spot_img
Homeຂ່າວພາຍ​ໃນມອບຮັບ-ລົດສົ່ງຄົນເຈັບໃຫ້ແກ່ສາທາລະນະສຸກ 4 ເມືອງ

ມອບຮັບ-ລົດສົ່ງຄົນເຈັບໃຫ້ແກ່ສາທາລະນະສຸກ 4 ເມືອງ

Published on

ມອບຮັບ-ລົດສົ່ງຄົນເຈັບໃຫ້ແກ່ສາທາລະນະສຸກ 4 ເມືອງ

ພະ​ແນກ​ສາທາລະນະ​ສຸກ ນະຄອນຫຼວງ​ວຽງ​ຈັນ ໃນ​ການ​ປັບປຸງ​ຄຸນ​ນະ​ພາບ ການ​ບລິ​ການ​ດ້ານ​ສຸກຂະພາບ ໃນ​ຂົງເຂດ​ສາທາລະນະ​ສຸກ ທົ່ວ​ນະຄອນຫຼວງ​ວຽງ​ຈັນ ໃຫ້​ມີ​ຄວາມ​ສະດວກ ວ່ອງໄວ ທັນ​ກັບ​ສະພາບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ ພະ​ແນກ​ສາທາລະນະ​ສຸກ​ນະຄອນຫຼວງ ໄດ້​ມອບ​ລົດ​ມື​ສອງ​ຮັບ​ສົ່ງ​ຄົນ​ເຈັບ ໃຫ້​ແກ່​ບັນດາ​ຫ້ອງການ​ສາທາລະນະ​ສຸກ ຈຳນວນ 4 ເມືອງ​ຄື: ເມືອງ​ສັງ​ທອງ ປາກ​ງື່ມ ຫາດ​ຊາຍ​ຟອງ ແລະ ເມືອງ​ໄຊ​ທານີ ເພື່ອ​ໃຫ້​ເອົາ​ນຳໄປ​ມູນ​ໃຊ້​ວຽກ​ງານ​ສາທາລະນະ​ສຸກ ເຂົ້າ​ໃນ​ການ​ຮັບ​ໃຊ້​ການ​ບໍລິການ ຄວາມ​ສະດວກ​ທາງ​ດ້ານ​ສຸຂະພາບ​ໃຫ້​ທົ່ວ​ເຖິງ ໂດຍ​ສະເພາະ​ແມ່ນ 4 ຕົວ​ເມືອງ​ຢູ່​ໃນ​ນະຄອນຫຼວງ​ວຽງ​ຈັນ ທີ່​ເປັນ​ເຂດ​ຫ່າງ​ໄກ​ສອກຫຼີກ ໃນ​ການ​ຮັບ​ສົ່ງ​ຄົນ​ເຈັບ​ໄປ​ເຖິງ​ໂຮງໝໍ​ໃຫ້​ວ່ອງໄວ ທັນ​ເວລາ ແລະ ປອດ​ໄພ​ຕໍ່​ຊີວິດ​ຂອງ​ປະຊາຊົນ​ບັນດາເຜົ່າ ຂອງ​ຊາວ​ນະຄອນຫຼວງ​ວຽງ​ຈັນ ໃຫ້​ມີ​ຄວາມ​ສະດວກ​ຂຶ້ນ ໃນ​ວັນ​ດຽວ​ກັນ ພະ​ແນກ​ສາທາລະນະ​ສຸກ ນະຄອນຫຼວງ​ວຽງ​ຈັນ ໄດ້​ມອບ​ອຸປະກອນ​ຮັບ​ໃຊ້​ວຽກ​ງານ​ຄັງ​ປະກັນ​ສຸຂະພາບ​ຊຸມ​ຊົນ ໃຫ້​ແກ່​ຫ້ອງການ​ສາທາລະນະ​ສຸກ​ເມືອງ​ສັງ​ທອງ ນະຄອນຫຼວງ​ວຽງ​ຈັນ ເປັນຕົ້ນ​ແມ່ນ: ຕູ້​ໃສ່​ເອກະສານ ຕັ່ງ​ນວມ ຕັ່ງ​ນັ່ງ​ໄມ້ ແລະ ຍາງ ໂຕະ​ຕັ້ງ​ຄອມ​ພີມ​ເຕີ ຄອມ​ພີມ​ເຕີ​ຕັ້ງ​ໂຕະ ຈັກ​ປີ່ນ​ເອກະສານ ໂທລະສັບ ແລະ ເຄື່ອງ​ແຟັກ​ເອກະສານ ກ້ອງຖ່າຍຮູບ ລວມ​ມູນ​ຄ່າ​ທັງ​ໝົດ 28.350.000 ກີບ ສະເພາະ​ເຄື່ອງ​ອຸປະກອນ​ຮັບ​ໃຊ້​ວຽກ​ງານ​ຄັງ​ປະກັນ​ສຸຂະພາບ​ຊຸມ​ຊົນ.

ພິທີ​ຈັດ​ຂຶ້ນ​ວັນ​ທີ 02 ເມສາ 2014 ນີ້ ຢູ່​ທີ່​ພະ​ແນກ​ສາທາລະນະ​ສຸກ ນະຄອນຫຼວງ​ວຽງ​ຈັນ ໂດຍ​ແມ່ນ​ທ່ານ ​ດຣ. ພອນ​ປະເສີດ ອຸ​ນາ​ພົມ ຮອງ​ຫົວໜ້າ​ພະ​ແນກ​ສາທາລະນະ​ສຸກ ນະຄອນຫຼວງ​ວຽງ​ຈັນ ເປັນ​ຜູ້​ກ່າວ​ມອບ ແລະ ບັນດາ​ຫົວໜ້າ​ຫ້ອງການ​ສາທາລະນະ​ສຸກ 4 ຕົວ​ເມືອງ​ເປັນ​ຜູ້​ກ່າວ​ຮັບ ໂດຍ​ຊ້ອງ​ໜ້າ​ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ເປັນ​ສັກຂີ​ພິຍານ.

 

ທີ່ມາ   http://www.vientianemai.net/teen/khao/1/11494

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...