເລືອກເອົາ 28 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ XI ແຂວງບໍລິຄຳໄຊ 9 ທ່ານ, ເລືອກເອົາ 6 ທ່ານ ​ແລະ ສສຂ 24 ທ່ານ ເລືອກເອົາ 17 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ XII ແຂວງຄຳມ່ວນ 11 ທ່ານ ເລືອກເອົາ 8 ທ່ານ ​ແລະ ສສຂ 35 ທ່ານ, ເລືອກເອົາ 25 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ XIII ແຂວງສະຫວັນນະເຂດ 26 ທ່ານ ເລືອກເອົາ 19 ທ່ານແລະ ສສຂ 50 ທ່ານ ເລືອກເອົາ 35 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ XIV ແຂວງສາລະວັນ 11 ທ່ານ ເລືອກເອົາ 8 ທ່ານ ​ແລະ ສສຂ 27 ທ່ານ, ເລືອກເອົາ 19 ທ່ານ; ສສຊ ປະຈໍາເຂດເລືອກຕັ້ງທີ XV ແຂວງຈຳປາສັກ 19 ທ່ານ ເລືອກເອົາ 14 ທ່ານ ​ແລະ ສສຂ 32 ທ່ານ ເລືອກເອົາ 22 ທ່ານ; ສສຊ ປະຈໍາເຂດເລືອກຕັ້ງທີ XVI ແຂວງເຊກອງ 7 ທ່ານ ເລືອກເອົາ 5 ທ່ານແລະ ສສຂ 16 ທ່ານ ເລືອກເອົາ 12 ທ່ານ; ສສຊ ປະຈໍາເຂດເລືອກຕັ້ງທີ XVII ແຂວງ ອັດຕະປື 7 ທ່ານ ເລືອກເອົາ 5 ທ່ານແລະ ສສຂ 17 ທ່ານ ເລືອກເອົາ 12 ທ່ານ; ສສຊ ປະຈຳເຂດເລືອກຕັ້ງທີ XVIII ແຂວງໄຊສົມບູນ 7 ທ່ານ ເລືອກເອົາ 5 ທ່ານ ​ແລະ ສສຂ 17 ທ່ານ ເລືອກເອົາ 12 ທ່ານ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...