spot_img
Homeມູມໄອທີລາວໄດ້ເວລາເປີດໂລກອີກຮອບ Square Enix ປ່ອຍເກມ Final Fantasy IX ລົງ iOS ແລະ Android ແລ້ວ!!

ໄດ້ເວລາເປີດໂລກອີກຮອບ Square Enix ປ່ອຍເກມ Final Fantasy IX ລົງ iOS ແລະ Android ແລ້ວ!!

Published on

image

Final Fantasy IX ຖືວ່າເປັນເກມ RPG ທີ່ໂດ່ງດັງອີກພາກໜຶ່ງກໍເວົ້າໄດ້ໃນບັັນດາບັນດາຊີຣີ Final Fantasy I-VI ພາກນີ້ເປັັນພາກທຳອິດທີ່ເຮັດໃຫ້ຄວາມຄິດຮອດລະບົບແບບເກົົ່າໆກັບມາອີກເທື່ອໜຶ່ງຫຼັງຈາກທີ່ພາກ VII ໄດ້ມີການປ່ຽນແປງຫຼາຍໆຢ່າງແລະການກ້າວເຂົ້າສູ່ໂລກແບບຫຸ່ນຍົນເຕັມໂຕ ແລະອີກຢ່າງ Final Fantasy IX ແມ່ນໄດ້ຮັບຄວາມນິຍົມຈາກແຟນໆເກມຫຼາຍກວ່າພາກອື່ນໆ ແລະຫຼາຍຄົນກໍບອກວ່າພາກນີ້ເປັນພາກທີ່ດີທີ່ສຸດຂອງ Final Fantasy ທີ່ເຄີຍປ່ອຍອອກມາອີກນຳ

image

image

   ຫຼ້າສຸດນີ້ເອງທາງຄ່າຍເກມ Square Enix ກໍໄດ້ປ່ອຍລົງຮ້ານຄ້າທັງ 2 ລະບົບກັນແລ້ວຄື iOS ແລະ Android, ເຊິ່ງ Final Fantasy IX ນີ້ເປັນພາກທີ່ຖືກນຳເອົາມາປັບປຸງຕໍ່ຈາກເວີຊັ່ນດັ້ງເດີມຈາກ Sony PlayStation ໃນປີ 2000, ແລະໃນຕອນນີ້ພ້ອມໃຫ້ທຸກຄົນໄດ້ສຳຜັດປະສົົບການກັນໄດ້ອີກແລ້ວໃນ iPhone, iPad, ແລະ Android. ສຳລັບຕອນນີ້ແມ່ນຢູ່ໃນຊ່ວງຫຼຸດລາຄາ 20℅  ຈົນເຖິງວັນທີ 21 ກຸມພານີ້ໃຜທີ່ສົນໃນກໍຮີບຟ້າວຊື້ຫຼິ້ນໄດ້ເລີຍ (ແອັດມິນຊື້ໄປແລ້ວ ^^) ສະເປັກທີ່ຕ້ອງການແມ່ນໃຊ້ງານ iOS 7 ຂຶ້ນໄປ ແລະ Android 4.1 ຂຶ້ນໄປ, ສ່ວນຂະໜາດຂອງໂຕເກມແມ່ນ 1.8GB

image

– ສຳລັບ Android ກົດທີ່ລິ້ງນີ້ເລີຍ FINAL FANTASY IX For Android $17 (ຫຼຸດ 20℅)

– ສຳລັບ iOS ກົດທີ່ລິ້ງນີ້ເລີຍ FINAL FANTASY IX For iOS $17 (ຫຼຸດ 20℅)

image

image

ໃນສ່ວນຂອງໂຕເກມທີ່ປັບປຸງຈາກເວີຊັ່ນດັ້ງເດີມແມ່ນປັບປຸງຄຸນນະພາບກຣາບຟິກ, ເພີ່ມຄຸນສົມບັດຄວາມສຳເລັດ ແລະລະບົບ Auto Save. ໃນເກມ Final Fantasy IX ຍັງມີໂໝດໂກງເກມລວມໃນໂຕນຳບໍ່ວ່າຈະເປັນໂໝດຄວາມໄວສູງ, ໂໝດບໍ່ພົບສັດຕູແລະໂໝດເພີ່ມແຮງຕີໂຕຄອນ

ທີ່ມາ:Phonearena

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...